Saturday, October 12, 2024
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ຕ້ອນຮັບການຢ້ຽມຂໍ່ານັບຂອງ ລັດຖະມົນຕີກະຊວງການຕ່າງປະເທດຟິລິບປິນ

ນາຍົກລັດຖະມົນຕີ ຕ້ອນຮັບການຢ້ຽມຂໍ່ານັບຂອງ ລັດຖະມົນຕີກະຊວງການຕ່າງປະເທດຟິລິບປິນ

ໃນຕອນບ່າຍຂອງວັນທີ 4 ສິງຫາ ນີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ແອນຣິເກ ເອ. ມານາໂລ (Enrique A. Manalo) ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສາທາລະນະລັດ ຟີລິບປິນ ພ້ອມ​ດ້ວຍພັນລະຍາ ແລະ ​ຄະນະ ໃນໂອກາດ​ເດີນທາງ​ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ຟີລິບປິນ ຄັ້ງທີ 2, ​ໃນ​ວັນ​ທີ 3-5 ສິງຫາ 2023.

ໃນໂອກາດນີ້, ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ພະນະທ່ານ ແອນຣິເກ ເອ. ມານາໂລ ພ້ອມດ້ວຍພັນລະຍາ ແລະ ຄະນະໃນຄັ້ງນີ້, ພ້ອມທັງໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ ສອງປະເທດ ທີ່ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຍິ່ງໆຂຶ້ນ ຕະຫຼອດໄລຍະ 6 ທົດສະວັດຜ່ານມາ, ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 4 ມັງກອນ 1955 ຊຶ່ງສະແດງອອກຄື: ສອງຝ່າຍໄດ້ມີການແລກປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນ ຢ່າງເປັນປົກກະຕິ, ການພົວພັນຮ່ວມມືໃນຫຼາຍໆດ້ານ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໄດ້ຮັບການພັດທະນາຂຶ້ນເປັນກ້າວໆ. ດ້ານປ້ອງກັນຊາດ, ສອງຝ່າຍໄດ້ມີການຮ່ວມມືໃນການຝຶກອົບຮົມຕ່າງໆໃຫ້ແກ່ກໍາລັງປ້ອງກັນຊາດ, ໂດຍສະເພາະແມ່ນການຝຶກອົບຮົມ ກ່ຽວກັບການຊ່ວຍເຫຼືອໄພພິບັດ, ການເກັບກູ້ລະເບີດບໍ່ທັນແຕກ ແລະ ອື່ນໆ. ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ກໍມີການຮ່ວມມືກັນຢ່າງເປັນປົກກະຕິ, ການຄ້າສອງຝ່າຍຂອງສອງປະເທດໃນ 6 ເດືອນຕົ້ນປີ 2023 ບັນລຸໄດ້ເຖິງ 29,8 ລ້ານໂດລາ, ການລົງທຶນ ຂອງ ຟິລິບປິນ ແມ່ນຈັດຢູ່ໃນອັນດັບທີ 47 ຂອງການລົງທຶນໂດຍກົງຈາກຕ່າງປະເທດ ຢູ່ ສປປ ລາວ. ການຮ່ວມດ້ານອື່ນໆ ເປັນຕົ້ນ ດ້ານວັດທະນະທໍາ-ສັງຄົມ, ການສຶກສາ, ກະສິກໍາ ແລະ ການທ່ອງທ່ຽວ ກໍໄດ້ຮັບການຮັດແໜ້ນເປັນກ້າວໆ. ພ້ອມນີ້, ພະນະທ່ານ ສອນໄຊ ສີພັນດອນ ໄດ້ແຈ້ງໃຫ້ຝ່າຍຟິລິບປິນ ຊາບເຖິງການກະກຽມເປັນປະທານອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ແລະ ການກະກຽມເປີດປີທ່ອງທ່ຽວລາວ ໃນປີ 2024 ທີ່ຈະມາເຖິງນີ້ ແລະ ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານຟິລິບປິນ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນຄັ້ງຜ່ານໆມາ, ລວມເຖິງການຈະເປັນປະທານອາຊຽນໃນປີ 2024 ນີ້.

ພະນະທ່ານ ແອນຣິເກ ເອ. ມານາໂລ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້ ແລະ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບ ຜົນຂອງກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ຟີລິບປິນ ຄັ້ງທີ 2 ທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ພ້ອມນີ້, ພະນະທ່ານ ແອນຣິເກ ເອ. ມານາໂລ ກໍໄດ້ສະແດງຄວາມເຫັນດີເປັນເອກະພາບ ຕໍ່ການຕີລາຄາສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ ຟິລິບປິນ ແລະ ສປປ ລາວ ໃນໄລຍະຜ່ານມາ ແລະ ເຫັນດີໃຫ້ມີການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືໃນດ້ານຕ່າງໆ, ພ້ອມທັງໄດ້ສະແດງຄວາມຍິນດີໃນການສະໜັບສະໜູນ ສປປ ລາວ ໃນການກະກຽມເປັນປະທານອາຊຽນ ໃນປີ 2024 ທີ່ຈະມາເຖິງນີ້. ພ້ອມດຽວກັນນັ້ນ, ພະນະທ່ານ ແອນຣິເກ ເອ. ມານາໂລ ກໍໄດ້ນໍາເອົາຄວມຢື້ຢາມຖາມຂ່າວ ຂອງ ພະນະທ່ານ ເຟີດີນານ ມາກອດ ຈູເນຍ (H.E. Ferdinand Marcos Jr), ປະທານາທິບໍດີ ແຫ່ງ ສ ຟິລິບປິນ ສົ່ງເຖິງ ພະນະທ່ານ ສອນໄຊ ສີພັນດອນ ພ້ອມທັງຄໍາເຊື້ອເຊີນໄປຢ້ຽມຢາມ ຟິລິບປິນ ໃນເວລາອັນເໝາະສົມ.

ໃນຕອນທ້າຍ, ພະນະທ່ານ ສອນໄຊ ສີພັນດອນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ຄໍາຢື້ຢາມຖາມຂ່າວ ແລະ ຄໍາເຊື້ອເຊີນ ຂອງ ພະນະທ່ານ ເຟີດີນານ ມາກອດ ຈູເນຍ ແລະ ຍັງຝາກຄວາມຢື້ຢາມຖາມຂ່າວ ຂອງ ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ແລະ ຂອງຕົນ ໄປຍັງ ພະນະທ່ານ ເຟີດີນານ ມາກອດ ຈູເນຍ ແລະ ຫວັງວ່າຈະໄດ້ພົບປະກັບ ພະນະທ່ານ ໃນໂອກາດທີ່ຈະເດີນທາງຢ້ຽມຢາມທາງການ ທີ່ ຟິລິບປິນ ຫຼື ໃນໂອກາດເຂົ້າຮ່ວມກອງປະຊຸມອາຊຽນ ແລະ ສາກົນອື່ນໆ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ເສີມຂະຫຍາຍການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ໃກ້ຊິດ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.

ຂ່າວ: ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments