Wednesday, October 9, 2024
Homeຂ່າວພາຍໃນປີ 2027 ສປປ ລາວ ຄາດຈະມີປະຊາກອນເພີ່ມຂຶ້ນເປັນ 8 ລ້ານຄົນ

ປີ 2027 ສປປ ລາວ ຄາດຈະມີປະຊາກອນເພີ່ມຂຶ້ນເປັນ 8 ລ້ານຄົນ

ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ(UNFPA) ຈັດພິທີສະເຫຼີມສະຫຼອງ ວັນປະຊາກອນໂລກ ສຳລັບປີນີ້ຈັດຂຶ້ນໃນຫົວຂໍ້ “ມີປະຊາກອນ 8 ລ້ານຄົນ: ສິດທິ ແລະ ທາງເລືອກສຳລັບສປປ ລາວ ເພື່ອຮັບຮູ້ທຶນມະນຸດ ແລະ ຜົນປະໂຫຍດດ້ານປະຊາກອນ”.

ສຳລັບຫົວຂໍ້ໃນການວິເຫຼີມສະຫຼອງປີນີ້ ໄດ້ສື່ໃຫ້ເຫັນວ່າເຖິງເວລາອັນຄວນແລ້ວ ທີ່ຈະຕ້ອງມີການລິເລີ່ມປຶກສາຫາລື ແລະ ສຸມໃສ່ ຜັນຂະຫຍາຍນະໂຍບາຍດ້ານປະ ຊາກອນ ເພື່ອກຽມຄວາມພ້ອມໃຫ້ກັບ ສປປ ລາວ ທີ່ຈະມີປະຊາກອນ 8 ລ້ານຄົນ ໃນປີ 2027.

ງານນີ້ຈັດຂຶ້ນເພື່ອປູກຈິດສໍານຶກກ່ຽວກັບຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ ໂດຍສະເພາະແມ່ນການຮ່ວມມືລະ ຫວ່າງທຸກໆຂະແໜງການໃນການຮັບຮູ້ທຶນມະນຸດ ແລະ ຜົນປະໂຫຍດດ້ານປະຊາກອນ ທັງເປັນການສະໜັບບສະໜູນ ແລະ ເລັ່ງລັດການຈັດຕັ້ງປະຕິບັດນະໂຍບາຍປະຊາກອນ ແລະ ການພັດທະນາແຫ່ງຊາດ (NPDP 2019-2030) ການຈັດຕັ້ງປະຕິບັດແຜນດຳເນີນງານ ຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD) ຢູ່ ສປປ ລາວ.

ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວໃນພິທີວ່າ: ປັດຈຸບັນ ສປປ ລາວ ກໍາລັງຢູ່ໃນໄລຍະຂອງການປ່ຽນແປງດ້ານປະຊາກອນ ເຊິ່ງການປັບປຸງທາງດ້ານສາທາລະນະສຸກທີ່ກວມເອົາວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ຈະຊ່ວຍຫຼຸດອັດຕາການເສຍຊີວິດ ແລະ ການເກີດ ສົ່ງຜົນໃຫ້ມີການປ່ຽນແປງດ້ານໂຄງສ້າງປະຊາກອນ ຕາມກຸ່ມອາຍຸຢ່າງໄວວາ ທ່າອ່ຽງຂອງບັນດາໂຕຊີ້ວັດທີ່ສຳຄັນມີທິດທາງທີ່ດີຂຶ້ນ ໂດຍສະເພາະອັດຕາການໃຊ້ຄຸມກຳເນີດເປັນຕົ້ນ ອີງ ໃສ່ການສຳຫຼວດດັດສະນີໝາຍສັງຄົມລາວ ການຊົມໃຊ້ວິທີການວາງແຜນຄອບຄົວແບບທັນສະໄໝໃນກຸ່ມແມ່ຍິງ 15-49 ປີ ທີ່ແຕ່ງງານ ຫຼື ຢູ່ຮ່ວມກັນ ແມ່ນເພີ່ມຂຶ້ນ ຈາກ 42% ໃນປີ 2012 ມາເປັນ 49% ໃນປີ 2017 ອັດຕາເກີດລູກໃນໄວໜຸ່ມຍິງຫຼຸດລົງຈາກ 94 ຕໍ່ແມ່ຍິງ 1.000 ຄົນ ໃນປີ 2012 ມາເປັນ 83 ຕໍ່ 1.000 ຄົນ ໃນປີ 2017.

ດັ່ງນັ້ນ ສປປ ລາວ ຈຶ່ງໄດ້ຮັບຜົນປະໂຫຍດຈາກປະຊາກອນໜຸ່ມ ເຊິ່ງເປັນທ່າແຮງ ແລະ ຊ່ອງທາງ ສໍາລັບກາລະໂອກາດເຮັດໃຫ້ເກີດການປັນຜົນດ້ານປະຊາກອນ ເພື່ອຊຸກຍູ້ການຂະຫຍາຍ ຕົວຂອງເສດຖະກິດ ຫາກມີການລົງທຶນຢ່າງພຽງພໍ ແລະ ມີຍຸດທະສາດໃນການພັດທະນາທຶນມະນຸດ.

ພິທີສະເຫຼີມສະຫຼອງວັນດັ່ງກ່າວຈັດຂຶ້ນວັນທີ 3 ສິງຫາ 2023 ທີ່ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງ ທ່ານ ນາງ ພອນວັນ ອຸທະວົງ ແລະ ທ່ານ ດຣ Bakhtiyor Kadyrov ຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ມີຜູ້ຕາງໜ້າຈາກຂະແໜງການ ກະຊວງ ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ ທັງນີ້.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments