Saturday, October 19, 2024
Homeຂ່າວໜ້າໜຶ່ງກອງປະຊຸມປຶກສາຫາລື ລະຫວ່າງສອງກະຊວງການຕ່າງປະເທດ ສປປ ລາວ - ສ. ອິນເດຍ ຄັ້ງທີ 3

ກອງປະຊຸມປຶກສາຫາລື ລະຫວ່າງສອງກະຊວງການຕ່າງປະເທດ ສປປ ລາວ – ສ. ອິນເດຍ ຄັ້ງທີ 3

ໃນວັນທີ 27 ກໍລະກົດ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ຊົວຣາບ ກຸມາ (Saurabh Kumar), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນເດຍ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນວັນທີ 26-29 ກໍລະກົດ 2023 ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ລະຫວ່າງ ສອງກະຊວງການຕ່າງປະເທດ ສປປ ລາວ – ສ. ອິນເດຍ ຄັ້ງທີ 3.

ໃນກອງປະຊຸມ, ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນ ສ. ອິນເດຍ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຊຸກຍູ້ສາຍພົວພັນຮ່ວມມືສອງຝ່າຍ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ-ອິນເດຍ ຕະຫຼອດໄລຍະ 67 ປີ (02 ກຸມພາ 1956-2023) ຜ່ານມາ ທີ່ສືບຕໍ່ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ທີ່ພາກສ່ວນກ່ຽວຂ້ອງສອງຝ່າຍໄດ້ມີການຈັດຕັ້ງປະຕິບັດວຽກງານໃນທຸກດ້ານຮ່ວມກັນ, ໄດ້ມີກົນໄກການຮ່ວມມືສອງຝ່າຍ ເພື່ອທົບທວນຄືນການຮ່ວມມືໃນດ້ານຕ່າງໆ ເປັນຕົ້ນ ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສ. ອິນເດຍ (JC) ແລະ ກອງປະຊຸມປຶກສາຫາລື ລະຫວ່າງ ສອງກະຊວງການຕ່າງປະເທດ (FOC) ລາວ-ອິນເດຍ ເຮັດໃຫ້ການພົວພັນຮ່ວມມືສອງຝ່າຍ ໄດ້ຮັບຜົນສຳເລັດໃນຫຼາຍດ້ານ. ສອງຝ່າຍ ໄດ້ສະແດງຄວາມຍິນດີຕໍ່ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ທີ່ຢູ່ໃນທ່ວງທ່າທີ່ດີ, ເຊິ່ງໃນໄລຍະ 6 ເດືອນຕົ້ນປີ 2023 ມູນຄ່າການຄ້າສອງຝ່າຍ ບັນລຸໄດ້ປະມານ 54 ລ້ານໂດລາສະຫະລັດ, ໃນນັ້ນ ສປປ ລາວ ສົ່ງອອກແມ່ນປະມານ 43 ລ້ານໂດລາສະຫະລັດ ແລະ ນຳເຂົ້າແມ່ນປະມານ 11 ລ້ານໂດລາສະຫະລັດ, ເຊິ່ງປະຈຸບັນ ນັກທຸລະກິດຂອງອິນເດຍ ໄດ້ເຂົ້າມາລົງທຶນຢູ່ ສປປ ລາວ ຫຼາຍພໍສົມຄວນ. ໃນນີ້, ຝ່າຍລາວ ໄດ້ສະເໜີໃຫ້ມີການແລກປ່ຽນຂໍ້ມູນ ລະຫວ່າງ ນັກທຸລະກິດລາວ-ອິນເດຍ ຢ່າງເປັນປະຈໍາ ຜ່ານສະຖານທູດ ຫຼື ກອງປະຊຸມພົບປະຂອງສອງປະເທດ ເພື່ອດຶງດູດນັກລົງທຶນຂອງສອງປະເທດໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ເພື່ອຊອກຫາຊ່ອງທາງໃນການສົ່ງອອກສິນຄ້າຂອງລາວໄປຍັງຕະຫຼາດອິນເດຍ.

ພ້ອມດຽວກັນນີ້, ສອງຝ່າຍ ເຫັນດີຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງຕົນ ສືບຕໍ່ປະສານສົມທົບກັນເພື່ອຊຸກຍູ້ບັນດາໂຄງການຕ່າງໆທີ່ໄດ້ລົງນາມແລ້ວນັ້ນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ປະກົດຜົນເປັນຈິງຍິ່ງຂຶ້ນ ເນື່ອງຈາກໃນໄລຍະຜ່ານມາ ຫຼາຍໂຄງການແມ່ນບໍ່ໄດ້ຮັບການປະຕິບັດເທົ່າທີ່ຄວນ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19; ສອງຝ່າຍ ໄດ້ເຫັນດີຈະເພີ່ມທະວີການຮ່ວມມືໃນຂະແໜງການອື່ນໆທີ່ມີທ່າແຮງຮ່ວມກັນໃຫ້ຫຼາຍຂຶ້ນ ເປັນຕົ້ນ ດ້ານການສຶກສາ-ວັດທະນະທຳ, ສາທາລະນະສຸກ, ວຽກງານປ້ອງການຊາດ, ວຽກງານກົງສຸນ, ກະສິກຳ-ປ່າໄມ້, ການພັດທະນາຊັບພະຍາກອນມະນຸດ, ການພັດທະນາພື້ນຖານໂຄງລ່າງ ແລະ ອື່ນໆ; ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ການຮ່ວມມືຂອບແມ່ນ້ຳຂອງ-ແມ່ນ້ຳຄົງຄາ, ການຮ່ວມມືອາຊຽນ-ອິນເດຍ, ການຮ່ວມມືຂອບ ສະຫະປະຊາຊາດ (ສປຊ) ແລະ ອື່ນໆ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຕົນ ແລະ ໄດ້ແລກປ່ຽນຄຳຄິດເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງຍິ່ງ ມາຍັງ ລັດຖະບານ ແລະ ປະຊາຊົນ ອິນເດຍ ຕໍ່ການຊ່ວຍ ເຫຼືອອັນລ້ຳຄ່າໃນໄລຍະຜ່ານມາ ເປັນຕົ້ນ ການພັດທະນາຊັບພະຍາກອນມະນຸດ ກໍຄື ການສະໜອງທຶນຝຶກອົບຮົມໄລຍະສັ້ນ ແລະ ໄລຍະຍາວ ໃຫ້ແກ່ພະນັກ ງານ-ນັກສຶກສາລາວ ພາຍໃຕ້ໂຄງການຊ່ວຍເຫຼືອຕ່າງໆ; ການຊ່ວຍເຫຼືອໃນວຽກງານສາທາລະນະສຸກ (ວຽກງານຕ້ານໂຄວິດ-19), ການສະໜອງເງິນກູ້ຢືມເຂົ້າໃນການຈັດຕັ້ງໃນຫຼາຍໂຄງການ ແລະ ການຊ່ວຍເຫຼືອໃນຂະແຫນງການອື່ນໆ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ເຊິ່ງທັງຫມົດນີ້ ໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງຢ່າງຍິງວ່າ ຝ່າຍ ສ.ອິນເດຍ ຈະສືບຕໍ່ໃຫ້ການຊ່ວຍເຫຼືອໂຄງການຕ່າງໆຕື່ມອີກໃນອະນາຄົດ, ໂດຍສະເພາະ ການຊ່ວຍເຫຼືອ ສປປ ລາວ ໃນການກະກຽມເປັນປະທານອາຊຽນໃນປີ 2024 ໃຫ້ສຳເລັດຕາມຄາດຫມາຍ.

ໃນຂະນະດຽວກັນ, ທ່ານຮອງລັດຖະມົນຕີ ຊົວຣາບ ກຸມາ ກໍໄດ້ສະແດງຄວາມຂອບໃຈມາຍັງຝ່າຍລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນເປັນຢ່າງດີຕະຫຼອດມາ ທັງໃນຂອບການຮ່ວມມືສອງຝ່າຍ, ຫຼາຍຝ່າຍ ໂດຍສະເພາະໃນຂອບການຮ່ວມມືອາຊຽນ, ສປຊ. ພ້ອມນີ້, ກໍຢືນຢັນຈະສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ອິນເດຍ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ ແລະ ນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ ອິນເດຍ-ລາວ.

ພາຍຫຼັງສຳເລັດກອງປະຊຸມ, ສອງຝ່າຍ ກໍໄດ້ສືບຕໍ່ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈ ເພື່ອມອບ-ຮັບການຊ່ວຍເຫຼືອຂອງໂຄງການເຫັນຜົນໄວ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຈຳນວນ 5 ໂຄງການ, ລວມມູນຄ່າທັງຫມົດ 248.226 ໂດລາສະຫະລັດ ຄື:

1. ໂຄງການກໍ່ສ້າງໂຮງຮຽນປະຖົມ ບ້ານຫ້ວຍທ້າງ, ເມືອງປາກລາຍ, ແຂວງໄຊຍະບູລີ ມູນຄ່າ 49.999 ໂດລາສະຫະລັດ;

2. ໂຄງການກໍ່ສ້າງສູນຝຶກອົບຮົມ ແລະ ອຸປະກອນ ICT ໃຫ້ແກ່ພະແນກການສື່ສານດ້ານເຕັກໂນໂລຊີ ແຂວງ ໄຊຍະບູລີ ມູນຄ່າ 49.963 ໂດລາສະຫະລັດ;

3. ໂຄງການກໍ່ສ້າງສູນປິ່ນປົວສຸຂະພາບ ບ້ານຊຽງຫຼວງ, ເມືອງດາກຈຶງ, ແຂວງເຊກອງ ມູນຄ່າ 49.210 ໂດລາສະຫະລັດ;

4. ໂຄງການກໍ່ສ້າງລະບົບທໍ່ສົ່ງນ້ຳ ບ້ານພູສັນ, ເມືອງແປກ, ແຂວງຊຽງຂວາງ ມູນຄ່າ 49.054 ໂດລາສະຫະລັດ;

5. ໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນດອນໃຫຍ່, ເມືອງສອງຄອນ, ແຂວງສະຫວັນນະເຂດ ມູນຄ່າ 50.000 ໂດລາສະຫະລັດ.

ໃນວັນດຽວກັນ, ທ່ານຮອງລັດຖະມົນຕີ ຊົວຣາບ ກຸມາ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ເຊິ່ງຄະນະຜູ້ແທນອິນເດຍ ກໍໄດ້ແຈ້ງໃຫ້ຊາບເຖິງຜົນສໍາເລັດຂອງກອງປະຊຸມປຶກສາຫາລື ລະຫວ່າງ ສອງກະ ຊວງການຕ່າງປະເທດ ສປປ ລາວ-ສ. ອິນເດຍ ຄັ້ງທີ 3. ໃນຂະນະດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ກໍສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມປຶກສາຫາລືໃນຄັ້ງນີ້, ເຊິ່ງຈະເປັນພື້ນຖານອັນດີໃນການເພີ່ມທະວີການພົວພັນຮ່ວມມືຂອງສອງປະເທດ ລາວ -ອິນເດຍ ໃນຕໍ່ຫນ້າ, ພ້ອມທັງ ໄດ້ອວຍ ພອນໃຫ້ຄະນະຜູ້ແທນອິນເດຍ ຈົ່ງປະ ສົບຜົນສຳເລັດໃນການເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ແລະ ກັບຄືນປະເທດດ້ວຍຄວາມສະຫວັດດີພາບ. ໃນການມາຢ້ຽມຢາມຄັ້ງນີ້ ຄະນະຜູ້ແທນ ອິນເດຍ ຍັງຈະໄດ້ເດີນທາງໄປຢ້ຽມຢາມແຂວງຫຼວງພະບາງ ແລະ ເຂົ້າຮ່ວມພິທີມອບ-ຮັບ ໂຄງການກໍ່ສ້າງໂຮງຜະລິດນ້ຳດື່ມສະອາດ ແລະ ໂຮງຮຽນສົງ ທີ່ວັດຜາໂອ ອີກດ້ວຍ.

ຂ່າວ-ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ

ພະແນກໂຄສະນາ ແລະ ປະຊາສຳພັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments