Thursday, October 10, 2024
Homeຂ່າວດ່ວນເກີດນ້ຳຖ້ວມຫລາຍຈຸດ ຢູ່ເມືອງຄຳເກີດ

ເກີດນ້ຳຖ້ວມຫລາຍຈຸດ ຢູ່ເມືອງຄຳເກີດ

ແຫລ່ງຂ່າວຈາກເມືອງຄຳເກີດ ແຂວງບໍລິຄຳໄຊ ລາຍງານໃຫ້ຮູ້ໃນວັນທີ 4 ສິງຫາ 2023 ວ່າ: ພາຍຫລັງມີຝົນຕົກຕິດຕໍ່ກັນຫລາຍວັນ ສົ່ງຜົນໃຫ້ເກີດນ້ຳຖ້ວມຫລາຍຈຸດ ເປັນຕົ້ນ ເນື້ອທີ່ການຜະລິດ, ເສັ້ນທາງ ແລະ ບ້ານ ເຮືອນຂອງປະຊາຊົນ ຢູ່ເມືອງຄຳເກີດ ເຊິ່ງກວມ 70%, ຈຳນວນ 20 ບ້ານ ຖືກຜົນກະທົບ.

ສະເພາະກຸ່ມທົ່ງແສນ: ບ້ານໂພນໄຊ-ບ້ານໃຫຍ່ທົ່ງແສນ ປິດການສັນຈອນຍ້ອນລະດັບນ້ຳຂຶ້ນສູງ ແລະ ຖ້ວມນາ-ສວນຂອງປະຊາຊົນຈຳນວນຫລາຍ; ກຸ່ມທົ່ງແຄະ: ບ້ານວັງກໍ່ ແລະ ບ້ານທົ່ງແຄະ ທາງຂາດ ດິນເຈື່ອນ ປິດການສັນຈອນ; ກຸ່ມໂພນຕານ: ບ້ານປຸ່ງປ່າຕາວ, ບ້ານກວນຈັນ ແລະ ບ້ານນາປ່າຫວ້ານ ນ້ຳຖ້ວມລະດັບສູງປິດການສັນຈອນ ຖ້ວມຮົ້ວສວນປະຊາຊົນຈຳນວນຫລາຍ; ກຸ່ມຫນອງກອກ: ບ້ານແກ້ງບິດ ແລະ ບ້ານຫນອງກອກ ນ້ຳປ່າໄຫລຊຸ ຖ້ວມບ້ານເຮືອນ ແລະ ໄຮ່ນາຮົ້ວສວນຂອງປະຊາຊົນ. ປັດຈຸບັນເສົາໄຟຟ້າຫັກ ຢູ່ບ້ານປຸ່ງປ່າຕາວ ເຊິ່ງໄດ້ຖືກຕັດໄຟໃນບາງຈຸດ.

ຂ່າວ-ພາບ: ນາງທິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments