Friday, October 11, 2024
Homeຂ່າວຕ່າງປະເທດຫວຽດນາມ ຈັດກອງປະຊຸມຕີລາຄາການແກ້ໄຂຄວາມຫຍຸ້ງຍາກໃຫ້ຕະຫຼາດອະສັງຫາລິມະຊັບ

ຫວຽດນາມ ຈັດກອງປະຊຸມຕີລາຄາການແກ້ໄຂຄວາມຫຍຸ້ງຍາກໃຫ້ຕະຫຼາດອະສັງຫາລິມະຊັບ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 3 ສິງຫາ ຜ່ານມານີ້, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມທາງໄກຕີລາຄາໝາກຜົນແຫ່ງການປະຕິບັດມະຕິ ເລກທີ 33 ຂອງລັດຖະບານ ແລະ ສະເໜີຕ້ອງມີບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດໃຫ້ແກ່ຕະຫຼາດອະສັງຫາລິມະຊັບ.

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນໃນກອງປະຊຸມເນັ້ນໜັກວ່າ: ຂົງເຂດອະສັງຫາລິມະຊັບ ແມ່ນໜຶ່ງໃນບັນດາເສົາຄ້ຳຂອງພື້ນຖານເສດຖະກິດ. ລັດຖະບານ, ນາຍົກລັດຖະມົນຕີ ໄດ້ຊີ້ນຳຢ່າງໃກ້ຊິດ, ພ້ອມກັບທ້ອງຖິ່ນ, ວິສາຫະກິດເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ຕະຫຼາດອະສັງຫາລິມະຊັບ. ທ່ານມອບໃຫ້ກະຊວງກໍ່ສ້າງສືບຕໍ່ຄົ້ນຄວ້າ, ສຳເລັດການປະກອບສຳເນົາເອກະສານກ່ຽວກັບການສ້າງກົດໝາຍວ່າດ້ວຍເຮືອນຢູ່ (ສະບັບປັບປຸງ), ກົດໝາຍວ່າດ້ວຍການດຳເນີນທຸລະກິດຂົງເຂດອະສັງຫາລິມະຊັບ (ສະບັບປັບປຸງ) ເພື່ອລາຍງານຕໍ່ລັດຖະບານ, ຍື່ນສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 6 ຊຶ່ງຈະຈັດຂຶ້ນໃນເດືອນຕຸລາ ຈະມາເຖິງ, ຮັບປະກັນລັກສະນະຄົບຊຸດ, ເປັນເອກະພາບ ແລະ ຄວາມເປັນໄປໄດ້ຂອງລະບຽບກົດໝາຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments