Thursday, October 10, 2024
Homeຂ່າວການເມືອງອົງການໄອຍະການ ລາວ-ສ ເກົາຫລີ ຮັດແໜ້ນການຮ່ວມມືສອງຝ່າຍ

ອົງການໄອຍະການ ລາວ-ສ ເກົາຫລີ ຮັດແໜ້ນການຮ່ວມມືສອງຝ່າຍ

ໃນວັນທີ 4 ສິງຫາ 2023 ນີ້, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ເຂົ້າພົບປະກັບ ທ່ານ ລີ ວັນ ຊົກ ຫົວໜ້າ ອົງການໄອຍະການສູງສຸດ ສາທາລະນະລັດ ເກົາຫລີ ພ້ອມທັງດ້ວຍຄະນະ ຢູ່ອົງການໄອຍະການສູງສຸດ ສ ເກົາຫລີ ເພື່ອປຶກສາຫາລື, ເສີມຂະຫຍາຍ ຮັດແໜ້ນການຮ່ວມມື ລະຫວ່າງ ສອງອົງການໄອຍະການຂອງ ສປປ ລາວ ແລະ ສ ເກົາຫລີ ໃຫ້ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ.

ໂອກາດດັ່ງກ່າວ, ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ລີ ວັນ ຊົກ ກໍຄື ອົງການໄອຍະການສູງສຸດ ແຫ່ງ ສ ເກົາຫລີ ທີ່ໄດ້ ໃຫ້ການຕ້ອນຮັບຢ່າງອັນອົບອຸ່ນ ໃນຄັ້ງນີ້ ເຊິ່ງ ເປັນການເສີມສ້າງ, ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ສ ເກົາຫລີ ໂດຍສະເພາະ ສອງອົງການໄອຍະການ ລາວ-ສ ເກົາຫລີ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ. ພ້ອມທັງໄດ້ນຳສະເໜີໃຫ້ສອງຝ່າຍຮ່ວມມືກັນ ໃນຫລາຍບັນຫາ ເປັນຕົ້ນ ການຝຶກອົບຮົມ ເເລະ ພັດທະນາທັກສະໃຫ້ເເກ່ພະນັກງານໄອຍະການປະຊາຊົນຂອງ ສປປ ລາວ ໂດຍອີງໃສ່ວຽກຕົວຈິງ ເເລະ ພາລະບົດບາດ ເຊິ່ງເຫັນວ່າ ພວກເຮົາຍັງມີດ້ານຄົງຄ້າງຈໍານວນບໍ່ໜ້ອຍ ໂດຍສະເພາະ ການພັດທະນາບຸກຄະລາກອນ ເພື່ອໃຫ້ມີຄວາມຮູ້ ຄວາມສາມາດວຽກງານໄອຍະການ. ພ້ອມກັ້ນ, ກໍໃຫ້ມີການຈັດສໍາມະນາ ເເລະ ກອງປະຊຸມ ເພື່ອເເລກປ່ຽນຄຳຄິດເຫັນທາງດ້ານຂໍ້ມູນຂ່າວສານ ກ່ຽວກັບ ກົດໝາຍ, ບົດຮຽນປະສົບການ ຖອດຖອນບົດຮຽນໃນພາກປະຕິບັດມີລັກສະນະທີ່ດີ ເເລະ ບັນຫາທາງດ້ານ ກົດໝາຍ ໃນການຕ້ານອາຊະຍາກໍາຂ້າມຊາດ ທີ່ມີການຈັດຕັ້ງໃນປັດຈຸບັນ ແລະ ໃຫ້ມີການເເລກປ່ຽນຄະນະຜູ້ເເທນຂັ້ນສູງ, ຂັ້ນວິຊາການ ຈົນໄປເຖິງການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ສອງອົງການໄອຍະການ ເພື່ອສ້າງຄວາມເຂັ້ມແຂງວຽກງານໄອຍະການໃຫ້ມີການພັດທະນາໃນຕໍ່ໜ້າ.

ທ່ານ ໄຊຊະນະ ໂຄດພູທອນ ຍັງຖືໂອກາດນີ້, ເຊີນ ທ່ານ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສ ເກົາຫລີ ພ້ອມດ້ວຍຄະນະ ໄປຢ້ຽມຢາມ ເເລະ ເຮັດວຽກ ຢູ່ ສປປ ລາວ ເພື່ອເສີມສ້າງສາຍພົວພັນຮ່ວມ ລະຫວ່າງ ສອງອົງການໄອຍະການ ລາວ-ສ ເກົາຫລີ ໃຫ້ໄດ້ຮັບການເສີມຂະຫຍາຍ ນັບມື້ແໜ້ນແຟ້ນ ຢ່າງບໍ່ຢຸດຢັ້ງ.

ຂ່າວ: ຄຳປະເສີດ ວິຈິດຕະວົງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments