Friday, October 18, 2024
Homeຂ່າວພາຍໃນໂຄສະນາເຜີຍແຜ່ຄວາມຮູ້ດ້ານຄວາມປອດໄພ-ສຸຂະພາບແຮງງານ

ໂຄສະນາເຜີຍແຜ່ຄວາມຮູ້ດ້ານຄວາມປອດໄພ-ສຸຂະພາບແຮງງານ

ເມື່ອບໍ່ດົນມານີ້, ກໍາມະບານຮາກຖານ ໂຮງງານຜະລິດກາເຟດາວ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ຄວາມຮູ້ດ້ານຄວາມປອດໄພ – ສຸຂະພາບແຮງງານ ໃຫ້ແກ່ພະນັກງານ, ສະມາຊິກກຳມະບານຢູ່ພາຍໃນໂຮງງານດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ສົນໄຊ ບຸນສີຟອງ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ, ມີທ່ານ ພັນທອງ ຈັນທະວົງ ຜູ້ຊ່ວຍອຳນວຍການໃຫ່ຍ ໂຮງງານຜະລິດກາເຟດາວ ພ້ອມດ້ວຍສະມາຊິກກຳມະບານເຂົ້າຮ່ວມ.

ທ່ານ ສົນໄຊ ບຸນສີຟອງ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງຈຳປາສັກໄດ້ກ່າວວ່າ: ການລົງໂຄສະນາເຜີຍແຜ່ຄວາມຮູ້ດ້ານຄວາມປອດໄພ-ສຸຂະພາບແຮງງານ ຄັ້ງນີ້, ກໍແມ່ນໜຶ່ງໃນວຽກງານປ້ອງກັນແຮງງານທີ່ນອນໃນພາລະບົດບາດຂອງສະຫະພັນກຳມະບານລາວ, ໂດຍສະເພາະແມ່ນວຽກງານປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊາວຜູ້ອອກແຮງງານກໍຄືທຸກຊັ້ນຄົນໃນສັງຄົມ, ເພື່ອຕອບສະໜອງຄວາມມຸ້ງມາດປາດຖະໜາທີ່ກ່າວມາຂ້າງເທີ່ງນັ້ນ, ສະຫະພັນກຳມະບານລາວເວົ້າລວມ, ເວົ້າສະເພາະກໍຄືສະຫະພັນກຳມະບານແຂວງຈຳປາສັກ ຊຶ່ງເປັນຜູ້ຕ່າງໜ້າໃຫ້ຜູ້ອອກແຮງງານ, ໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊາວຜູ້ອອກແຮງງານ, ຈຶ່ງໄດ້ຖືສຳຄັນວຽກງານຄວາມປອດໄພໂດຍອີງໃສ່ກົດໝາຍວ່າດ້ວຍກຳມະບານລາວ, ກົດໝາຍວ່າດ້ວຍແຮງງານ, ບັນດາຂໍ້ກຳນົດ ແລະ ລະບຽບການຕ່າງໆ, ທີ່ເປັນການຊຸກຍູ້ໃຫ້ຜູ້ໃຊ້ແຮງງານເອົາໃຈໃສ່ຢ່າງແທ້ຈິງຕໍ່ວຽກງານຄວາມປອດໄພ ແລະ ຊີວະອະນາໄມໃນການເຮັດວຽກ ຫຼື ຈະເວົ້າອີກຢ່າງໜຶ່ງກໍແມ່ນວຽກງານປ້ອງກັນແຮງງານ, ສຳລັບເອກະສານທີ່ນຳມາເຜີຍແຜ່ປະກອບມີ ພາລະບົດບາດສິດ ແລະ ໜ້າທີ່ຂອງສະຫະພັນກຳມະບານລາວ, ວຽກງານການປະກັນສຸຂະພາບ, ສິ່ງອຳນວຍຄວາມສະດວກ ແລະ ສະຫວັດດີການ – ສັງຄົມ, ຊີວະອະນາໄມ ແລະ ສີ່ງແວດລ້ອມ, ການປັບປຸງສະຖານທີ່ເຮັດວຽກປອດຈາກສານເຄມີ ແລະ ຍຸດທະສາດການປົກປ້ອງທາງສັງຄົມແຫ່ງຊາດ. ນອກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳຄິດ-ຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຕື່ມອີກ.

(ພາບ-ຂ່າວ: ວິຊານ ສີມະນີວົງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments