Friday, October 18, 2024
Homeຂ່າວພາຍໃນໄຂ້ຍຸງລາຍເປັນພະຍາດທີ່ອັນຕະລາຍຕໍ່ຄົນເຮົາ

ໄຂ້ຍຸງລາຍເປັນພະຍາດທີ່ອັນຕະລາຍຕໍ່ຄົນເຮົາ

ພະຍາດໄຂ້ຍຸງລາຍ ຫຼື ພະຍາດໄຂ້ເລືອດອອກ ເປັນໜຶ່ງພະຍາດທີ່ອັນຕະລາຍຕໍ່ຄົນເຮົາ, ທັງເປັນພະຍາດຊໍ້າເຮື້ອເກີດຂຶ້ນມາດົນນານ ແລະ ເກີດຂຶ້ນໃນແຕ່ລະປີ ເຮັດໃຫ້ມີຜູ້ຕິດເຊື້ອພະຍາດດັ່ງກ່າວມີຈຳນວນຫຼາຍ, ພະຍາດໄຂ້ຍຸງລາຍມັກເກີດຂຶ້ນໃນໄລຍະລະດູຝົນ ເລີ່ມແຕ່ເດືອນພຶດສະພາ ຫາ ເດືອນສິງຫາ, ແຕ່ພົບຫຼາຍແມ່ນເດືອນກໍລະກົດ ແລະ ເດືອນສິງຫາ, ໃນປັດຈຸບັນ ເນື່ອງຈາກສະພາບອາກາດມີການປ່ຽນແປງ ເຮັດໃຫ້ຝົນຕົກບໍ່ຖືກຕາມລະດູການຈຶ່ງເປັນສາເຫດໜຶ່ງທີ່ເຮັດໃຫ້ມີການແຜ່ພັນຂອງຍຸງລາຍເພີ່ມຂຶ້ນ.

ຂໍ້ມູນຈາກ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ພະຍາດໄຂ້ຍຸງລາຍ ມັກເກີດຂຶ້ນໃນຊຸມຊົນແອອັດ ແລະ ເກີດຍ້ອນເຊື້ອພະຍາດ ໂດຍແມ່ນຍຸງລາຍເປັນພາຫະນໍາເຊື້ອ, ຍຸງລາຍນີ້ເປັນໂຕລາຍສີດໍາສະຫຼັບສີຂາວຢູ່ຕາມຕົນຕົວຂອງມັນ, ຖ້າຍຸງລາຍໄປກັດຄົນທີ່ມີເຊື້ອໄຂ້ຍຸງລາຍມັນຈະຂະຫຍາຍຕົວຢູ່ໃນຍຸງ, ເມື່ອຍຸງໂຕນີ້ ໄປກັດຄົນອື່ນໆ ທີ່ມີສຸຂະພາບແຂງແຮງກໍຈະສົ່ງເຊື້ອພະຍາດໄຂ້ຍຸງລາຍໃສ່ຄົນອື່ນຕໍ່ໆໄປ. ສຳລັບຍຸງລາຍທີ່ມີເຊື້ອພະຍາດໄຂ້ຍຸງລາຍມາກັດ ສ່ວນຫຼາຍແມ່ນກັດຄົນໃນເວລາກາງເວັນເຊັ່ນ: ເວລາໃກ້ຈະແຈ້ງ (6 ໂມງເຊົ້າ) ແລະ ເວລາ ຄໍ່າມືດ (6 ໂມງແລງ). ຖ້າຄົນເຈັບເປັນໄຂ້ເລືອດອອກຢູ່ໃນບ້ານໃດໜຶ່ງ ແລະ ຍຸງລາຍນັ້ນໄປກັດເອົາຄົນອື່ນໆ ກໍພາໃຫ້ເກີດມີຄົນເຈັບໄຂ້ເລືອດອອກແຜ່ຂະຫຍາຍໄປໃນບ້ານ ເພາະຍຸງໂຕນັ້ນສາມາດບິນໄປໄດ້ 400 ແມັດ ຈຶ່ງພາໃຫ້ເກີດເປັນພະຍາດໄຂ້ຍຸງລາຍ ແລະ ຕິດຕໍ່ໄປໝູ່ບ້ານອື່ນໆ ເປັນໄຂ້ເລືອດອອກໃນບ້ານນັ້ນອີກຕໍ່ໆໄປ, ຍ້ອນວ່າຍຸງລາຍມີຢູ່ທຸກບ່ອນໃນເມື່ອຄົນເຈັບ ເປັນໄຂ້ເລືອດອອກຢູ່ບ່ອນໃດ, ຢູ່ບ່ອນນັ້ນມັກຈະເກີດມີການແຜ່ຂະຫຍາຍໄວ ຖ້າບໍ່ມີມາດຕະການໃນການຄວບຄຸມພະຍາດດັ່ງກ່າວໃຫ້ດີ.

ສະນັ້ນ, ອີກວິທີການປ້ອງກັນຕົນເອງບໍ່ໃຫ້ເປັນໄຂ້ຍຸງລາຍຄື: ການນອນໃນມຸ້ງທັງກາງເວັນ ແລະ ກາງຄືນ, ນຸ່ງໂສ້ງຂາຍາວ, ເສື້ອແຂນຍາວ ເພື່ອປ້ອງກັນບໍ່ໃຫ້ຍຸງກັດ, ທາຢາກັນຍຸງ, ຈູດທູບໄລ່ຍຸງ, ພົ່ນຢາຂ້າຍຸງ. ພ້ອມນັ້ນ, ຖ້າເປັນການດີໃນເຮືອນຄວນໃສ່ຕາໜ່າງກັນຍຸງໃນປະຕູ ແລະ ປ່ອງຢ້ຽມເພື່ອບໍ່ໃຫ້ຍຸງເຂົ້າມາໃນເຮືອນໄດ້ ແລະ ທີ່ສຳຄັນຕ້ອງປະຕິບັດຫຼັກການ 5 ປ ທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ, ຖ້າຮູ້ສຶກບໍ່ສະບາຍບໍ່ຄວນຊື້ຢາມາກິນເອງຄວນໄປພົບແພດໝໍໃກ້ບ້ານທ່ານເຊັ່ນ: ໂຮງໝໍເມືອງ, ແຂວງ, ສູນກາງ ແລະ ສຸກສາລາ ເພື່ອຈະໄດ້ໃຫ້ທ່ານໝໍກວດເບິ່ງ ແລະ ປິ່ນປົວໃຫ້ທັນເວລາ.

ສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກໄດ້ລາຍງານໂຕເລກຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍໃນທົ່ວປະເທດມາຮອດວັນທີ 30 ກໍລະກົດ 2023 ມີຜູ້ຕິດເຊື້ອໄຂ້ຍຸງລາຍສະສົມ 16.065 ຄົນ, ຕິດເຊື້ອໃໝ່ 178 ຄົນ, ມີຜູ້ເສຍຊີວິດສະສົມ 7 ຄົນ, ບໍ່ມີຜູ້ເສຍຊີວິດໃໝ່, ສ່ວນແຂວງທີ່ຕິດເຊື້ອພະຍາດໄຂ້ຍຸງລາຍຫຼາຍກວ່າໝູ່ ແຂວງອຸດົມໄຊ 3.313 ຄົນ, ຄຳມ່ວນ 2.635 ຄົນ, ນະຄອນຫຼວງວຽງຈັນ 1.466 ຄົນ ແລະ ແຂວງອື່ນໆຕາມລຳດັບ.

ໂດຍ: ວັນເພັງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments