Monday, October 14, 2024
Homeແຈ້ງການສໍາຄັນແຈ້ງເຕືອນຝົນຕົກໜັກ ແລະ ນໍ້າຖ້ວມ ວັນທີ 01 ສິງຫາ 2023

ແຈ້ງເຕືອນຝົນຕົກໜັກ ແລະ ນໍ້າຖ້ວມ ວັນທີ 01 ສິງຫາ 2023

ແຈ້ງເຕືອນຝົນຕົກໜັກ ແລະ ນໍ້າຖ້ວມ ປະຈໍາວັນທີ 01 ສິງຫາ 2023 ເນື່ອງຈາກວ່າໄດ້ມີຝົນຕົກ ໜັກຕິດຕໍ່ກັນຫລາຍວັນຜ່ານມາໄດ້ເຮັດໃຫ້ລະດັບແມ່ນໍ້າສາຂາໄດ້ເພິ່ມຂຶ້ນຢ່າງໄວ ໂດຍສະເພາະລະດັບນໍ້າຢູ່ສະຖານີແກ້ງກອກ (ນໍ້າເຊຈໍາພອນ) ເມືອງຈໍາພອນ ແຂວງສະຫວັນນະເຂດ ໃນເວລາ 11:00 ໂມງ ແທກໄດ້ 7.51 ແມັດ, ແມ່ນໄດ້ຮອດເຂດລະດັບເຕືອນ

ໄພແລ້ວ (ລະດັບເຕືອນໄພ 7.50 ແມັດ; ເຂດອັນຕະລາຍ 8.00 ແມັດ) ແລະ ສະຖານີດົງເຫັນແທກໄດ້ 9.27 ແມັັດ ໃກຮ້ອດເຂດລະດັບເຕືອນໄພ (ລະດັບເຕືອນໄພ 9.50 ແມັດ; ເຂດອັນຕະລາຍ 10.50 ແມັດ).

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນທີ່ອາໄສຢູ່ລຽບຕາມແຄມນໍ້າເຊຈໍາພອນ ຈົ່ງມີສະຕິລະວັງຕໍ່ສະພາບຝົນຕົກໜັກທີ່ຈະເຮັດໃຫ້ເກີດມີດິນເຈື່ອນ, ນໍ້າຖ້ວມຊຸ ແລະ ນໍ້າຖ້ວມອັ່ງທີ່ຈະເກີດຂຶ້ນໄດ້ໃນໄລຍະ 1 ຫາ 2 ວັນຕໍ່ໜ້ານີ້. ພ້ອມນີ້ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດ ແລະ ລະດັບນໍ້າຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments