Monday, October 14, 2024
Homeຂ່າວຕ່າງປະເທດຫວຽດນາມ ແມ່ນຕະຫຼາດອັນດັບ 1 ຂອງວິສາຫະກິດ ສິງກະໂປ

ຫວຽດນາມ ແມ່ນຕະຫຼາດອັນດັບ 1 ຂອງວິສາຫະກິດ ສິງກະໂປ

ຂ່າວສານຫວຽດນາມລາຍງານວ່າ: ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ສິງກະໂປ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ພາຍຫຼັງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1 ສິງຫາ 1973 – 1 ສິງຫາ 2023) ແລະ 10 ປີແຫ່ງການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ (2013 –2023).

ຂ່າວລະບຸວ່າ: ການຮ່ວມມືດ້ານເສດຖະກິດ ແລະ ການລົງທຶນລະຫວ່າງສອງປະເທດສືບຕໍ່ແມ່ນຈຸດທີ່ມີຄວາມສາມາດບົ່ມຊ້ອນຫຼາຍດ້ານໃນຂົງເຂດໃໝ່ ເຊັ່ນ: ການພັດທະນາແບບຍືນຍົງ, ພະລັງງານທົດແທນ, ເສດຖະກິດສີຂຽວ ແລະ ເສດຖະກິດດີຈີຕອນ. ການລົງທຶນຈາກສິງກະໂປ ເຂົ້າ ຫວຽດນາມ ໃນໄລຍະຜ່ານມາມີການຂະຫຍາຍຕົວຢ່າງໂດດເດັ່ນ, ມາຮອດປັດຈຸບັນ ບັນລຸ 73,453 ຕື້ໂດລາ ດ້ວຍຈຳນວນ 3.273 ໂຄງການ, ເພີ່ມຂຶ້ນ 67% ໃນໄລຍະເວລາ 5 ປີ. ສິງກະໂປ ຂຶ້ນເປັນອັນດັບທີ 2 ຖັດຈາກ ສ ເກົາຫຼີ ໃນດ້ານການລົງທຶນເຂົ້າ ຫວຽດນາມ. ພິເສດ, ແຕ່ປີ 2020 ຮອດປັດຈຸບັນ, ສິງກະໂປ ຍາມໃດກໍຖືຖານະເປັນນັກລົງທຶນລາຍໃຫຍ່ ຢູ່ ຫວຽດນາມ.

ບັນດາວິສາຫະກິດ ສິງກະໂປ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດບຸລິມະສິດແຖວ ໜ້າຂອງບັນດານັກລົງທຶນ ສິງກະໂປ, ຍ້ອນ ຫວຽດນາມ ມີຄວາມສາມາດບົ່ມຊ້ອນເຕີບໂຕຢ່າງແຂງແຮງໃນບັນດາຂົງເຂດຄື: ການຫັນເປັນດີຈີຕອນ, ພະລັງງານທົດແທນ… ຍິ່ງໄປກວ່ານັ້ນ, ຫວຽດນາມ ມີທ່າໄດ້ປຽບດ້ານໂຄງປະກອບປະຊາກອນໄວໜຸ່ມ, ມີຄວາມກະຕືລືລົ້ນ, ມີທ່າແຮງທີ່ສຸດໃຫ້ແກ່ການເຕີບໂຕຂອງນັກລົງທຶນໃນໄລຍະຍາວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments