Sunday, October 20, 2024
Homeຂ່າວກິລາງານກິລາມະຫາວິທະຍາໄລລາວ ຄັ້ງທີ ll ຈະເປີດສາກຕົ້ນປີໜ້າ ພ້ອມກຳນົດແຂ່ງຂັນ 8 ປະເພດກິລາ

ງານກິລາມະຫາວິທະຍາໄລລາວ ຄັ້ງທີ ll ຈະເປີດສາກຕົ້ນປີໜ້າ ພ້ອມກຳນົດແຂ່ງຂັນ 8 ປະເພດກິລາ

ງານມະຫະກຳກິລາ ມະຫາວິທະຍາໄລລາວ ຄັ້ງທີ II ຊຶ່ງໃນເບື້ອງຕົ້ນແຂວງຈຳປາສັກ ຮັບກຽດເປັນເຈົ້າພາບ ຫຼ້າສຸດງານກິລາດັ່ງກ່າວ ໄດ້ຍ້າຍມາຈັດແຂ່ງຂັນຢູ່ທີ່ສະໜາມກິລາມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 22-31 ມັງກອນ 2024 ເພື່ອຄັດເລືອກນັກກິລານັກສຶກສາລາວ ກຽມຮ່ວມງານມະຫະກຳກິລາມະຫາວິ ທະຍາໄລອາຊຽນ ທີ່ປະເທດອິນໂດເນເຊຍ ເປັນເຈົ້າພາບ ໃນເດືອນສິງຫາ 2024 ໂດຍຈະມີການຊີງໄຊທັງໝົດ 8 ປະເພດກິລາ.

ອີງຕາມການລາຍງານຂອງ ທ່ານ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ທັງເປັນຮອງປະທານ-ເລຂາທິການສະຫະພັນກິລາມະຫາວິທະຍາໄລລາວ ລາຍການການກະກຽມຈັດງານມະຫະກຳກິລາ ມະຫາວິທະຍາໄລລາວ ຄັ້ງທີ II ຕໍ່ກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວວຽກງານທີ່ພົ້ນເດັ່ນ ໃນໄລຍະ 6 ເດືອນຕົ້ນປີ 2023 ຂອງຄະນະກຳມະການໂອແລມປິກແຫ່ງຊາດລາວ ຫຼື ຄອລ ແລະ ຜ່ານແຜນການເຄືຶ່ອນໄຫວ 6 ເດືອນທ້າຍປີ 2023 ໃຫ້ຮູ້ວ່າ: ການກະກຽມຈັດງານມະຫະກໍາກິລາມະຫາວິທະຍາໄລລາວຄັ້ງນີ້ ແມ່ນເປັນການສືບຕໍ່ຈາກຄັ້ງທີ I ແລະ ເພື່ອປະຕິບັດຕາມມະຕິກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກິລາ-ກາຍະກໍາທົ່ວປະເທດ ແລະ ເພື່ອສືບຕໍ່ຂະບວນການພັດທະນາວຽກງານກິລາມະຫາວິທະຍາໄລ, ວິທະຍາໄລ, ວິທະຍາຄານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນຂອບເຂດທົ່ວປະເທດໃຫ້ມີຂະບວນຟົດຟື້ນ ແລະ ສືບທອດມູນເຊື້ອຜົນສໍາເລັດການແຂ່ງຂັນກິລາມະຫາວິທະຍາໄລລາວ ຄັ້ງທີ I.

ທ່ານຮອງປະທານ-ເລຂາທິການສະຫະພັນກິລາມະຫາວິທະຍາໄລລາວ ໃຫ້ຮູ້ຕື່ມອີກວ່າ: ອີງໃສ່ແຜນການທີ່ໄດ້ສ້າງຂຶ້ນມາ, ງານມະຫະກໍາກິລາມະຫາວິທະຍາໄລລາວ ຄັ້ງທີ II ຄາດຄະເນຈະນໍາໃຊ້ງົບປະມານທັງໝົດ ຈໍານວນ 12 ຕື້ກີບ ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 22-31 ມັງກອນ 2024 ໂດຍນໍາໃຊ້ສະໜາມຈັດການແຂ່ງຂັນ ຢູ່ ມະຫາວິທະຍາໄລແຫ່ງຊາດ ເປັນຫຼັກ ແລະຶຄາດຄະເນວ່າຈະມີຈໍານວນຄົນທັງໝົດ ຈໍານວນ 260 ຄົນ; ໃນນັ້ນມີອາສາສະໝັກຊ່ວຍວຽກ 100 ຄົນ ແລະ ຄະນະຮັບຜິດຊອບຈັດງານ 160 ຄົນ ປະກອບດ້ວຍ 8 ປະເພດກິລາທີ່ຈະຈັດການແຂ່ງຂັນ ຄື: ແລ່ນ-ລານຍິງ-ຊາຍ, ເຕະບານຊາຍ, ເປຕັງຍິງ-ຊາຍ, ເທຄວັນໂດຍິງ-ຊາຍ, ບານບ້ວງ 3×3 ຍິງ-ຊາຍ ແລະ 5×5 ຍິງ-ຊາຍ, ກະຕໍ້ຍິງ-ຊາຍ, ດອກປີກໄກ່ຍິງ-ຊາຍ ແລະ ບານສົ່ງໃນຮົ່ມຊາຍ-ຍິງ.

ສຳລັບສະໜາມແຂ່ງຂັນແມ່ນ ສະໜາມກິລາກາງ ມຊ, ສະໜາມກິລາເປຕັງແຫ່ງຊາດ, ສະໜາມກິລາໃນຮົ່ມບູຢອງ, ສະໂມສອນ ໂອແລມປາເຊຍ ແລະ ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ ຊຶ່ງຈະມີການແຕ່ງຕັ້ງບັນດາກໍາມະການຝ່າຍຕ່າງໆ ປະກອບດ້ວຍ 5 ກໍາມະການ ຄື: ກໍາມະການກອງເລຂາ, ພິທີການຮັບຕ້ອນ, ເປີດ-ປິດ ແລະ ຍ້ອງຍໍ, ກໍາມະການເຕັກນິກ-ຈັດການແຂ່ງຂັນ ແລະ ຂໍ້ມູນ, ກໍາມະການເສດຖະກິດ-ລະດົມທຶນ ແລະ ໂຄສະນາ-ຂ່າວສານ, ກໍາມະການສະຖານທີ່, ທີ່ພັກ-ອາຫານ, ຂົນສົ່ງ ແລະ ການແພດ ແລະ ກໍາມະການປ້ອງກັນຄວາມສະຫງົບ.

ສ່ວນບ່ອນພັກນັກກິລາທີ່ໃຊ້ຮອງຮັບນັກກິລາໃນງານມະຫະກໍາກິລາມະຫາວິທະຍາໄລລາວ ຄັ້ງທີ II ນີ້ແມ່ນຈະໄດ້ນໍາໃຊ້ຫໍພັກນັກສຶກສາ ບ້ານຊີເກມ. ນອກນັ້ນ, ຍັງມີອະນຸກໍາມະການຊ່ວຍວຽກ ແລະ ອາສາສະໝັກຮັບໃຊ້, ການຈັດງານມະຫະກໍາກິລາມະຫາວິທະຍາໄລລາວ ຄັ້ງທີ II ເພື່ອເປັນການປະກອບສ່ວນ ແລະ ພັດທະນານັກສຶກສາດ້ານທັກສະ, ຄວາມສະມັກຄີ, ດ້ານວິທະຍາສາດການກິລາ ແລະ ເປັນການສ້າງເງື່ອນໄຂໃຫ້ນັກສຶກສາທີ່ເປັນນັກກິລາໃນການເຂົ້າຮ່ວມການແຂ່ງຂັນກິລາມະຫາວິທະຍາໄລອາຊຽນ ຄັ້ງທີ 21 ໃນເດືອນສິງຫາ 2024 ທີ່ເມືອງ Surabaya and Malang ປະເທດອິນໂດເນເຊຍ ຮັບກຽດເປັນເຈົ້າພາບ

ຂ່າວໂດຍ: ສົງການ ພັນແພງດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments