Thursday, October 10, 2024
Homeຂ່າວໜ້າໜຶ່ງລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບທູດອິນເດຍ ປະຈໍາ ລາວ

ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບທູດອິນເດຍ ປະຈໍາ ລາວ

ໃນຕອນບ່າຍວັນທີ 3 ສິງຫາ 2023, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫລ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ປຣາຊານຕ໌ ອາເກີວາລ (Prashant Agrawal) ເອກອັກຄະລັດຖະທູດອິນເດຍ ຄົນໃໝ່ ປະຈຳ ສປປ ລາວ.

ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ພ້ອມທັງຕີລາຄາສູງ ຕໍ່ທ່ານ Prashant Agrawal ທີ່ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ, ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສ ອິນເດຍ ໃນໄລຍະຜ່ານມາ. ພ້ອມທັງ ສະເໜີໃຫ້ທ່ານທູດ ສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືສອງຝ່າຍ ລາວ-ອິນເດຍ ໃຫ້ຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ, ລວມທັງຂົງເຂດ ຖວທ.

ຈາກນັ້ນ, ທ່ານ ທູດອິນເດຍປະຈຳລາວ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ນາງ ເຂັມມະນີ ພົນເສນາ, ພ້ອມທັງຢືນຢັນວ່າ ຕົນເອງປະສຸມທຸກຄວາມສາມາດ ເພື່ອປະ ກອບສ່ວນເຂົ້າໃນການເພີ່ມທະວີ ການພົວພັນຮ່ວມມືລະຫວ່າງ ອິນເດຍ ແລະ ລາວ ໃຫ້ກວ້າງຂວາງຍິ່ງຂຶ້ນ.

ຂ່າວ: ສຸກສະຫວັດ

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments