Sunday, October 13, 2024
Homeບຸນປະເພນີສັດທາຊາວພຸດ ເນື່ອງໃນໂອກາດວັນອອກພັນສາ ປີນີ້ອາລັງການທີ່ສຸດ

ສັດທາຊາວພຸດ ເນື່ອງໃນໂອກາດວັນອອກພັນສາ ປີນີ້ອາລັງການທີ່ສຸດ

ເປັນປົກກະຕິທຸກປີໃນວັນບຸນເຂົ້າພັນສາເປັນອີກວັນໜຶ່ງທີ່ສຳຄັນຫຼາຍສຳລັບຊາວພຸດສາສະນິກະຊົນ ເປັນໜຶ່ງໃນຮີດ 12ທີ່ປະຕິບັດກັນບໍ່ໄດ້ຂາດ ແລະປີນີ້ ແຂວງວຽງຈັນ ເຫັນພາບແລ້ວງົດງາມຕາການຕາອີຫຼີ ຄວາມງາມຂອງຜາສາດເຜີ້ງ ແລະ ທຽນພັນສາທີ່ເຮັດຈາກທຽນເຜີ້ງແທ້ ຄວາມງາມຄັ້ງນີ້ເກີດຂຶ້ນທີ່ວັດສີນໄຊຍາລາມ ເມືອງເຟືອງ ແຂວງວຽງຈັນ.

ບຸນເຂົ້າພັນສາ ສຳລັບຜູ້ທີ່ມັກເຂົ້າວັດເຂົ້າວາແລ້ວຄົງບໍ່ຍາກທີ່ຈະອະທິບາຍ ແຕ່ຄົນທີ່ບໍ່ມັກຂ້ອງກ່ຽວກັບສາສະໜາອາດສົນໃຈວ່າເຫດໃດຈິ່ງເອີ້ນ “ບຸນເຂົ້າພັນສາ” ມື້ນີ້ເຮົາມາທຳຄວາມຮູ້ຈັກໃຫ້ແຈ່ມແຈ້ງຂຶ້ນ.

ບຸນເຂົ້າພັນສາປະວໍລະນາ ແມ່ນໜຶ່ງບຸນໃນຮີດ 12 ຄອງ 14 ເປັນວັນທີ່ມີຄວາມໝາຍຄວາມສໍາຄັນ ທາງດ້ານພຸດທະສາສະໜາ ປະຕິບັດສືບຕໍ່ກັນມາແຕ່ບູຮານນະການ ໂດຍວັນດັ່ງກ່າວຊາວພຸດທະສາສະໜາກະນິກະຊົນ ໄດ້ພ້ອມກັນເອົາຜ້າ ຈໍາພັນສາ ທຽນຈໍາພັນສາ ຖວາຍໃຫ້ແກ່ພະສົງຜູ້ທີ່ຈໍາພັນສາ ຕັກບາດ ແລະ ວຽນທຽນ.

ບຸນເຂົ້າພັນສາປະວໍລະນາ ເປັນຮີດຄອງປະເພນີ ຫຼື ວ່າວິໄນ ທີ່ພຣະພຸດທະເຈົ້າບັນຍັດວ່າ: ໃນລະດູຝົນ ຊາວບ້ານໄດ້ເຮັດນາເຮັດສວນຢ້ານພະສົງອາດຈະໄປຢຽບຢໍ່າພືດຜົນຂອງຊາວບ້ານໃຫ້ເສຍຫາຍ, ດັ່ງນັ້ນ ພຣະພຸດທະເຈົ້າຈຶ່ງກຳນົດໃຫ້ພະສົງຢູ່ວັດຕະຫລອດລະດູຝົນ ເພື່ອຈໍາພັນສາພາຍໃນ 3 ເດືອນນັ້ນ ບໍ່ໃຫ້ເດີນທາງໄປໃສໃນໄລຍະນີ້ ທີ່ເອີ້ນວ່າ ຈຳພັນສາ ຫລື ເຂົ້າພັນສາ.

ບຸນເຂົ້າພັນສານີ້ໄດ້ກໍານົດເອົາເດືອນ 8 ລາວເພັງ ມື້ຂຶ້ນ 15 ຄໍ່າ ເປັນມື້ທີ່ນິມົນພຣະພຸດທະຮູບເຂົ້າພັນສາ ແລະ ອອກຕົນຍາດໂຍມກໍໄດ້ອອກມາຟັງເທດຮັບສິນ ສວດມົນຢູ່ວັດ ປະຈໍາ 3 ເດືອນ ທຸກວັນສິນອີກດ້ວຍ.

ສໍາລັບການກະກຽມ ຫຼື ເຮັດບຸນໃນວັນເຂົ້າພັນສານີ້ ຊາວພຸດທັງຫຼາຍໄດ້ຫ້າງຫາກະກຽມ ມື້ 14 ຄໍ່າ ຫ້າງຫາກະກຽມ ຫໍ່ເຂົ້າຕົ້ມ ເຂົ້າໜົມ, ກຽມຖວາຍຜ້າອາບນໍ້າຝົນ ຜ້າພັນສາ ທຽນພັນສາ ໃຫ້ແກ່ພຣະສົງສາມະເນນ.

ມື້ຂຶ້ນ 15 ຄໍ່າແມ່ນມີການຕັກບາດ ຖວາຍສັງກະທານໃຫ້ແກ່ພຣະສົງ ແລ້ວກໍໄດ້ນິມົນພຣະເຂົ້າພັນສາ ແລະ ໃນຄໍ່າຄືນຂອງມື້ 15 ຄໍ່າກໍມີການກະກຽມ ດອກໄມ້, ທູບທຽນ ເພື່ອວຽນທຽນ ແລະ ເຂົ້າມານິມົນພຣະພຸດທະຮູບ, ນິມົນຄູບາເຂົ້າພັນສາ. ສຳລັບປີນີ້ມື້ເຂົ້າພັນສາແມ່ນ ກົງກັບວັນອັງຄານ ທີ 2 ສິງຫາ 2023

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments