Saturday, October 12, 2024
Homeຂ່າວໜ້າໜຶ່ງສາທາ ຍົກລະດັບຈັນຍາທຳ ຈັນຍາບັນແພດ-ພະຍາບານ ຄຸນສົມບັດສິນທຳປະຕິວັດ

ສາທາ ຍົກລະດັບຈັນຍາທຳ ຈັນຍາບັນແພດ-ພະຍາບານ ຄຸນສົມບັດສິນທຳປະຕິວັດ

ຄະນະບໍລິຫານງານສະຫະພັນກໍາມະບານ ກະຊວງສາທາລະນະສຸກ (ສທ) ໄດ້ຈັດຊຸດຝຶກອົບຮົມຈັນຍາທຳ, ຈັນຍາບັນແພດ, ຈັນຍາບັນພະຍາບານ, ຄຸນສົມບັດ, ສິນທຳປະຕິວັດໃຫ້ສະມາຊິກພັກ, ພະນັກງານ ແລະ ສະມາຊິກກຳມະບານຮາກຖານອ້ອມຂ້າງກະຊວງສາທາລະນະສຸກ ຂຶ້ນໃນວັນທີ 3 ສິງຫາ ນີ້ ທີ່ໂຮງໝໍມິດຕະພາບ ພາຍໃຕ້ ການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຊຸດຝຶກອົບຮົມຄັ້ງນີ້ຈັດຂຶ້ນ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ ແລະ ສະມາຊິກກຳມະບານຮາກຖານ ອ້ອມຂ້າງກະຊວງສາທາລະນະສຸກມີຈັນຍາທຳ, ຈັນຍາບັນແພດ, ຈັນຍາບັນພະຍາບານ, ຄຸນສົມບັດ, ສິນທຳປະຕິວັດ ເພີ່ມຂຶ້ນ ເພື່ອນຳໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຢ່າງມີຄຸນນະພາບ ນັບມື້ນັບດີຂຶ້ນຕາມນະໂຍບາຍ 5 ດີ 1 ພໍໃຈ ເພື່ອຊ່ວຍຫຼຸດຜ່ອນຫາງສຽງຈົ່ມວ່າຂອງສັງຄົມ ຕໍ່ກັບການບໍລິການຂອງແພດໝໍຈຳນວນໜຶ່ງທີ່ຂາດຈັນຍາທຳ, ຈັນຍາບັນໂດຍຕິດພັນກັບວຽກງານ 5 ເປັນເຈົ້າຂອງກຳມະບານ, ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຂະບວນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຂະບວນການວິຊາສະເພາະ. ເພື່ອແນໃສ່ສືບ ຕໍ່ຢຶດໝັ້ນການປະຕິບັດນະໂຍບາຍສາທາລະນະສຸກທົ່ວປວງຊົນ ຕາມທິດຖືເອົາການອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ ຖືເອົາການປິ່ນປົວ ແລະ ການບໍລິການສຸຂະພາບຢ່າງທົ່ວເຖິງ, ມີຄຸນນະພາບ, ຍຸຕິທຳ ແລະ ສະເໝີພາບເປັນສຳຄັນ ປະຕິຮູບສາທາລະນະສຸກຢ່າງຮອບດ້ານ, ສ້າງລະບົບບໍລິການທີ່ດີ ຖືເອົາຄົນເປັນໃຈກາງ ໂດຍໃຫ້ການບໍລິການທີ່ມີຄຸນນະພາບ, ມີຈັນຍາທຳ, ເອົາໃຈໃສ່ດູແລນັບທັງຮ່າງກາຍ, ຈິດໃຈ ແລະ ສິ່ງແວດລ້ອມ, ສ້າງລະບົບການປົກປ້ອງສັງຄົມດ້ານສຸຂະພາບທີ່ທົ່ວເຖິງ ເພື່ອເຮັດໃຫ້ສັງຄົມເຂັ້ມແຂງ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນດ້ວຍຫຼັກປະກັນສຸຂະພາບ ທີ່ປົກປ້ອງທຸກຄົນທາງດ້ານກັນພະຍາດ, ສົ່ງເສີມສຸຂະພາບ. ດ້ານການປິ່ນປົວເຮັດໃຫ້ປະຊາຊົນມີສຸຂະພາບແຂງແຮງດີ ນັບແຕ່ເດັກນ້ອຍຢູ່ໃນທ້ອງໄປຈົນເຖິງຜູ້ອາຍຸສູງ ໂດຍເນັ້ນໃສ່ການສ້າງຮາກຖານທີ່ເຂັ້ມແຂງ ຈາກແບບແຜນການດຳລົງຊີວິດທີ່ປາສະຈາກປັດໃຈສ່ຽງຕໍ່ສຸຂະພາບ ແລະ ສ້າງຈິດສຳນຶກເປັນເຈົ້າການໃນການຮັກສາສຸຂະພາບຂອງຕົນເອງ, ຄອບຄົວ ແລະ ຊຸມຊົນ.

ຂ່າວ-ພາບ: ຍຸພິນທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments