Wednesday, October 16, 2024
Homeຂ່າວພາຍໃນສະຫະພັນແມ່ຍິງກະຊວງການຕ່າງປະເທດ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ (20 ກໍລະກົດ 1955 – 20 ກໍລະກົດ 2023)

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ (20 ກໍລະກົດ 1955 – 20 ກໍລະກົດ 2023)

ໃນວັນທີ 28 ກໍລະກົດ 2023, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດ ງານຂາຍອາຫານ ແລະ ເຄື່ອງດື່ມ ຂຶ້ນ ທີ່ ກະຊວງການຕ່າງປະເທດ ໂດຍເປັນກຽດເຂົ້າຮ່ວມງານຂອງທ່ານ ນາງ ອາລຸນີ ກົມມະສິດ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ, ພັນລະ ຍາທ່ານຮອງນາຍົົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ; ມີບັນດາພັນລະຍາຄະນະນຳກະຊວງ, ພະນັກງານບຳນານເພດຍິງ, ອົງການຈັດຕັ້ງກຳມະ ບານ, ຊາວໜູ່ມ, ຄະນະກົມພາຍໃນກະ ຊວງ, ບັນດາເອື້ອຍນ້ອງແມ່ຍິງ ແລະ ອ້າຍນ້ອງຊາຍ ພາຍໃນກະຊວງ ແລະ ຕາງໜ້າແມ່ຍິງກະຊວງອ້ອມຂ້າງເຂົ້າ ຮ່ວມຫຼາຍກວ່າ 200 ຄົນ. ງານຂາຍອາຫານ ແລະ ເຄື່ອງດື່ມ ຄັ້ງນີ້ແມ່ນການປະກອບສ່ວນຂອງບັນດາໜ່ວຍແມ່ຍິງໃນກະຊວງການຕ່າງປະເທດ ຊຶ່ງມີປະເພດ ອາຫານ, ເຄື່ອງດື່ມ ແລະ ເຄື່ອງຫັດຖະກຳຈຳນວນນຶ່ງ ເພື່ອຫາລາຍໄດ້ສົມທົບທຶນເຂົ້າໃນໜ່ວຍແມ່ຍິງຂອງຕົນ. ໃນພິທີເປີດງານ, ຍັງໄດ້ມີການມອບຂອງຂວັນ ໃຫ້ແກ່ພະນັກງານບຳນານເພດຍິງ ເພື່ອສະແດງຄວາຮູ້ບຸນຄຸນ ຕໍ່ຜົນງານທີ່ພວກເພິ່ນໄດ້ສ້າງໄວ້ໃນໄລຍະທີ່ຜ່ານມາ.

ພ້ອມນ້ັ້ນ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ ຍັງໄດ້ນຳພາເອື້ອຍນ້ອງແມ່ຍິງເຄື່ອນໄຫວຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ກັບສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ຊຶ່ງຈັດຂຶ້ນໃນວັນທີ 21 ກໍລະກົດ 2023 ຜ່ານມາ ນຳໂດຍ ທ່ານ ນາງ ຂັນມາລາ ພັນດານຸວົງ, ຮອງປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ມີບັນດາຄະນະບໍລິຫານງານສະຫະພັນແມ່ຍິງ ແລະ ຕາງໜ້າສະມາຊິກແມ່ຍິງແຕ່ລະກົມພາຍໃນກະຊວງເຂົ້າຮ່ວມຢ່າງພ້ອມພຽງ. ໃນໂອກາດດັ່ງກ່າວ, ໄດ້ມີການປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ ຊຶ່ງນຳສະເໜີໂດຍ ແມ່ຍິງກະຊວງການຕ່າງປະເທດ ແລະ ການແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບ ພາລະບົດບາດ ແລະ ການຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍຂອງສູນໃຫ້ຄຳປຶກສາດັ່ງກ່າວ. ສູນໃຫ້ຄຳປຶກສາປົກປ້ອງແມ່ຍິງ ແລະ ເດັກນ້ອຍ ນອກຈາກເຮັດໜ້າທີ່ໃນການຊ່ວຍເຫລືອແມ່ຍິງ ແລະ ເດັກນ້ອຍຜູ້ທີ່ຖືກເຄາະຮ້າຍ ແລ້ວ, ທາງສູນຍັງໄດ້ເອົາໃຈໃສ່ໃນການເຜີຍແຜ່ຄວາມຮູ້ ກ່ຽວກັບສິດຂອງແມ່ຍິງຕໍ່ກຽດສັກສີ ແລະ ການປົກປ້ອງຈາກຮູບແບບຄວາມຮຸນແຮງ ແລະ ການຈຳແນກທຸກຮູບແບບ ໃຫ້ແກ່ແມ່ຍິງພາກສ່ວນຕ່າງໆ ໄດ້ເຂົ້າໃຈ ນອກຈາກ 2 ກິດຈະກຳຂ້າງເທິງນັ້ນ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ຍັງໄດ້ໄປຢ້ຽມຢາມ ແລະ ອວຍພອນພະນັກງານອາວຸໂສບໍານານເພດຍິງຂອງກະຊວງການຕ່າງປະເທດຈຳນວນໜຶ່ງ, ເພື່ອສະແດງຄວາມເປັນຫ່ວງເປັນໄຍ, ເພື່ອສ້າງຄວາມຮັກແພງ ແລະ ທັງເປັນກຳລັງໃຈໃຫ້ແກ່ພະນັກງານບຳນານ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments