Tuesday, October 15, 2024
Homeທຸລະກິດເປີດຕົວເປັນທາງການແລ້ວລົດ BMW X1 ໂສມໃໝ່ ( THE NEW X1 )

ເປີດຕົວເປັນທາງການແລ້ວລົດ BMW X1 ໂສມໃໝ່ ( THE NEW X1 )

ຫ້ອງຂາຍລົດໂອໂຕລາວ (BMW Laos) ເປັນຕົວແທນຈໍາໜ່າຍລົດ BMW ຢ່າງເປັນທາງການ ແຕ່ພຽງຜູ້ດຽວໃນ ສປປລາວ. ໃນວັນທີ 27 ກໍລະກົດ 2023 ທີ່ຜ່ານມາ ທີ່ຮ້ານ Bluekoff Vientiane ໄດ້ມີການຈັດງານ BMW X1 DAY ເປັນການສ້າງກິດຈະກຳຮ່ວມກັບລູກຄ້າ BMW ພ້ອມກັບເປີດຕົວລົດ BMW X1 ໂສມໃໝ່ (THE NEW X1) BMW X1 ເປັນລົດທີ່ຜະລິດໂດຍຍີ່ຫຍໍ້ BMW ຂອງປະເທດເຢຍລະມັນ ຕັ້ງແຕ່ປີ 2009, ເປັນ SAV ຂະໜາດກະທັດຫັດ. BMW X1 ຮຸ່ນທຳອິດໃຊ້ E90 3 Series ແລະ ນຳສະເໜີຮູບແບບຂັບເຄື່ອນລໍ້ຫຼັງເປັນມາດຕະຖານ. ພາຍໃນງານໄດ້ມີການນຳສະເໜີກ່ຽວກັບ options, features ແລະ ເຕັກໂນໂລຊີໃໝ່ ຂອງລົດ BMW X1 ໂສມໃໝ່.

ນອກຈາກນີ້ຍັງໄດ້ນໍາສະເຫນີຂໍ້ມູນຂອງລົດ BMW X3 ແລະ BWW X4 ພ້ອມໂປຣໂມຊັ່ນສຸດພິເສດໃຫ້ແກ່ລູກຄ້າ. BMW X1 ໂສມໃໝ່ ຍັງຄົງຮັກສາຮູບຊົງຄວາມເປັນ SAV adventure ສິ່ງທີ່ປ່ຽນໄປຢ່າງຊັດເຈນຄືການອອກແບບດ້ານໜ້າ ແລະ ໄຟໜ້າ LED ແບບປັບອັດຕະໂນມັດ ຮູບຊົງບາງ ທີ່ຍາວເຖິງດ້ານຂ້າງ ສະແດງເຖິງຄວາມມີພະລັງຂອງ BMW X1 ໂສມໃໝ່ຢ່າງໂດດເດັ່ນ. ມູມດ້ານຂ້າງມີຮູບຊົງທີ່ຕັ້ງກົງ ເຮັດໃຫ້ THE NEW X1 ມີມູມມອງດ້ານຂ້າງທີ່ສົມບູນແບບເໜືອລະດັບ. ການອອກແບບດ້ານຫຼັງ ສະທ້ອນເຖິງຄວາມລ້ຳສະໄໝ ໄດ້ຢ່າງໂດດເດັ່ນ ດ້ວຍໄຟຮູບໂຕ L ຮູບຊົງສາມມິຕິຕັດກັບແກ້ວດຳ ແລະ ລວດລາຍຫົກຫຼ່ຽມດ້ານຂ້າງ. ການອອກແບບດ້ານໃນຂອງລົດ THE NEW X1 ມາດ້ວຍ BMW Curved Display ຮູບຊົງບາງບໍ່ມີຂອບ ສັ່ງການໄດ້ດ້ວຍລະບົບສຳພັດ ແລະ ສຽງ. ມີຮູບລັກສະນະໂດດເດັ່ນ ແລະ ຍັງເປັນຊ່ອງທາງຫຼັກ ສຳລັບການໃຊ້ງານ BMW iDrive. ຄອນໂຊລກາງ ລ້ຳສະໄໝ ມາພ້ອມກັບສ່ວນຄວບຄຸມແບບສະວິດ/ໂຕເລື່ອນ ເສີມດ້ວຍລະບົບປະຕິບັດການຮຸ່ນຫຼ້າສຸດ.

ດ້ານຫຼັງບ່ອນນັ່ງຫ້ອງໂດຍສານ ສຳພັດຄວາມສະບາຍ.BMW X1 ໂສມໃໝ່ ນີ້ມາດ້ວຍຊຸດເກຍສະເຕັບໂທຣນິກ 7 ສະປີດ ພ້ອມ Cruise Control ສາມາດປ່ຽນເກຍໄດ້ຢ່າງນຸ້ມນວນ ແລະ ໃຫ້ຄວາມສະບາຍໃນການຂັບຂີ່ ທີ່ເໜືອຊັ້ນ ແຕ່ປະຍັດນ້ຳມັນໄດ້ດີ. ພ້ອມກັນນັ້ນຍັງມາດ້ວຍ BMW xDrive ລະບົບຂັບເຄື່ອນທຸກລໍ້ BMW xDrive ປະສິດທິພາບການຍຶດເກາະ ໃຫ້ມີຄວາມປອດໄພໃນການຂັບຂີ່ເຕັມພິກັດ. BMW X1 ໂສມໃໝ່ ມາກັບຂະໜາດເຄື່ອງຈັກ 1,499 cc, ກຳລັງແຮງມາ kw 115(156ແຮງມາ)/ 4,900-6,500 ຮອບ/ນາທີ, ແຮງບິດ Nm/rpm 230/1500-4600 ຮອບ/ນາທີ, ອັດຕາເລັ່ງ 0-100 km/h 9 ວິນາທີ, ຄວາມໄວສູງສຸດ 215km/h.ທ່ານສາມາດຈັບຈອງ ແລະ ຢ້ຽມຊົມລົດຕົວຈິງໄດ້ທີ່ຫ້ອງຂາຍ BMW Lao, ຖະໜົນ 23 ສິງຫາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments