Tuesday, October 15, 2024
Homeຂ່າວໜ້າໜຶ່ງຊົມເຊີຍວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 32 ປີຢ່າງສຸດໃຈ

ຊົມເຊີຍວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 32 ປີຢ່າງສຸດໃຈ

ພາຍຫຼັງທີ່ປະເທດຊາດພວກເຮົາໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຂຶ້ນ ໃນວັນທີ 2 ທັນວາ 1975 ພັກເຮົາໄດ້ນໍາພາປະຊາຊົນລາວບັນດາເຜົ່າຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດຄື : ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ແລະ ຮໍາບາດແຜສົງຄາມທີ່ຖືກທໍາລາຍຢ່າງໜັກໜ່ວງໃນຍ່ານທາງເບື້ອງຕົ້ນ ແລະ ດໍາເນີນພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການເພື່ອຂຸດຄົ້ນ ແລະ ເສີມຂະຫຍາຍກໍາລັງແຮງສັງລວມຂອງຊາດ ແລະ ຂອງຍຸກສະໄໝເຂົ້າໃນການສືບຕໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນ, ເຮັດໃຫ້ປະຊາຊົນຮັ່ງມີ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ, ສ້າງປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນຕາມທິດສັງຄົມນິຍົມ.

ມາຮອດໄລຍະແຫ້ງການດໍາເນີນການປ່ຽນແປງໃໝ່, ຊີວິດສັງຄົມຮຽກຮ້ອງໃຫ້ພວກເຮົາຕ້ອງຫັນໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ. ຍ້ອນແນວນັ້ນ, ຂະບວນການສ້າງລັດຖະທໍາມະນູນ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍຄວາມເອົາໃຈໃສ່ຢ່າງຢ່າດ້ວຍຄວາມຕັ້ງໜ້າ, ເປັນລະບົບຄົບຊຸດ, ກວ້າງຂວາງ ແລະ ຕໍ່ມາໄດ້ຖືກຮັບຮອງເອົາໂດຍກອງປະຊຸມເທື່ອທີ 6 ສະໄໝສາມັນຂອງສະພາປະຊາຊົນສູງສຸດຊຸດທີ II ໃນວັນທີ 14 ສິງຫາ 1991 ແລະ ຖືກປະກາດໃຊ້ໂດຍລັດຖະດຳລັດຂອງປະທານປະເທດແຫ່ງ ສປປລາວ ໃນວັນທີ 15 ສິງຫາ 1991 ຊຶ່ງມາຮອດມື້ນີ້ລັດຖະທໍາມະນູນຂອງ ສປປ ລາວ ໄດ້ມີອາຍຸຄົບ 32 ປີແລ້ວ.

ການປະກາດໃຊ້ລັດຖະທຳມະນູນ ເນື້ອແທ້ກໍແມ່ນການກໍ່ສ້າງສະຕິຊາດ ໃຫ້ມີຄວາມເປັນເອກະພາບ, ເປັນອັນໜຶ່ງອັນດຽວກັນ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ. ລັດຖະທຳມະນູນໄດ້ກາຍເປັນພາຫະນະທີ່ສຳຄັນຍິ່ງ ແລະ ມີລັກສະນະເປັນພື້ນຖານຂອງລັດເຮົາໃນການສຶກສາອົບຮົມເພື່ອຍົກສູງນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ເພີ້ມທະວີຄວາມສາມັກຄີປອງດອງໃນທົ່ວປວງຊົນເຮົາ, ເຊີດຊູບົດບາດເປັນເຈົ້າປະເທດຊາດ ຂອງປະຊາຊົນບັນດາຊັ້ນຄົນ ແລະ ເຜົ່າຕ່າງໆ ເພື່ອພ້ອມພາກັນສູມສະຕິປັນຍາ, ຄວາມຮູ້ຄວາມສາມາດຂອງແຕ່ລະຄົນ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ  ແລະ ພັດທະນາປະເທດຊາດເພື່ອກ້າວຂຶ້ນຕາມທິດຍືນຍົງສູ່ຈຸດໝາຍສັງຄົມນິຍົມຕາມແນວທາງ ແລະ ອຸດົມຄະຕິຂອງພັກເຮົາ.   

32 ປີ ທີ່ຜ່ານມາພາຍໃຕ້ການນຳພາຂອງພັກ, ດ້ວຍຄວາມຕັ້ງໜ້າໃນການຄຸ້ມຄອງຂອງອົງການລັດແຕ່ລະຂັ້ນ ແລະ ດ້ວຍຄວາມເປັນເຈົ້າຂອງພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາຊັ້ນຄົນ ແລະ ເຜົ່າຕ່າງໆ ພວກເຮົາກໍ່ສາມາດບັນລຸຜົນສຳເລັດທີ່ເປັນພື້ນຖານໃນການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ. ອັນທີ່ສໍາຄັນແມ່ນ ນັບແຕ່ມື້ທີ່ໄດ້ປະກາດໃຊ້ລັດຖະທຳມະນູນມາເຖິງປັດຈຸບັນ ລັດຖະທໍາມະນູນ ແລະ ກົດໝາຍໄດ້ເປັນກາຍເປັນເຄື່ອງມືມະຫາພາກ ແລະ ເງື່ອນໄຂທີ່ສຳຄັນເພື່ອໃຫ້ລັດເຮົາສາມາດປະຕິບັດບົດບາດຄຸ້ມຄອງໃນທົ່ວສັງສັງຄົມໄດ້ຢ່າງຖືກຕ້ອງ ແລະ ມີປະສິດທິຜົນ, ສ້າງເງື່ອນໄຂໃຫ້ການປະຕິບັດສິດເປັນເຈົ້າຂອງປະຊາຊົນໄດ້ຮັບການເສີມຂະຫຍາຍໄດ້ຢ່າງກວ້າງຂວາງ, ປະກອບສ່ວນທີ່ສຳຄັນເຂົ້າໃນການສ້າງສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມໄດ້ຢ່າງໜັກແໜ້ນ, ຮັບປະກັນໃຫ້ແກ່ການພັດທະນາເສດຖະກິດຂອງປະເທດເຮົາ ໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງ ແລະ ເຊີດຊູໃຫ້ມີຄຸນນະພາບສູງຂຶ້ນເລື້ອຍມາ, ການພົວພັນຮ່ວມມື ແລະ ການເຊື່ອມໂຍງພາກພື້ນ ແລະ ສາກົນນັບມື້ໄດ້ຮັບການເປັດກວ້າງອອກຢ່າງບໍ່ຢຸດຢັ້ງ.

ແຕ່ຄຽງຄູ່ກັບຜົນສໍາເລັດທີ່ກ່າວມານັ້ນ, ເມື່ອທຽບໃສ່ເງື່ອນໄຂ ແລະ ຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດແລ້ວ, ເຫັນວ່າໃນຕະຫຼອດໄລຍະເວລາ 32 ປີທີ່ຜ່ານມາ, ພວກເຮົາກໍຍັງມີຂໍ້ຈຳກັດ, ມີຄວາມຫຍຸ້ງຍາກ, ມີຈຸດອ່ອນ, ຂໍ້ຂາດຕົກບົກຜ່ອງຫຼາຍດ້ານ ໃນຂະບວນການຈັດຕັ້ງປະຕິບັດລັດຖະທຳມະນູນ  ແລະ ກົດໝາຍ, ເປັນຕົ້ນແມ່ນ : ການຫັນເອົາເນື້ອໃນລັດຖະທໍາມະນູນມາສ້າງເປັນກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ຍັງບໍ່ຄົບຊຸດ, ມີຄວາມຊັກຊ້າ, ການສຶກສາອົບຮົມ, ໂຄສະນາ, ເຜີຍແຜ່ກົດໝາຍຍັງເຮັດໄດ້ແຕ່ທາງກວ້າງ, ສ່ວນທາງເລິກຍັງເຮັດໄດ້ໜ້ອຍ, ຮູບການບໍ່ທັນອຸດົມສົມບູນ, ວິທີການຍັງບໍ່ທັນແຫຼມຄົມ. ການຈັດຕັ້ງປະຕິບັດກົດໝາຍຢູ່ໃນທົ່ວສັງຄົມຍັງບໍ່ທັນເຂັ້ມງວດ ແລະ ສັກສິດເທົ່າທີ່ຄວນ, ພະນັກງານ, ສະມາຊິກພັກຈຳນວນໜຶ່ງ ບໍ່ທັນເປັນແບບຢ່າງໃນການປະຕິບັດກົດໝາຍ; ການເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທໍາຂອງປະຊາຊົນບັນດາເຜົ່າຍັງຈໍາກັດຫຼາຍ, ຈໍານວນບໍ່ໜ້ອຍຍັງລະເລີງໃນການປະຕິບັດ, ບໍ່ເປັນແບບຢ່າງ, ຂາດຄວາມເປັນເຈົ້າໃນການເຄົາລົບ ແລະ ປະຕິບັດກົດໝາຍ, ຈໍານວນບໍ່ໜ້ອຍຊໍ້າພັດຖືກຖຶກເອົາປຽບເອົາລັດ ແລະ ເສຍສິດຜົນປະໂຫຍດໃນຂະບວນການປະຕິບັດກົດໝາຍ ເປັນຕົ້ນແມ່ນຢູ່ໃນການດໍາເນີນຄະດີຕາມຂະບວນການຍຸຕິທໍາ; ປາກົດການສວຍໃຊ້ຊ່ອງຫວ່າງໃນການຈັດຕັ້ງປະຕິບັດກົດໝາຍ ແລະ ການປະຕິບັດບົດບາດ, ໜ້າທີ່ຂອງອົງການລັດ, ຂອງພະນັກງານ, ສະມາຊິກພັກຈໍານວນໜຶ່ງ ໄດ້ກາຍເປັນບໍ່ເກີດໃຫ້ແກ່ສະພາບການສໍ້ລາດບັງຫຼວງ ແລະ ບັນດາປາກົດການຫຍໍ້ທໍ້ຕ່າງໆ ໄດ້ເກີດຂຶ້ນຢູ່ໃນສັງຄົມຍັງມີລັກສະນະແຜ່ຂະຫຍາຍ ຊຶ່ງກົງກັນຂ້າມການແກ້ໄຂຊໍ້າພັດມີອຸປະສັກ, ມີຄວາມຊັກຊ້າ, ບໍ່ທັນໄດ້ຮັບການປະຕິບັດດ້ວຍກົດໝາຍທີ່ເດັດຂາດ, ເຂັ້ມງວດ, ເປັນເອກະພາບ ແລະ ມີຄວາມສັກສິດ.

ພັກເຮົາຊີ້ອອກວ່າ : ໃນເງື່ອນໄຂໃໝ່ ຊຶ່ງພັກໄດ້ກາຍເປັນພັກກຳອຳນາດ ແລະ ເຮັດບົດບາດນໍາພາໃນທົ່ວສັງຄົມນັ້ນ ຍິ່ງມີຄວາມຈຳເປັນຕ້ອງເສີມຂະຫຍາຍບົດບາດຂອງອົງການອຳນາດແຫ່ງລັດໃຫ້ສູງຂຶ້ນຕື່ມ ແລະ ຕ້ອງບູລະນະລັດປະຊາທິປະໄຕ ປະຊາຊົນເທື່ອລະກ້າວ, ຕ້ອງຕັ້ງໜ້າປັບປຸງບັນດາອົົງການໃນລະບົບອຳນາດແຫ່ງລັດໃຫ້ໜັກແໜ້ນ, ເຂັ້ມແຂງ ແລະ ສອດຄ່ອງກັບຍຸດທະສາດການປົກຄອງຂອງປະເທດເຮົາໃນໄລຍະໃໝ່.

ພວກເຮົາຕ້ອງກໍາແໜ້ນວ່າ: ການສ້າງຄວາມໝັ້ນຄົງໃຫ້ແກ່ລັດປະຊາທິປະໄຕປະຊາຊົນ ແມ່ນຕ້ອງສ້າງໃຫ້ລັດທີ່ປົກຄອງດ້ວຍກົດໝາຍມີຄວາມເຂັ້ມແຂງ, ໜັກແໜ້ນ, ໝັ້ນຄົງ, ສັກສິດ ແລະ ຕ້ອງດໍາເນີນບົນພື້ນຖານ ຍຶດໝັ້ນຫຼັກການທີ່ວ່າ : ພັກນໍາພາ ແລະ ກໍາອໍານາດຕາມກົດໝາຍ, ລັດຄຸ້ມຄອງສັງຄົມດ້ວຍກົດໝາຍ, ປະຊາຊົນເປັນເຈົ້າສະເໝີພາບຕາມກົດໝາຍ,ສົມທົບແໜ້ນລະຫວ່າງການເພີ່ມປະສິດທິພາບຂອງການບໍລິຫານລັດຂັ້ນສູນກາງກັບການສ້າງແຂວງໃຫ້ເປັັນຫົວໜ່ວຍຍຸດທະສາດ, ສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາຢ່າງແຂງແຮງ.

ການສ້າງລັດໃຫ້ກາຍເປັນລັດທີ່ປົກຄອງດ້ວຍກົດໝາຍຢ່າງແທ້ຈິງນັ້ນ ແມ່ນລັດທີ່ມີກົດໝາຍ ແລະ ສະຕິເຄົາລົບກົດໝາຍຂອງທົ່ວສັງຄົມໄດ້ຮັບການຍົກສູງ ຫຼື ລະບົບສິດ, ຄວາມເປັນເຈົ້າ ແລະ ເສລີພາບຂອງປະຊາຊົນ ໄດ້ຮັບການເປີດກວ້າງຢ່າງເຕັມສ່ວນ ແລະ ມີກົນໄກປົກປ້ອງທີ່ມີຄວາມສັກສິດ.

ລັດທີ່ປົກຄອງດ້ວຍກົດໝາຍ ຍັງແມ່ນລັດທີ່ສາມາດປະຕິບັດພັນທະຂອງຕົນຕໍ່ພົນລະເມືອງໄດ້ຢ່າງຄົບຖ້ວນ ແລະ ພົນລະເມືອງ ກໍສາມາດເຮັດຫຼ້ອນພັນທະຂອງຕົນຕໍ່ລັດຢ່າງຄົບຖ້ວນ ແລະ ຖືກຕ້ອງ.

ສະນັ້ນ, ເພື່ອຮັບປະກັນເຮັດໃຫ້ທິດທາງ ແລະ ທັດສະນະຂອງພັກດັ່ງກ່າວ ໄດ້ຮັບການປະຕິບັດຢ່າງມີໝາກມີຜົນນັ້ນ ມັນຮຽກຮ້ອງໃຫ້ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນ ຈະຕ້ອງໄດ້ເພີ້ມທະວີການຊີ້ນຳ, ນໍາພາ, ເສີມຂະຫຍາຍນໍ້າໃຈເປັນເຈົ້າປະເທດຊາດ, ຄວາມເປັນແບບຢ່າງໃນການເຄົາລົບແລະປະຕິບັດຕາມລັດຖະທຳມະນູນ ແລະ ກົດໝາຍ, ເຮັດໃຫ້ການປະຕິບັດລັດຖະທຳມະນູນ ແລະ ກົດໝາຍຕິດພັນກັບການເຄື່ອນໄຫວໃນຊີວິດຕົວທຸກດ້ານຂອງທົ່ວສັງຄົມ, ເອົາໃຈໃສ່ປະຕິບັດສິດ ແລະ ພັນທະຢູ່ໃນຊິວິດປະຈຳວັນຂອງຕົນ; ເພີ່ມທະວີນິຕິທໍາໃນການປົກຄອງ ແລະ ເພີ່ມປະສິດທິພາບຂອງການບໍລິຫານລັດ, ສືບຕໍ່ປະຕິບັດທິດນໍາຍຸດທະສາດກ່ຽວກັບການສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມ ແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ, ສ້າງທຸກເງື່ອນໄຂ ເພື່ອພັດທະນາປະເທດຊາດຂອງພວກເຮົາໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ ແລະ ຍຸຕິທຳເທື່ອລະກ້າວ.

ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ, ຖັນແຖວພະນັກງານ, ກໍາລັງປະກອບອາວຸດ ແລະ ປະຊາຊົົນບັນດາຊັ້ນຄົນ, ບັນດາເຜົ່າ ຈົ່ງໄດ້ເສີມຂະຫຍາຍລັດທິຮັກຊາດ, ເພີ້ມທະວີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ລັກສະນະນໍາໜ້າທຸກດ້ານຂອງຖັນແຖວສະມາຊິກພັກ, ເພີ້ມທະວີຄວາມສະມັກຄີ, ເປັນເອກະພາບ,ເປັນປຶກແຜ່ນຂອງທົ່ວປວງຊົນ, ຍົກສູງຄວາມຕັ້ງໜ້າ, ເປັນເຈົ້າການໃຫ້ສູງຂຶ້ນກວ່າເກົ່າ.

ຮຽກຮ້ອງໃຫ້ປະຊາຊົນ, ພົນລະເມືອງລາວ, ຊາວຕ່າງດ້າວ, ຊາວຕ່າງປະເທດທີ່ພວມດໍາລົງຊີວິດ, ດໍາເນີນຊີວິດ ແລະ ທໍາມາຫາກິນຢູ່ສປປ ລາວ ຈົ່ງໄດ້ເຊີດຊູສະຕິ, ຄວາມເປັນເຈົ້າການເຂົ້າຮ່ວມໃນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍໃຫ້ຖືກຕ້ອງ ແລະ ເຂັ້ມງວດ, ສືບຕໍ່ສ້າງສະຕິກົດໝາຍ ຕິດພັນກັບການຍົກສູງຄວາມເປັນເຈົ້າປະເທດຊາດ ແລະ ການເສີມຂະຫຍາຍປະຊາທິປະໄຕຢູ່ໃນສັງຄົມຢ່າງໜັກແໜ້ນ, ເຂົ້າຮ່ວມການສ້າງລັດທີ່ປົກຄອງດ້ວຍກົດໝາຍ ຕາມທິດສ້າງລັດ ທີ່ມາຈາ່ກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງຕິດແໜ້ນກັບການ ສ້າງສັງຄົມລາວໃຫ້ເປັນສັງຄົມທີ່ມີຄວາມຈະເລີນ, ສີວິໄລ ແລະ ຍຸຕິທໍາ

ຍູ້ຂະບວນການຜະລິດ, ຂະບວນການຜະລິດເປັນສິນຄ້າ, ການພັດທະນາຊົນນະບົດ, ການແກ້ໄຂຄວາມທຸກຍາກຂອງປະ ຊາຊົນບັນດາເຜົ່າ, ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາຢາເສບຕິດ ແລະ ປາກົດການຫຍໍ້ ທໍ້ອື່ນໆ ຢູ່ໃນສັງຄົມ. ເພີ້ມທະວີການຈັດຕັ້ງປະຕິບັດພັນທະ, ໜ້າທີ່ທາງດ້ານງົບປະມານ-ການເງິນ, ເອົາໃຈໃສ່ຄຸ້ມຄອງວຽກງານການເງິນ-ເງິນຕາໃຫ້ມີຄວາມໝັ້ນທ່ຽງ, ຄຸ້ມຄອງອັດຕາແລກປ່ຽນເງິນຕາ, ຄຸ້ມຄອງລາຄາສິນຄ້າຢູ່ໃນທ້ອງຕະຫຼາດໃຫ້ມີຄວາມເປັນປົກກະຕິ, ໂດຍສະເພາະແມ່ນສິນຄ້າອຸປະໂພກ-ບໍລິໂພກ ໂດຍບໍ່ໃຫ້ເກີດການເອົາລັດເອົາປຽບຕໍ່ຜູ້ບໍລິໂພກ ແລະ ກໍ່ຄວາມຫຍຸ້ງຍາກໃນການດຳລົງຊີວິດໃຫ້ແກ່ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ.

                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                                              

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments