Sunday, October 13, 2024
Homeຂ່າວພາຍໃນເຜີຍແຜ່ຄຳແນະນຳໃນການຈັດຕັ້ງປະຕິບັດນິຕິກຳກ່ຽວກັບວຽກງານໄຟຟ້າຢູ່ເມືອງທຸລະຄົມແຂວງວຽງຈັນ

ເຜີຍແຜ່ຄຳແນະນຳໃນການຈັດຕັ້ງປະຕິບັດນິຕິກຳກ່ຽວກັບວຽກງານໄຟຟ້າຢູ່ເມືອງທຸລະຄົມແຂວງວຽງຈັນ

—————

ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດກົດໝາຍໄຟຟ້າ ສະບັບປັບປຸງ ເລກທີ 19/ສພຊ ລົງວັນທີ 20 ພຶດ ສະພາ 2017 ແລະ ນິຕິກໍາຕ່າງໆກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ໄຟຟ້າໃຫ້ໄດ້ຮັບຜົນດີ ຕາມທິດທາງຂອງຂັ້ນເທິງວາງອອກ. ໃນຕອນເຊົ້າຂອງວັນທີ 2 ສິງຫາ 2023 ນີ້ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດກອງປະຊຸມຂຶ້ນນຢູ່ທີ່ສະໂມ ສອນຂອງເມືອງ, ໂດຍການປະທານຮ່ວມຂອງ ທ່ານ ກິຄໍາ ວົງໄຊ ຮອງເຈົ້າເມືອງໆທຸລະຄົມ, ທ່ານ ກຽງສັກ ປຣັກສາດທອງ ຫົວໜ້າລັດວິສາຫະກິດໄຟຟ້າສາຂາ ແຂວງວຽງຈັນ ແລະ ທ່ານ ໂພຄໍາ ຫຼວງໄພວົງ ຫົວໜ້າຫ້ອງການພະ ລັງງານ ແລະ ບໍ່ແຮ່ເມືອງ ທຸລະຄົມ. ຊຶ່ງມີຫົວໜ້າ, ຮອງຫົວຫ້ອງການ, ອົງການ, ກົມກອງ ອ້ອມຂ້າງເມືອງ, ພະນັກງານຈາກລັດວິສາຫະກິດໄຟຟ້າພາກກາງ, ໄຟຟ້າແຂວງ, ພະນັກງານໄຟຟ້າສູນບໍລິການຂອງເມືອງ, ກຸ່ມບ້ານ, ນາຍບ້ານ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໂພຄໍາ ຫຼວງໄພວົງ ຫົວໜ້າຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງ ໄດ້ຂຶ້ນເຜີຍແຜ່ຄໍາແນະນໍາຂອງທ່ານເຈົ້າແຂວງ ແຂວງວຽງຈັນ ສະບັບເລກທີ 009/ຈຂ.ວຈ ລົງວັນທີ 29 ມີຖຸນາ 2023 ກ່ຽວກັບການຄຸ້ມຄອງລະບົບໄຟຟ້າ ແລະ ການຊົມໃຊ້ໄຟຟ້າ ຢູ່ແຂວງວຽງຈັນ, ຄໍາແນະນໍາສະບັບດັ່ງກ່າວປະກອບມີ 9 ໝວດ, 32 ມາດຕາ; ກອງປະຊຸມ ຍັງໄດ້ຮັບຟັງການຜ່ານໂຄງສ້າງ, ການຄິດໄລ່ຫົວໜ່ວຍລາຄາໄຟຟ້າ, ຂໍ້ຕົກລົງຂອງທ່ານເຈົ້າເມືອງທຸລະຄົມ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຮັບຜິດຊອບຄຸ້ມຄອງນໍາໃຊ້ໄຟຟ້າ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ຕິດພັນກັບແຈ້ງການກ່ຽວກັບວຽກງານດັ່ງກ່າວ, ຜ່ານຂໍ້ຕົກ ລົງຂອງຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ກ່ຽວກັບການແຕ່ງຕັ້ງພະນັັກງານລັດວິສາຫະກິດໄຟຟ້າລາວ ຊຶ່ງໃນນັ້ນ ໄດ້ແຕ່ງຕັ້ງ ທ່ານ ນິປະໄພ ພັນນະວົງ ເປັນຫົວໜ້າສູນບໍລິການໄຟຟ້າເມືອງທຸລະຄົມ, ທ່ານ ຕົວລໍ່ ໄຟຈົ່ງ ເປັນຮອງຫົວໜ້າສູນ. ເພື່ອເຮັດໃຫ້ກອງປະຊຸມທີ່ຈັດຂຶ້ນໃນເທື່ອນີ້ມີເນື້ອໃນຄວາມໝາຍສໍາຄັນ ແລະ ມີປະສິດທິຜົນດີຍິ່ງຂຶ້ນ , ຄະນະປະທານໄດ້ມີຄໍາຖາມເຈາະຈີ້ມບັນດາຜູ້ເຂົ້າຮ່ວມ, ຮັບຟັງການມີຄໍາເຫັນຂອງພາກທຸລະກິດ, ການຈັດຕັ້ງບ້ານ ກໍຄືບັນດາພະນັກງານ-ລັດຖະກອນ, ມີການຂຶ້ນຊີ້ແຈງຕອບຄໍາຊັກຖາມ, ສັງລວມບັນຫາຫຍໍ້ທໍ້ຕໍ່ກັບວຽກງານໄຟຟ້າໃນໄລຍະຜ່ານມາ ເຊັ່ນ: ບັນຫາໄຟຟ້າບໍ່ພໍ, ໄຟຕົກ, ໄຟຟ້າດັບຢູ່ເລື້ອຍ ນັບທັງຈັນຍາບັນຂອງພະນັກງານໄຟ້ຟ້າ, ການລັກສາຍໄຟຟ້າ ແລະ ອື່ນໆ ເພື່ອເຮັດໃຫ້ວຽກງານຄຸ້ມຄອງ ແລະ ນໍາໃຊ້ໄຟຟ້າຢູ່ເມືອງທຸລະຄົມໃນຕໍ່ໜ້າ ດໍາເນີນໄປຢ່າງຖືກທິດທາງ, ສອດຄ່ອງກັບກົດໝາຍ-ນິຕິກໍາຂົງເຂດໄຟຟ້າ ແລະ ເພື່ອໃຫ້ຜົນກອງປະຊຸມເທື່ອນີ້ໄດ້ຮັບການຈັດຕັ້ງປະຕິບັດເອກະພາບກັນ, ທ່ານ ກິຄໍາ ວົງໄຊ ຮອງເຈົ້າເມືອງ ໄດ້ມີຄໍາເຫັນ ໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ກອງປະຊຸມໃນຫລາຍບັນຫາທີ່ສໍາຄັນອີກດ້ວຍ.

ພາບ-ຂ່າວ: ຫລ້າທໍ່ ປາຈາທໍ່;

ບກ: ຄໍາພອນ ຈັນທະວົງສັກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments