Wednesday, October 9, 2024
Homeສຶກສາມອບໃບປະກາສະນີຍະບັດໃຫ້ກັບນັກຮຽນ Junior guide

ມອບໃບປະກາສະນີຍະບັດໃຫ້ກັບນັກຮຽນ Junior guide

ວັນທີ 4 ສິງຫາ 2023 ພະແນກປະຂໍາສໍາພັນ ຝ່າຍສື່ສານອົງກອນ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຈັດພິທີມອບໃບປະກາສະນີຍະບັດໃຫ້ກັບ Junior guide ໃນ ໂຄງ ການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ທີ່ອາຄານຫົງຄໍາໄຊຍາຄານ ເປັນປະ ທານໂດຍ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ມີ ທ່ານ ພົມມາ ພົມມະຫານ ຮອງເຈົ້າເມືອງຫົງສາ ບັນດາຫົວໜ້າຫ້ອງການ ຄູອາ ຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ. ໃນການມອບໃບປະກາສະນິຍະບັດໃຫ້ກັບ Junior guide ຂອງໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ ໃນຄັ້ງນີ້ ແບ່ງອອກເປັນ ຮຸ່ນທີ່ 1 ແລະ ຮຸ່ນທີ່ 2 ຈໍານວນ 17 ຄົນ ແລະ ຮຸ່ນທີ່ 3 ຈໍານວນ 10 ຄົນ ລວມທັງໝົດ ຈໍານວນ 27 ຄົນ.

ຈຸດປະສົງເພື່ອເປັນການສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍ ໃຫ້ກັບນ້ອງນັກຮຽນ Junior guide ທີ່ສະຫຼະເວລາ ແລະ ແບ່ງເວລາຈາການຮຽນ ມາເຂົ້າຮ່ວມເປັນຜູ້ບັນຍາຍໃຫ້ຂໍ້ມູນກັບໂຄງການ ໂດຍໃຊ້ທັກສະຄວາມຮູ້ ຄວາມສາມາດ ແລະ ຄວາມຕັ້ງໃຈ ໃນການເປັນຜູ້ບັນຍາຍ ຖ່າຍທອດຂໍ້ມູນຂອງໂຄງການໂຮງໄຟຟ້າພະ ລັງງານຄວາມຮ້ອນຫົງສາ ໃຫ້ກັບຄະນະແຂກທີ່ມາຢ້ຽມຢາມໂຄງການ ໄດ້ດີເປັນຢ່າງຍິ່ງ ໃນຕະຫຼອດໄລຍະເວລາທີ່ຜ່ານມາ ແລະ ເພື່ອເປັນການສ້າງຄວາມພາກ ພູມໃຈໃຫ້ກັບນ້ອງໆ Junior guide ໃນການເປັນແບບຢ່າງທີ່ດີໃຫ້ກັບໂຮງຮຽນ ແລະ ເປັນໂອກາດດີທີ່ນ້ອງໆ ຈະໄດ້ນໍາໃບປະກາສະນິຍະບັດທີ່ໄດ້ຮັບຈາກທາງໂຄງການ ໄປຕໍ່ຍອດເພື່ອເພີ່ມໂອກາດທາງການສຶກສາຕໍ່ໄປໃນອະນາຄົດ.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments