Friday, October 18, 2024
Homeຂ່າວພາຍໃນລວມຍອດຜະລິດຕະພັນພາຍໃນນະຄອນຫຼວງວຽງຈັນ ເພີ່ມຂຶ້ນສະເລ່ຍ 4,48%

ລວມຍອດຜະລິດຕະພັນພາຍໃນນະຄອນຫຼວງວຽງຈັນ ເພີ່ມຂຶ້ນສະເລ່ຍ 4,48%

2 ປີຜ່ານມາ ລວມຍອດຜະລິດຕະພັນພາຍໃນ (GDP) ຂອງນະຄອນຫຼວງວຽງຈັນ ເພີ່ມຂຶ້ນ ໂດຍສະເລ່ຍ 4,48% ໃນຂະນະດຽວກັນສາມາດຈັດເກັບລາຍຮັບໄດ້ທັງໝົດ 11.980 ຕື້ກວ່າກີບ, ເທົ່າກັບ 41,16% ຂອງມະຕິສະພາ (29.114,05 ຕື້ກີບ).

ທ່ານ ພູຂົງ ບັນນາວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານໄລຍະກາງສະໄໝຂອງແຜນການ 5 ປີ ຄັ້ງທີ IX (2021-2025), ທິດທາງແຜນການທ້າຍສະໄໝ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຂອງ ນະຄອນຫຼວງວງຈັນ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ໃນວັນທີ 31 ກໍລະກົດນີ້ ພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ລຳພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນ ນວ.

ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ກ່າວວ່າ: ໃນໄລຍະ 2 ປີຜ່ານມາ ລວມຍອດຜະລິດຕະພັນພາຍໃນ (GDP) ຂອງນະຄອນຫຼວງວຽງຈັນ ເພີ່ມຂຶ້ນ ໂດຍສະເລ່ຍ 4,48% (ມະຕິສະພາ 7-8% ຕໍ່ປີ), ໃນນັ້ນ ຂະແໜງກະສິກຳ ເພີ່ມຂຶ້ນສະເລ່ຍ 3,59% (ມະຕິສະພາ 4-4,5% ຕໍ່ປີ); ຂະແໜງອຸດສາຫະກຳ 6,39% (ມະຕິສະພາ 11,5% ຕໍ່ປີ; ຂະແໜງ ບໍລິການ 1,86% (ມະຕິ ສະພາ 6,5% ຕໍ່ປີ). ຮອດປີ 2022 ລວມຍອດຜະລິດຕະພັນພາຍໃນ ບັນລຸໄດ້ 62.243,93 ຕື້ກີບ, ສະເລ່ຍຕໍ່ຫົວຄົນ 62,91 ລ້ານກີບ (ມະຕິສະພາ ຮອດປີ 2025 ໃຫ້ບັນລຸໄດ້ 84.916 ຕື້ກີບ), ໂຄງປະກອບເສດຖະກິດ ໄດ້ມີການຫັນປ່ຽນ ຄື: ກະສິກຳ ຫຼຸດລົງຈາກ 14,3% ໃນປີ 2020 ມາເປັນ 13,77% ໃນປີ 2022 (ມະຕິສະພາ ຮອດປີ 2025 ໃຫ້ກວມເອົາ 14%); ອຸດສາຫະກຳ ຫຼຸດລົງຈາກ 49,5% ມາເປັນ 49,05% ໃນປີ 2022 (ມະຕິສະພາ ຮອດປີ 2025 ໃຫ້ກວມເອົາ 49%) ແລະ ການບໍລິການ ເພີ່ມຂຶ້ນຈາກ 36,2% ມາເປັນ 37,18% (ມະຕິສະພາ ຮອດປີ 2025 ໃຫ້ກວມເອົາ 37% ຂອງ GDP). ສັງລວມແລ້ວ, ໂຄງປະກອບເສດຖະກິດ ໄດ້ຫັນປ່ຽນໄປຕາມທິດທີ່ກໍານົດໄວ້.

ໃນຂະນະດຽວກັນ ໄດ້ເອົາໃຈໃສ່ຍົກສູງປະສິດທິພາບ ການຄຸ້ມຄອງລາຍຮັບ ແລະ ລາຍຈ່າຍ, ສ້າງລະບົບ, ກົນໄກ, ລະບຽບ ແລະ ນຳໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນການເກັບລາຍຮັບ ແລະ ເບີກຈ່າຍງົບປະມານ ຜ່ານລະບົບທະນາຄານ, ປັບປຸງ ແລະ ຂະຫຍາຍຖານລາຍຮັບພາຍໃນ ດ້ວຍການຊຸກຍູ້ການເສຍພາສີ-ອາກອນ ໃຫ້ຄົບຖ້ວນ ຊຶ່ງສະແດງອອກຄື: ຈັດເກັບລາຍຮັບ ໄດ້ທັງໝົດ 11.980,95 ຕື້ກີບ, ເທົ່າກັບ 41,16% ຂອງມະຕິສະພາ (29.114,05 ຕື້ກີບ); ໃນນີ້: ພູດນະຄອນຫຼວງວຽງຈັນ ຈັດເກັບໄດ້ 3.903,49 ຕື້ກີບ, ເທົ່າກັບ 45,07% ຂອງມະຕິສະພາ (8.660,21 ຕື້ບກີບ). ພ້ອມກັນນັ້ນ, ປີ 2021 ສາມາດລື່ນແຜນການໄດ້ 183,01 ຕື້ກີບ ແລະ ປີ 2022 ສາມາດລື່ນແຜນການໄດ້ 282,30 ຕື້ກີບ, ລາຍຈ່າຍ ປະຕິບັດໄດ້ 1.329,51 ຕື້ກີບ, ເທົ່າກັບ 31,62% ຂອງມະຕິສະພາ (ສູ້ຊົນບໍ່ໃຫ້ເກີນ 4.204,69 ຕື້ກີບ), ສາມາດຫຼຸດຜ່ອນລາຍຈ່າຍຕາມແຜນທີ່ບໍ່ຈຳເປັນ ແລະ ລາຍຈ່າຍ ບໍລິຫານຟຸ່ມເຟືອຍ ໃນປີ 2021 ໄດ້ 8,98 ຕື້ກີບ ແລະ ປີ 2022 ໄດ້ 8,20 ຕື້ກີບ. ດຸ່ນດ່ຽງພັນທະໃຫ້ສູນກາງ ປະຕິບັດໄດ້ 1.640,43 ຕື້ກີບ, ເທົ່າກັບ 36,26% ຂອງມະຕິສະພາ (4.455,52 ຕື້ກີບ).

ສຳລັບດ້ານການດຸ່ນດ່ຽງ ຂາເຂົ້າ-ຂາອອກມູນຄ່າການສົ່ງອອກ ຂະຫຍາຍຕົວສະເລ່ຍ ຢູ່ໃນລະດັບ 23,85% ຕໍ່ປີ (ມະຕິສະພາ ບໍ່ຫຼຸດ 18%); ມູນຄ່າການນໍາເຂົ້າ ເພີ່ມຂຶ້ນສະເລ່ຍ ລະດັບ 20,12% ຕໍ່ປີ (ມະຕິສະພາ ບໍ່ໃຫ້ເກີນ 8%), ດ້ານການລົງທຶນ ເພື່ອການພັດທະນາ, ການລົງທຶນທົ່ວສັງຄົມ ປະຕິບັດໄດ້ 78.471,88 ຕື້ກີບ, ເທົ່າກັບ 95,98% ຂອງມະຕິສະພາ (81.755 ຕື້ກີບ); ໃນນັ້ນ; ການລົງທຶນຈາກງົບປະມານພາຍໃນ ໄດ້ 316,85 ຕື້ກີບ, ເທົ່າກັບ 24,37% ຂອງມະຕິສະພາ (1.300 ຕື້ກີບ); ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ໄດ້ 1.988,15 ຕື້ກີບ, ເທົ່າກັບ 57,07% ຂອງມະຕິສະພາ (3.270 ຕື້ກີບ); ການລົງທຶນຂອງພາກເອກະຊົນ ໄດ້ 38.840,55 ຕື້ກີບ, ເທົ່າກັບ 59,33% ຂອງມະຕິສະພາ (65.400 ຕື້ກີບ); ການລົງທຶນຈາກສິນເຊື່ອທະນາຄານປະຕິບັດໄດ້ 37.448,33 ຕື້ກີບ, ປະຕິບັດໄດ້ເກີນ 2 ເທົ່າຕົວຂອງມະຕິສະພາ (11.785 ຕື້ກີບ).

(ຂ່າວ-ພາບ: ສຳນານ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments