Monday, October 14, 2024
Homeຂ່າວໜ້າໜຶ່ງຮອງລັດຖະມົນຕີກະຊວງການຕ່າງປະເທດ ຮັບການເຂົ້າຍື່ນຈົດໝາຍແຕ່ງຕັ້ງຂອງຜູ້ຕາງໜ້າຄົນໃໝ່ ອົງການ ອາຫານໂລກ (WFP) ປະຈໍາ ສປປ ລາວ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຮັບການເຂົ້າຍື່ນຈົດໝາຍແຕ່ງຕັ້ງຂອງຜູ້ຕາງໜ້າຄົນໃໝ່ ອົງການ ອາຫານໂລກ (WFP) ປະຈໍາ ສປປ ລາວ

ໃນວັນທີ 01 ສິງຫາ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນຈົດໝາຍແຕ່ງຕັ້ງຂອງ ທ່ານ ມາກ ແອນເດຣ ພລັອສ (Mr. Marc Andre Prost) ເພື່ອມາເປັນ ຜູ້ຕາງໜ້າຄົນໃໝ່ ຂອງ ອົງການອາຫານໂລກ (World Food Programme ຫຼື WFP) ປະຈໍາ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາຍັງ ຜູ້ຕາງໜ້າຄົນໃໝ່ ອົງການ WFP ປະຈໍາ ສປປ ລາວ ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ສາຍພົວພັນທີ່ດີ ແລະ ການຮ່ວມມືຊ່ວຍເຫຼືອຂອງ ອົງການ WFP ຢູ່ ສປປ ລາວ ໃນໄລຍະຜ່ານມາ. ໃນນັ້ນ, ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງ ຜູ້ຕາງໜ້າຄົນໃໝ່, ອົງການ WFP ປະຈໍາ ສປປ ລາວ ຈະເພີ່ມທະວີການຮ່ວມມື ແລະ ສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນວຽກງານການພັດທະນາ ທີ່ສອດຄ່ອງກັບວຽກງານບຸລິມະສິດຕ່າງໆຂອງລັດຖະບານ ດັ່ງທີ່ໄດ້ກໍານົດໄວ້ຢູ່ໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ແຜນພັດທະນາແຫ່ງຊາດໃນຕໍ່ໜ້າ ໂດຍຜ່ານການຈັດຕັ້ງປະຕິບັດບັນດາກິດຈະກໍາ ແລະ ໂຄງການຕ່າງໆ ກໍ່ຄື ແຜນຍຸດທະສາດການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ WFP (2022-2026), ເຊິ່ງມີມູນຄ່າ ປະມານ 79 ລ້ານ ໂດລາສະຫະລັດ. ໃນນັ້ນ, ອົງການ WFP ກໍໄດ້ໃຫ້ການຊ່ວຍເຫລືອ ໃນດ້ານວຽກງານໂພຊະນາການ, ການຄຳ້ປະກັນສະບຽງອາຫານ, ລວມໄປເຖິງການຮັບມືກັບໄພພິບັດ ແລະ ວິກິດການຕ່າງໆ. ພ້ອມກັນນີ້, ທ່ານ ຮອງລັດຖະມົນຕີ ກໍໄດ້ຮຽກຮ້ອງໃຫ້ ອົງການ WFP ປະຈໍາ ສປປ ລາວ ສືບຕໍ່ປະກອບສ່ວນ ແລະ ສະໜັບສະໜູນຄວາມພະຍາຍາມຂອງລັດຖະບານ ໃນການຈັດຕັ້ງປະຕິບັດບຸລິມະສິດການພັດທະນາຂອງ ສປປ ລາວ ກໍ່ຄື ເປົ້າໝາຍການພັດທະນາແບບຍືນຍົງ ແລະ ວາລະການພັດທະນາອື່ນໆຂອງສາກົນ ລວມໄປເຖິງຊຸກຍູ້ຄວາມໝາຍໝັ້ນຂອງລັດຖະບານ ໃນຂະບວນການກະກຽມເພື່ອຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ໃນອະນາຄົດ.

ໃນວາລະດຽວກັນນີ້, ທ່ານ ມາກ ແອນເດຣ ພລັອສ, ຜູ້ຕາງໜ້າຄົນໃໝ່ ອົງການ WFP ປະຈໍາ ສປປ ລາວ ເຊິ່ງ ເປັນຄົນສັນຊາດ ຝຣັ່ງ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ສະແດງຄວາມປິຕິທີ່ ລັດຖະບານແຫ່ງ ສປປ ລາວ ໄດ້ອະນຸມັດຮັບເອົາທ່ານ ເພື່ອມາປະຕິບັດໜ້າທີ່ອັນສູງສົ່ງຂອງຕົນຢູ່ ສປປ ລາວ. ພ້ອມກັນນັ້ນ, ຜູ້ຕາງໜ້າຄົນໃໝ່ ຍັງໄດ້ໃຫ້ຄໍາໝັ້ນສັນຍາວ່າ ຕົນເອງ ກໍ່ຄື ອົງການ WFP ປະຈໍາ ສປປ ລາວ ຈະສືບຕໍ່ເພີ່ມທະວີການຮ່ວມມືກັບ ລັດຖະບານແຫ່ງ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນງານຕ່າງໆ ທີ່ສະໜັບສະໜູນໃຫ້ແກ່ການບັນລຸບັນດາບຸລິມະສິດດ້ານການພັດທະນາຂອງ ສປປ ລາວ ຢ່າງຕັ້ງໜ້າ.

ໃນຕອນທ້າຍ, ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ກໍແຈ້ງໃຫ້ ຜູ້ຕາງໜ້າຄົນໃໝ່ ອົງການ WFP ຊາບວ່າ ລັດຖະບານ ສປປ ລາວ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຮ່ວມມືກັບອົງການດັ່ງກ່າວ ໃນການຈັດຕັ້ງປະຕິບັດບັນດາແຜນວຽກຢູ່ ສປປ ລາວ ພ້ອມທັງອວຍພອນໃຫ້ ຜູ້ຕາງໜ້າຄົນໃໝ່ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ຂອງຕົນຢູ່ ສປປ ລາວ ໃນຄັ້ງນີ້.

ອົງການ WFP ແມ່ນອົງການຈັດຕັ້ງສາກົນ ທີ່ເປັນເຄືອຂ່າຍໜ່ຶງຂອງອົງການ ສປຊ ທີ່ມີໜ້າທີ່ໃຫ້ການຊ່ວຍເຫລືອດ້ານສະບຽງອາຫານ ໃຫ້ແກ່ບັນດາປະເທດໃນທົ່ວໂລກ ແລະ ຖືເປັນອົງການຈັດຕັ້ງສາກົນດ້ານມະນຸດສະທຳທີ່ໃຫຍ່ທີ່ສຸດໃນໂລກ ໂດຍໄດ້ໃຫ້ການຊ່ວຍເຫລືອປະຊາຊົນຫລາຍລ້ານຄົນໃນຈຳນວນ 120 ກວ່າປະເທດ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments