Saturday, October 19, 2024
Homeຂ່າວການເມືອງສອງສຳນັກຂ່າວສານ ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືກັນ ຮອບດ້ານ

ສອງສຳນັກຂ່າວສານ ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືກັນ ຮອບດ້ານ

ໃນໂອກາດ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ໃນລະ ຫວ່າງ ວັນທີ 20-26 ກໍລະກົດ 2023 ນີ້, ສະຫາຍ ຄຳເຜີຍ ພິລາພາ ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ(KPL) ພ້ອມຄະນະໄດ້ພົບປະກັບ ສະຫາຍ ນາງ ຫວູ ຫວຽດ ຈາງ ຜູ້ອໍານວຍການໃຫຍ່ ສຳນັກຂ່າວສານຫວຽດນາມ (VNA) ພ້ອມຄະນະ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອການພົວພັນຮ່ວມມືສອງຝ່າຍ ທີ່ມີມາແຕ່ດົນນານ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນຂຶ້ນໄປເລື້ອງໆ.

ໂອກາດນີ້, ສະຫາຍ ນາງ ຫວູ ຫວຽດ ຈາງ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ຄຳເຜີຍ ພິລາພາ ແລະ ຄະນະ, ພ້ອມທັງລາຍໃຫ້ຊາບກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ຂອງ VNA ໃນໄລຍະຜ່ານມາ, ລວມທັງການພົວພັນຮ່ວມມືດ້ານວິຊາສະເພາະ ກັບ 40 ສຳນັກຂ່າວ, ອົງການຂ່າວຕ່າງປະເທດ, ການຮ່ວມມືກັບຫລາຍຝ່າຍ ໃນຂອບເຂດບັນດາອົງການສາ ກົນ. ສະເພະ ການພົວພັນຮ່ວມມື ລະຫວ່າງ ສອງສຳນັກຂ່າວສານຫວຽດນາມ ແລະ ຂ່າວສານປະເທດລາວ ແມ່ນໄດ້ມີການຊຸກຍູ້ ແລະ ຮັດແໜ້ນ ຢ່າງມີປະສິດທິພາບ ຢູ່ຕະຫລອດເວລາ ແລະ ນັບມື້ເພີ່ມທະວີຂຶ້ນ. ພ້ອມນີ້, ສະຫາຍ ຫວູ ຫວຽດ ຈາງ ຍັງໄດ້ສະເໜີວ່າ ໃນຕໍ່ໜ້າ ສອງຝ່າຍຄວນເປີດກວ້າງ ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ໃນທຸກໆຂົງເຂດ ເພື່ອປະກອບສ່ວນເຂົ້າ ໃນການເພີ່ມທະວີສາຍພົວພັນແບບພິເສດ ລະຫວ່າງຫວຽດນາມ-ລາວ. ພ້ອມທັງ ສະແດງຄວາມຫວັງວ່າ KPL ຈະສືບຕໍ່ຊ່ວຍເຫລືອ ບັນດານັກຂ່າວຂອງ ສຳນັກຂ່າວສານຫວຽດນາມ ທີ່ປະຈຳການຢູ່ ສປປ ລາວ ກໍຄື ບັນດານັກຂ່າວ, ບັນນາທິການ ທີ່ຈະສົ່ງໄປລາວ ເພື່ອເຄື່ອນໄຫວເຮັດຂ່າວເຫດການສຳຄັນ ໃນປີ 2024 ເມື່ອລາວໄດ້ຮັບຕຳແໜ່ງເປັນປະທານອາຊຽນ.

ປັດຈຸບັນ, ບໍລິສັດສະຕຣາໂທລະຄົມ ຈຳກັດ ເປັນບໍລິສັດຮ່ວມທຸລະກິດ Viettel ປະຈຳລາວ ໄດ້ສະເໜີໃຫ້ ສືບຕໍ່ສົ່ງສັນຍານຊ່ອງສື່ສານຂອງສຳນັກຂ່າວ ເພື່ອຖ່າຍທອດໃນຊ່ອງ Lao TV. ສະຫາຍ ຫວູ ຫວຽດ ຈາງ ຢາກໃຫ້ຝ່າຍ KPL ສະໜັບສະໜູນຊ່ວຍເຫລືອ ເພື່ອຜັນຂະ ຫຍາຍໂຄງການນີ້, ປະກອບສ່ວນເຂົ້າໃນການສະໜອງແຫລ່ງຂໍ້ມູນຂ່າວສານ ເປັນພາສາຫວຽດ ນາມ ຢ່າງເປັນທາງການ ເພື່ອສົ່ງເຖິງຊາວຫວຽດນາມ ທີ່ອາໄສຢູ່ໃນລາວ. ສ່ວນວາລະສານຂ່າວພາບຫວຽດນາມ ຈະສືບຕໍ່ພິມຈຳໜ່າຍວາລະສານ ແລະ ເວັບໄຊພາສາລາວ ເພື່ອປະກອບສ່ວນ ເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄືແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ລາວ ແລະ ໃນໂອກາດນີ້, ສະຫາຍ ນາງ ຫວູ ຫວຽດ ຈາງ ໄດ້ສະແດງຄວາມຂອບໃຈມາຍັງ ສຳນັກຂ່າວສານປະເທດລາວ ທີ່ສະໜັບສະໜູນຊ່ວຍເຫລືອ ໃນການແຈກຢາຍວາລະສານ ຂ່າວພາບຫວຽດນາມ ຢູ່ໃນລາວ.

ໃນໂອກາດດຽວກັນນີ້, ສະຫາຍ ຄຳເຜີຍ ພິລາພາ ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືລະຫວ່າງ ສອງສໍານັກຂ່າວພວກເຮົາ ເຊິ່ງຢູ່ບົນພື້ນຖານສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ທີ່ນັບມື້ຈະເລີນງອກງາມ. ພ້ອມທັງແຈ້ງໃຫ້ຊາບກ່ຽວກັບການປັບປຸງ ກົງຈັກການຈັດຕັ້ງພາຍໃນສຳນັກ ໂດຍອີງໃສ່ສະພາບເງື່ອນໄຂຕົວຈິງ ແລະ ໄດ້ພະຍາຍາມ ຮັກສາມູນເຊື້ອ ອັນດີງາມໃນການພັດທະນາ ຂປລ ໃຫ້ທັນກັບການພັດທະນາ ໃນການສືບຕໍ່ໂຄສະນາ ຜ່ານສື່ແບບເກົ່າ: ໜັງສືພິມ, ໃບຂ່າວ ແລະ ສື່ໃໝ່: ເວັບໄຊ, ເຟສບຸກ ແລະ ຢູທູບ ເຊິ່ງສາມາດເຂົ້າເຖິງບັນດາກຸ່ມເປົ້າໝາຍໄດ້ກວ້າງພໍສົມຄວນ ໂດຍສະເພາະແມ່ນໄດ້ນໍາໃຊ້ເຄື່ອງມື-ອຸປະກອນ ແລະ ຫ້ອງສະຕູດີໂອ ທີ່ VNA ຊ່ວຍ ເຫລືອ ເຫັນວ່າມີປະສິດທິຜົນຫລາຍ. ຕາມການສະຫລຸບຕີລາຄາຂອງ ຂປລ ເຫັນວ່າ ການຮ່ວມມືທາງດ້ານວິຊາການຂອງສອງສຳນັກພວກເຮົາ ໃນປີຜ່ານມາ ເຫັນວ່າໄດ້ມີໝາກຜົນທີ່ຕັ້ງໜ້າ.

ໄລຍະຜ່ານມາ ສຳນັກຂ່າວສານປະເທດລາວ ກໍໄດ້ນຳໃຊ້ຂໍ້ມູນ ຈາກແຫລ່ງຂ່າວສໍານັກຂ່າວ ສານຫວຽດນາມ (VNA) ເພື່ອເຮັດຂ່າວ, ບົດທົ່ວໄປ, ຂ່າວຄົ້ນຄວ້າ ແລະ ບົດຄົ້ນຄວ້າ, ພ້ອມນີ້ ກໍໄດ້ສົ່ງບົດໃຫ້ຫ້ອງການ ສຳນັກງານຜູ້ຕາງໜ້າ VNA ປະຈຳລາວ ແລະ ໄດ້ເຜີຍແຜ່ບັນດາບົດທີ່ສ່ອງແສງເຖິງການພົວພັນ-ຮ່ວມມື ລະຫວ່າງ ລາວ-ຫວຽດນາມ ແລະ ບົດບາດ ຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ທີ່ຫ້ອງການສຳນັກງານ ຜູ້ຕາງໜ້າ VNA. ພິເສດ ໃນໂອກາດປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ 2022, ສອງສໍານັກຂ່າວພວກເຮົາ ກໍໄດ້ຮ່ວມມືໂຄສະນາເຜີຍແຜ່ ສະພາບການສ້າງສາພັດທະນາ ຂອງສອງປະເທດ ລາວ-ຫວຽດນາມ, ລວມທັງບັນດາບັນຍາກາດແຫ່ງການຈັດຕັ້ງສະເຫລີມສະຫລອງ ວັນປະຫວັດສາດສຳຄັນດັ່ງກ່າວ ຢ່າງຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ ໂດຍສະເພາະໄດ້ມີການຮ່ວມມືກັນ ໃນການວາງສະ ແດງຮູບພາບ ຢູ່ທີ່ນະຄອນຫລວງວຽງຈັນ ແລະ ນະຄອນຫລວງຮ່າໂນ້ຍ.

ສະຫາຍ ຄຳເຜີຍ ພິລາພາ ໄດ້ເຊື້ອເຊີນ ສະຫາຍ ນາງ ຫວູ ຫວຽດ ຈາງ ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ລາວ ໃນປີ 2024, ພ້ອມທັງສະເໜີໃຫ້ ສອງຝ່າຍ ສືບຕໍ່ຮ່ວມມືກັນ ທາງດ້ານວິຊາການເຕັກນິກ ກໍຄື ການສື່ສານດ້ວຍຮູບແບບໃໝ່, ໃນໂອກາດທີ່ ສປປ ລາວ ກຽມເປັນປະທານອາຊຽນປີ 2024 ສປປ ລາວ ສະເໜີໃຫ້ ສຳນັກຂ່າວສານຫວຽດນາມ ສະໜັບສະໜູນ, ປະກອບສ່ວນເຂົ້າໃນ ການໂຄສະນາເຜີຍແຜ່ ກ່ຽວກັບເຫດການສຳຄັນໃນໄລຍະດັ່ງກ່າວ ແລະ ຖືໂອກາດນີ້, ສະແດງຄວາມຂອບໃຈຢ່າງເລິກເຊິ່ງ ມາຍັງ VNA ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ຂປລ ບົນຈິດໃຈສະຫາຍອ້າຍນ້ອງທີ່ສະໜິດສະໜົມ ເຊິ່ງໄດ້ເປັນການປະກອບ ສ່ວນອັນສໍາຄັນ ເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ແລະ ປົກປັກຮັກສາ-ພັດທະນາປະເທດຊາດ ຕະ ຫລອດມາ ແລະ ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໂດຍ ສະເພາະ ຂປລ ແລະ VNA ຈົ່ງໝັ້ນຄົງຂະໜົງແກ່ນຕະຫລອດໄປ.

ຈາກນັ້ນ, ສອງຝ່າຍ ກໍໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມື ໃນໄລຍະໃໝ່.

ຂ່າວ: ສົມປະສົງ

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments