Monday, October 14, 2024
Homeຂ່າວພາຍໃນຮອງເຈົ້າແຂວງສະຫວັນນະເຂດແນະນຳໃຫ້ດ່ານສາກົນແດນສະຫວັນ ຈັດເກັບລາຍຮັບໃຫ້​ໄດ້​ຕາມ​ເປົ້າ

ຮອງເຈົ້າແຂວງສະຫວັນນະເຂດແນະນຳໃຫ້ດ່ານສາກົນແດນສະຫວັນ ຈັດເກັບລາຍຮັບໃຫ້​ໄດ້​ຕາມ​ເປົ້າ

ໃນທ້າຍອາທິດຜ່ານມາ ທ່ານແສນສັກ ສຸລິສັກ ຮອງເຈົ້າແຂວງສະຫວັນນະເຂດ ໄດ້ລົງຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດການຈັດເກັບລາຍຮັບຢູ່ດ່ານສາກົນແດນສະຫວັນ ຊຶ່ງຄະນະຮັບຜິດຊອບດ່ານໄດ້ ລາຍງານໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດການຈັດເກັບລາຍຮັບຂອງບັນດາຂະແໜງການພາຍໃນດ່ານໄລຍະ 6 ເດືອນຕົ້ນປີ 2023 ໃນດ້ານວຽກງານກວດກາຄົນເຂົ້າ-ອອກເມືອງ ສາມາດເກັບກຳຄົນເຂົ້າເມືອງມີ 125.121 ຄົນ, ຄົນອອກເມືອງມີ 118.265 ຄົນ ສາມາດເກັບຄ່າບໍລິການໄດ້ທັງໝົດ 1 ຕື້ 987 ລ້ານກວ່າກີບ. ໃນນັ້ນ, ເກັບຈາກຄົນລາວຜ່ານເຂົ້າ-ອອກໄດ້ 102 ລ້ານກວ່າກີບ ເກັບຈາກຄົນຕ່າງປະ ເທດຜ່ານເຂົ້າ-ອອກໄດ້ 1 ຕື້ 885 ລ້ານກວ່າກີບ. ນອກນັ້ນ, ຍັງໄດ້ເກັບເງິນຄ່າລ່ວງເວລາໄດ້ທັງໜົດ 232.800.000 ກີບ. ລາຍຮັບດ້ານພາສີ-ອາກອນສາມາດຈັດເກັບໄດ້ 51 ຕື້ 644 ລ້ານກວ່າກີບ ທຽບໃສ່ ແຜນການປີປະຕິບັດໄດ້ 34,49%.

ໂອກາດນີ້, ທ່ານ ຮອງເຈົ້າແຂວງສະຫວັນນະເຂດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາພະ ນັກງານລັດຖະກອນທີ່ໄດ້ເອົາໃຈໃສ່ເຮັດໜ້າທີ່ຂອງຕົນ ແລະ ແນະນຳໃຫ້ເອົາໃຈໃສ່ໃນການຄຸ້ມຄອງການ ເກັບລາຍຮັບໃຫ້ຖືກຕ້ອງຕາມລະບຽງກົດໝາຍ, ເພື່ອ​ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

(ຂ່າວ: ສະ​ຫວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments