Friday, October 18, 2024
Homeຂ່າວພາຍໃນສູນກາງແນວລາວສ້າງຊາດ ລົງຊຸກຍູ້ວຽກງານໂຄສະນາຂັ້ນຮາກຖານ

ສູນກາງແນວລາວສ້າງຊາດ ລົງຊຸກຍູ້ວຽກງານໂຄສະນາຂັ້ນຮາກຖານ

ລະຫວ່າງວັນທີ 24-26 ກໍລະກົດ 2023 ທ່ານ ນາງ ແພງພັນ ບຸບຜາພອນ ຄະນະພັກ ຫົວໜ້າກົມໂຄສະນາ ສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານໂຄສະນາ ຢູ່ແຂວງ ໄຊສົມບູນ ເມືອງຮົ່ມ ແລະ ເມືອງລ້ອງຊານ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ສີລັດ ພານຸວົງ ຮອງປະທານແນວລາວສ້າງຊາດແຂວງ ໄຊສົມບູນ ທ່ານ ຄໍາວື່ ໄຊເຈ່ຍບຼົ່ງ ປະທານແນວລາວສ້າງຊາດເມືອງຮົ່ມ ແລະ ທ່ານ ເດັ້ງຊົ່ງ ນະວົງໄຊ ປະທານແນວລາວສ້າງຊາດເມືອງລ້ອງຊານ ພ້ອມດ້ວຍພະນັກງານແນວລາວສ້າງຊາດແຂວງ ແລະ ເມືອງ.

ຜ່ານການພົບປະຢ້ຽມຢາມຢູ່ແຂວງ ໄດ້ຮັບຟັງການລາຍງານຫຍໍ້ສະພາບລວມຂອງແຂວງ ສະພາບ ລວມວຽກງານແນວລາວສ້າງຊາດແຕ່ລະຂະແໜງ ໂດຍສະເພາະຂະແໜງໂຄສະນາ ລວມທັງຜົນງານ ຂໍ້ສະດວກ ຂໍ້ຫຍຸ້ງຍາກ ຄໍາເຫັນສະເໜີຕ່າງໆ ສໍາລັບວຽກງານໂຄສະນາ ແນວລາວສ້າງຊາດແຂວງ ໄຊສົມບູນ ໄດ້ຖືສໍາຄັນ ໃນການເຮັດວຽກງານການເມືອງ-ແນວຄິດ ໃຫ້ກໍາມະການແນວລາວສ້າງຊາດແຂວງ ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງ ໂດຍໄດ້ຈັດຕັ້ງການເຊື່ອມຊຶມມະຕິ ຄໍາສັ່ງ ຄໍາແນະນໍາ ລະບຽບ ກົດໝາຍ ມູນເຊື້ອ ແລະ ເອກະສານຕ່າງໆຂອງພັກ ລັດ ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ປະສານສົມທົບຂະແໜງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໃນການຜະລິດຂ່າວ ສົ່ງຂ່າວ ໂຄສະນາມູນເຊື້ອ ຜົນງານການເຄື່ອນໄຫວ ຂອງກໍາມະການແນວລາວສ້າງຊາດແຕ່ລະຂັ້ນ ເອົາໃຈໃສ່ຈັດສົ່ງແຈກຢາຍສື່ສິ່ງພິມ ໃຫ້ເປົ້າໝາຍຕ່າງໆພາຍໃນແຂວງ ເມືອງ ແລະ ການຜັນຂະຫຍາຍແຈ້ງການຂອງ ສນຊ ໃນການສ້າງຕັ້ງ ແລະ ໂຄສະນາຜ່ານສື່ອອນລາຍຂອງແຂວງ ພ້ອມກັນນັ້ນ ມີການແລກປ່ຽນຄໍາເຫັນເຊິ່ງກັນ ແລະ ກັນ.

ສໍາລັບການລົງຢ້ຽມຢາມ ແລະ ເຮັດວຽກຢູ່ສອງເມືອງ (ເມືອງ ຮົ່ມ ແລະ ເມືອງ ລ້ອງຊານ) ນອກຈາກໄດ້ຮັບຝັງການລາຍງານວຽກງານແນວລາວສ້າງຊາດຮອບດ້ານ ຍັງພ້ອມກັນແລກປ່ຽນຄໍາເຫັນ 3 ວຽກເປັນຕົ້ນ: ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XI ແຜນພັດທະນາວຽກງານແນວລາວສ້າງຊາດ ມະຕິ V ວຽກງານການເມືອງ-ແນວຄິດ ຕິດພັນ 2 ວາລະແຫ່ງຊາດ ການສ້າງຂະບວນການຕ້ອນຮັບວັນສໍາຄັນຂອງພັກຂອງຊາດ ແລະ ແນວລາວສ້າງຊາດ ແຕ່ນີ້ຮອດທ້າຍປີ 2023 ແລະ ວຽກງານໂຄສະນາ

ຈາກນັ້ນ ຄະນະກໍ່ໄດ້ໄປຢ້ຽມຢາມໂຮງງານຜະລິດນໍ້າດື່ມພູເບ້ຍ ຄອບຄົວກໍາມະການ ສນຊ ທີ່ເປັນຕົວແບບປູກຢາງພາລາ ຢູ່ເມືອງຮົ່ມ ແລະ ໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມຫຍຸ້ງຍາກ ຢູ່ເຂດທົດລອງ 516 ຕື່ມອີກ.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments