Monday, October 14, 2024
Homeຂ່າວໜ້າໜຶ່ງງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ

ງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ

ສະຖານທູດຈີນປະຈຳລາວ ໄດ້ຈັດງານລ້ຽງເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 96 ປີ (1/8/1927-1/8/2023) ຂຶ້ນໃນວັນທີ 1 ສິງຫາ ນີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ມີທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດ ຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີບັນດາຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີທ່ານ ພັນເອກພິເສດ ຫຼີປິ່ງ ທີ່ປຶກສາທູດປ້ອງກັນຊາດແຫ່ງ ສປ ຈີນ ປະຈໍາສປປ ລາວ ພ້ອມດ້ວຍນາຍ ແລະ ພົນທະຫານ, ແຂກຖືກເຊີນສອງຝ່າຍລາວ-ຈີນເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ພັນເອກ ພິເສດ ຫຼີປິ່ງ ກ່າວວ່າ: ກອງທັບປົດປ່ອຍປະຊາຊົນຈີນໄດ້ຢຶດໝັ້ນການນໍາພາຂອງພັກ, ປະຕິບັດໜ້າທີ່ວຽກງານຕາມຄໍາສັ່ງຂອງພັກ, ສູ້ຮົບດ້ວຍເລືອດເນື້ອ, ກ້າວໜ້າຢ່າງກ້າ ຫານ ຊຶ່ງໄດ້ຊະນະກັບສັດຕູທຸກຊັ້ນຄົນ, ຜ່ານຜ່າຄວາມຫຍຸ້ງຍາກທຸກຢ່າງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາ ຊຸກຍູ້ນໍາພາປະເທດຈີນສູ່ການປົດປ່ອຍເຂັ້ມແຂງຂຶ້ນກວ່າເກົ່າ. ກອງທັບປົດປ່ອຍປະຊາຊົນຈີນຢຶດໝັ້ນການນໍາພາຂອງແນວຄິດ ສີຈິ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະໄໝໃໝ່, ປະຕິບັດຕາມແນວຄິດ ສີຈິ້ນຜິງ ວ່າດ້ວຍການສ້າງກອງທັບໃຫ້ເຂັ້ມແຂງ, ຮັກສາລະບຽບການຂອງໂລກຢ່າງເດັດດ່ຽວໜຽວແໜ້ນ ແລະ ສະເໝີຕົ້ນສະເໝີປາຍ, ຍົກສູງບົດບາດຂອງຕົນຢ່າງຕໍ່ເນື່ອງ, ຮ່ວມຈິດຮ່ວມໃຈຜ່ານຜ່າຄວາມຫຍຸ້ງຍາກ, ເພີ່ມທະວີການຝຶກຊ້ອມທະຫານກຽມພ້ອມສູ້ຮົບ, ສືບຕໍ່ລົງເລິກປະຕິວັດ, ກໍາລັງກ້າວໄປ ໜ້າໃນຂະບວນການຟື້ນຟູຄວາມຈະເລີນຄືນໃໝ່ຂອງປະເທດຈີນ.

ທ່ານ ພັນເອກ ພິເສດ ຫຼີປິ່ງ ກ່າວຕື່ມວ່າ: ປະເທດລາວ ແລະ ປະເທດຈີນເປັນສອງປະເທດທີ່ມີສາຍນໍ້າສາຍພູຕິດຈອດກັນ, ເປັນສອງປະເທດທີ່ມີຄວາມໄວ້ເນື້ອເຊື່ອໃຈກັນ ເປັນສະຫາຍທີ່ດີ, ເພື່ອນມິດທີ່ດີ, ບ້ານໃກ້ເຮືອນຄຽງທີ່ດີ ແລະ ຄູ່ຮ່ວມມືທີ່ດີກັບທັງສອງຝ່າຍ. ພາຍໃຕ້ການນໍາພາຂອງການນໍາຂອງສອງພັກລັດລາວ-ຈີນ, ການສ້າງສາຍພົວພັນຄູ່ຮ່ວມຊາຕາກໍາລາວ-ຈີນ ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ແລະ ໄດ້ປະກົດຜົນເປັນຈິງ. ການຮ່ວມມືລະຫວ່າງສອງກອງທັບໄດ້ມີການພັດທະນາໃນຂອບເຂດທີ່ກວ້າງຂວາງຂຶ້ນກວ່າເກົ່າ, ລະດັບສູງຂຶ້ນກວ່າເກົ່າ ແລະ ເລິກເຊິ່ງກວ່າເກົ່າ, ໂດຍສະເພາະແມ່ນດ້ານການເມືອງ, ການຮ່ວມຝຶກຊ້ອມທະຫານ, ການແພດ ແລະ ການຝຶກອົບຮົມພະນັກງານແມ່ນໄດ້ຮັບຜົນສໍາເລັດເປັນຢ່າງດີ. ໃນເດືອນພຶດສະພາປີ 2023 ຜ່ານມາ, ສອງປະເທດລາວ ແລະ ຈີນໄດ້ຈັດການຊ້ອມຮົບຮ່ວມ ຊຶ່ງເປັນການຊ້ອມຮົບຮ່ວມຄັ້ງທໍາອິດລະຫວ່າງກອງທະຫານທັງສອງຝ່າຍຊຶ່ງມີຄວາມໝາຍ-ຄວາມສຳຄັນຫຼາຍໃນການພັດທະນາສາຍພົວພັນມິດຕະພາບທີ່ເປັນມູນ ເຊື້ອລະຫວ່າງສອງຝ່າຍ, ຍົກສູງຄວາມສາມາດໃນການສູ້ຮົບຮ່ວມກັນ ແລະ ຮັກສາຄວາມປອດໄພ ແລະ ສະ ຖຽນລະພາບໃນພາກພື້ນ. ສຳລັບຝ່າຍຈີນຍິນດີຮ່ວມກັບຝ່າຍລາວ ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈທີ່ການນໍາຂອງສອງພັກ, ສອງປະເທດໄດ້ເຫັນດີເປັນເອກະພາບກັນ, ສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດການປ້ອງກັນປະເທດເພື່ອໃຫ້ເກີດດອກອອກຜົນ, ສືບຕໍ່ສະໜັບສະໜູນຊຶ່ງກັນ ແລະ ກັນ ເພື່ອສ້າງຄູ່ຮ່ວມຊາຕາກຳລາວ-ຈີນໃຫ້ເຂົ້າສູ່ລວງເລິກ, ສືບຕໍ່ປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ.

(ຂ່າວ-ພາບ: ວັນເພັງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments