Sunday, October 13, 2024
Homeຂ່າວຕ່າງປະເທດຍອດຜູ້ເສຍຊີວິດ ຈາກພາຍຸໄຕ້ຝຸ່ນທົກຊູຣີ ໃນຟີລິບປິນ ເພີ່ມຂຶ້ນເປັນ 25 ຄົນ

ຍອດຜູ້ເສຍຊີວິດ ຈາກພາຍຸໄຕ້ຝຸ່ນທົກຊູຣີ ໃນຟີລິບປິນ ເພີ່ມຂຶ້ນເປັນ 25 ຄົນ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 31 ກໍລະກົດ, ຄະນະກຳມະການ ຈັດການ ແລະ ຫລຸດຄວາມສ່ຽງ ໄພພິບັດແຫ່ງຊາດ ຟີລິບປິນ ລາຍງານວ່າ: ຍອດຜູ້ເສຍຊີວິດ ຈາກ ເຫດນໍ້າຖ້ວມ ແລະ ດິນເຈື່ອນ ເນື່ອງຈາກ ພາຍຸໄຕ້ຝຸ່ນ ທົກຊູຣີ ໄດ້ເພີ່ມຂຶ້ນ ເປັນ 25 ຄົນ ແລະ ສູນຫາຍອີກ ຢ່າງໜ້ອຍ 20 ຄົນ.

ປັດຈຸບັນ, ຫລາຍພື້ນທີ່ ໃນຟີລິບປິນ ຍັງມີນໍ້າຖ້ວມຂັງ ເນື່ອງຈາກ ເກີດຝົນຕົກໜັກ ຢ່າງຕໍ່ເນື່ອງ  ຫລັງຈາກ ພາຍຸໄຕ້ຝຸ່ນ ທົກຊູຣີ ເຄື່ອນຕົວອອກຈາກ ຟີລິບປິນ. ຟີລິບປິນ ຍັງໄດ້ຜະເຊີນກັບ ໄຕ້ຝຸ່ນ ຂະນຸນ ຊຶ່ງເປັນ ພາຍຸໄຊໂຄລນ ລູກທີ່ 6 ທີ່ ພັດຖະຫລົ່ມໃນປີນີ້, ເ​ຮັດໃຫ້ເກີດຝົນ ມໍລະສຸມ ຕາເວັນຕົກສຽງໃຕ້ ທົ່ວປະເທດ ລວມເຖິງ ນະຄອນຫລວງ ມະນິລາ ດ້ວຍ.

ໄຕ້ຝຸ່ນທົກຊູຣີ ໄດ້ສົ່ງຜົນກະທົບ ຕໍ່ ປະຊາຊົນໃນຟີລິບປິນ ເກືອບ 2,4 ລ້ານຄົນ, ໂດຍມີ ປະຊາຊົນຕ້ອງພັດພາກ ຈາກທີ່ຢູ່ອາໄສ ແລະ ຍັງຄົງອາໄສ ຢູ່ໃນສູນພັກຊົ່ວຄາວກວ່າ 50.000 ຄົນ, ລວມເຖິງ ມີເຮືອນຊານປະຊາຊົນ, ພືດພັນຜົນລະປູກ, ຖະໜົນຫົນທາງ ແລະ ຂົວ ເປ່ເພ ເສຍຫາຍ.  ຟີລິບປິນ ເປັນໜຶ່ງໃນປະເທດ ທີ່ມີຄວາມສ່ຽງ ຕໍ່ໄພພິບັດ ຫລາຍທີ່ສຸດ ໃນໂລກ ໂດຍສາເຫດຫລັກ ມາຈາກ ທີ່ຕັ້ງ ຢູ່ແລວ ວົງແຫວນ ແຫ່ງໄຟ ແລະ ແລວເຂັມຂັດໄຕ້ຝຸ່ນ ຂອງ ມະຫາສະໝຸດ ປາຊີຟິກ , ໂດຍຟີລິບປິນ ຜະເຊີນກັບ ພາຍຸໄຕ້ຝຸ່ນ ສະເລ່ຍ 20 ລູກຕໍ່ປີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments