Saturday, October 12, 2024
Homeແຈ້ງການສໍາຄັນແຈ້ງເຕືອນນໍ້າຖ້ວມ ວັນທີ 04 ສິງຫາ 2023

ແຈ້ງເຕືອນນໍ້າຖ້ວມ ວັນທີ 04 ສິງຫາ 2023

ແຈ້ງເຕືອນນໍ້າຖ້ວມ ປະຈໍາວັນທີ 04 ສິງຫາ 2023 ຮ່ອງຄວາມກົດດັນ ອາກາດຕໍ່າຍັງຈະພາດຜ່ານຢູ່ເຂດພາກເໜືອດ້ານຕາເວັນອອກຂອງ ປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງ ຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ຍັງຈະເຮັດໃຫ້ລະດັບແມ່ນໍ້າສາຂາ ຍັງຈະສືບຕໍ່ເພີ່ມຂຶ້ນ ໂດຍສະເພາະລະດັບນໍ້າຢູ່ສະຖານີແກ້ງກອກ (ນໍ້າເຊຈໍາພອນ) ເມືອງຈໍາພອນ ແຂວງສະຫວັນນະເຂດ ປັດຈຸບັນ ແທກໄດ້ 8.24 ແມັດ, ໄດ້ກາຍເຂດລະດັບອັນຕະລາຍແລ້ວ (ເຂດອັນຕະລາຍ 8.00 ແມັດ) ແລະ ຂົວເຊບັ້ງໄຟ (ເຊບັ້ງໄຟ) ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ແທກໄດ້ 16.90 ແມັດ ໃກ້ເຂດລະດັບເຕືອນໄພແລ້ວ (ເຂດລະດັບເຕືອນໄພ 17.50ແມັດ). ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນທີ່ອາໄສຢູ່ລຽບຕາມແຄມນໍ້າເຊ ຈໍາພອນ ແລະ ຂົວເຊບັ້ງໄຟ ຈົ່ງມີສະຕິລະວັງຕໍ່ສະພາບຝົນຕົກໜັກ ທີ່ຈະເຮັດໃຫ້ເກີດມີດິນເຈື່ອນ, ນໍ້າຖ້ວມຊຸ ແລະ ນໍ້າຖ້ວມອັ່ງ ຈະເກີດຂຶ້ນ ໄດ້ໃນໄລຍະນີ້. ພ້ອມນີ້ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດ ແລະ ລະດັບນໍ້າຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments