Wednesday, October 16, 2024
Homeຂ່າວການເມືອງກອງປະຊຸມ ຄັ້ງທີ III ລະຫວ່າງ ຄະນະວິຊາການປະສົມຊາຍແດນ ລາວ-ຫວຽດນາມ

ກອງປະຊຸມ ຄັ້ງທີ III ລະຫວ່າງ ຄະນະວິຊາການປະສົມຊາຍແດນ ລາວ-ຫວຽດນາມ

ໃນລະຫວ່າງ ວັນທີ 25-27 ກໍລະກົດ 2023 ໄດ້ໄຂກອງປະຊຸມ ຄັ້ງທີ III ລະຫວ່າງ ຄະນະວິຊາການປະສົມຊາຍແດນ ລາວ-ຫວຽດນາມ ທີ່ ເມືອງຮາຍເຈົາ, ນະຄອນດານັງ, ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ຄະນະວິຊາການຊາຍແດນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນໍາໂດຍ: ສະຫາຍ ອານຸສິນ ຂັດຕິຍະລາດ, ຫົວໜ້າຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ເປັນຫົວໜ້າຄະນະ ແລະ ຄະນະວິຊາການຊາຍແດນ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ນໍາໂດຍ: ສະຫາຍ ຫງວ້ຽນ ແອງ ຢຸ້ງ, ຮອງປະທານຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ເປັນຫົວໜ້າຄະນະ, ພ້ອມນີ້ ຍັງມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

ກອງປະຊຸມໄດ້ສັງເກດຕີລາຄາຄືນຜົນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ 2023 ຂອງກອງປະຊຸມ ຄັ້ງທີ XXXII ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ສະບັບລົງວັນທີ 20 ທັນວາ 2022, ການຈັດຕັ້ງປະຕິບັດອະນຸສັນຍາ ວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ ລາວ-ຫວຽດນາມ ຊຶ່ງໄລຍະຜ່ານມແມ່ນ ຮັກສາໄດ້ສະຖຽນລະພາບຂອງເສັ້ນຊາຍແດນ ແລະ ຫຼັກໜາຍຊາຍແດນ, ຜ່ານມາຄະນະກຳມະການຊາຍແດນຮ່ວມສອງຝ່າຍກໍ່ໄດ້ຈັດກອງປະຊຸມແບບທາງໄກ ແລະ ເຊິ່ງໜ້າ, ລົງສຳຫຼວດສອງຝ່າຍຂັ້ນຄະນະວິຊາການ ເພື່ອແກ້ໄຂບັນດາບັນຫາປະກົດການຫຍໍ້ທໍ້ຕ່າງໆຢູ່ບໍລິເວນຊາຍແດນ ບົນຈິດໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະກໍຄືຄະນະວິຊາການຊາຍແດນ ລາວ-ຫວຽດນາມ ສົມທົບກັບທ້ອງຖິ່ນລົງສໍາຫຼວດ, ເຮັດວຽກຢູ່ພື້ນທີ່ຕົວຈິ່ງຮ່ວມກັນ ເພື່ອແກ້ໄຂບັນດາບັນຫາທີ່ເກີດຂື້ນໃນບໍລິເວນຊາຍແດນຢ່າງທັນການ; ນອກນັ້ນ, ທັງສອງຝ່າຍກໍ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າຕໍ່ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກວດກາລາດຕະເວນຝ່າຍດຽວ ແລະ ສອງຝ່າຍຕາມບໍລິເວນຊາຍແດນເປັນປົກກະຕິ. ກຳລັງເຈົ້າໜ້າທີ່ປ້ອງກັນຊາຍແດນສອງຝ່າຍໄດ້ຈັດຕັ້ງການລາດຕະເວນຮ່ວມກັນຈໍານວນ 146 ຄັ້ງ, ສົມທົບສະກັດກັ້ນປະກົດການຫຍໍ້ທໍ້ທີ່ການລະເມີດສັນຍາ ວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ ລາວ-ຫວຽດນາມ ໄດ້ຢ່າງມີປະສິດທິຜົນ ແລະ ຢ່າງທັນການ.

ໃນກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ມີບາງບັນຫາທີ່ຈະຕ້ອງໄດ້ເອົາໃຈໃສ່ເຊັ່ນ: ການບູລະນະສ້ອມແປງຫຼັກໝາຍຊາຍແດນທີ່ເປ່ເພ່, ຫຼັກໝານຊາຍແດນທີ່ມີຄວາມສ່ຽງໃນການເຊາະເຈື່ອນ, ການຄຸ້ມຄອງບັນດາໂຄງການກິດຈະການກໍ່ສ້າງຕາມບໍລິເວນຊາຍແດນ ແລະ ການກໍ່ສ້າງພັດທະນາພື້ນຖານໂຄງລ່າງ ເພື່ອເປີດ ແລະ ຍົກລະດັບດ່ານ, ວາງແຜນການຄົ້ນຄວ້າວິທີການຈັດຕັ້ງປະຕິບັດຮູບແບບກວດກາ “ປະຕູດຽວ ຄັ້ງດຽວ” ຢູ່ຄູ່ດ່ານສາກົນແດນສະຫວັນ (ສະຫວັນນະເຂດ)-ລາວບາວ(ກວາງຈິ) ໃຫ້ເປັນຮູບປະທໍາໃນເວລາອັນຄວນ, ແນໃສ່ສ້າງເງື່ອນໄຂອໍານວຍຄວາມສະດວກການໄປມາ-ຫາສູ່ ແລະ ຂົນສົ່ງສິນຄ້າຢ່າງສະດວກສະບາຍ. ນອກຈາກນີ້, ຍັງໄດ້ເນັ້ນໃສ່ຕໍ່ວຽກງານການຕ້ານ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ທີ່ເກີດຂື້ນຢູ່ຕາມບໍລິເວນຊາຍແດນເປັນຕົ້ນແມ່ນ: ການຄ້າຂາຍສິ່ງເສບຕິດ, ຄ້າຂາຍເຖື່ອນ, ລັກລອບເຂົ້າເມືອງຜິດກົດໝາຍ ແລະ ການຄ້າມະນຸດຂ້າມຊາດ ແນ່ໃສ່ເຮັດໃຫ້ບໍລິເວນຊາຍແດນສອງປະເທດເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອອຳນວຍຄວາມສະດວກໃຫ້ປະຊາຊົນທີ່ອາໄສຢູ່ສອງຟາກຊາຍແດນມີຊີວິດດີຂຶ້ນເລື້ອຍໆ.

ກອງປະຊຸມໄດ້ສໍາເລັດຜົນຢ່າງຈົບງາມ ພາຍໃຕ້ບັນຍາກາດແຫ່ງໄມຕີຈິດມິດຕະພາບ, ສະໜິດສະໜົມ ບົນຈິດໃຈ ແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ຮ່ວມມືຮອບດ້ານດ້ວຍຄວາມເຊື່ອໝັ້ນຊຶ່ງກັນ ແລະ ກັນ.

ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments