Sunday, October 20, 2024
Homeຂ່າວຕ່າງປະເທດOECD ເປີດເຜີຍລາຍໄດ້ພາສີຕໍ່ GDP ອາຊີ-ປາຊີຟິກ ປະຈຳປີ 2023

OECD ເປີດເຜີຍລາຍໄດ້ພາສີຕໍ່ GDP ອາຊີ-ປາຊີຟິກ ປະຈຳປີ 2023

ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ກໍລະກົດ ຜ່ານມາ, ອົງການເພື່ອການຮ່ວມມືທາງດ້ານເສດຖະກິດ ແລະ ການພັດທະນາ (OECD) ໄດ້ເປີດເຜີຍບົດລາຍງານສະຖິຕິລາຍໄດ້ໃນພາກພື້ນອາຊີ-ປາຊີຟິກ ປະຈຳປີ 2023 ໂດຍເປັນການໃຊ້ຂໍ້ມູນລາຍໄດ້ຂອງພາກລັດທີ່ຄວບຄຸມໃນລະຫວ່າງປີ 2021 ຊຶ່ງເປັນປີທີ 2 ຂອງການເກີດການແຜ່ລະບາດຂອງພະຍາດໂຄວິດ-19.

ພາກພື້ນອາຊີ-ປາຊີຟິກໄດ້ປະເຊີນກັບຜົນກະທົບທາງສັງຄົມ ແລະ ເສດຖະກິດເຊັ່ນດຽວກັບພາກພື້ນອື່ນໆຂອງໂລກ ເຖິງແມ່ນວ່າແຕ່ລະປະເທດຈະໄດ້ຮັບຜົນກະທົບໃນລັກສະນະທີ່ແຕກຕ່າງກັນອອກໄປ ແລະ ລາຍໄດ້ພາສີໃນປະເທດສ່ວນຫຼາຍໃນພາກພື້ນອາຊີ-ປາຊີຟິກຟື້ນຕົວຂຶ້ນໃນປີ 2021 ຫຼັງຈາກຫຼຸດລົງຢ່າງໜັກໃນປີ 2020. ບົດລາຍງານສະບັບນີ້ເປັນການປຽບທຽບອັດຕາສ່ວນລາຍໄດ້ພາສີຕໍ່ໂຕເລກລວມຍອດຜະລິດຕະພັນພາຍໃນປະເທດ (GDP) ໃນ 29 ປະເທດຂອງພາກພື້ນອາຊີ-ປາຊີຟິກ ໂດຍອັດຕາສ່ວນລາຍໄດ້ພາສີຕໍ່ GDP ເປັນມາດຕາວັດແທກລາຍໄດ້ພາສີ ຊຶ່ງລວມເຖິງເງິນສົມທົບປະກັນສັງຄົມ. ໃນປີ 2021 ອັດຕາສ່ວນລາຍໄດ້ພາສີຕໍ່ GDP ໃນພາກພື້ນອາຊີ-ປາຊີຟິກ ຢູ່ລະຫວ່າງ 9,7% ໄປຈົນເຖິງ 36,6% ໂດຍ 13 ປະເທດຈາກ 29 ປະເທດມີອັດຕາສ່ວນລາຍໄດ້ພາສີຕໍ່ GDP ສູງເກີນຄ່າສະເລ່ຍຂອງພາກພື້ນອາຊີ-ປາຊີຟິກ ຢູ່ທີ່ 19,8% ໃນປີ 2021 ແລະ ທຸກປະເທດໃນພາກພື້ນອາຊີ-ປາຊີຟິກມີອັດຕາສ່ວນລາຍໄດ້ພາສີຕໍ່ GDP ຕໍ່າກວ່າຄ່າສະເລ່ຍຂອງກຸ່ມປະເທດ OECD ຢູ່ທີ່ 34,1% ຍົກເວັ້ນນາອູຣູພຽງປະເທດດຽວ ຊຶ່ງຢູ່ທີ່ 36,6%. 7 ປະເທດຈາກ 19 ປະເທດອາຊີ ໃນບົດລາຍງານສະບັບນີ້ມີອັດຕາສ່ວນລາຍໄດ້ພາສີຕໍ່ GDP ສູງກວ່າຄ່າສະເລ່ຍຂອງພາກພື້ນອາຊີ-ປາຊີຟິກ ໂດຍຍີ່ປຸ່ນຢູ່ທີ່ 33,2% ໃນປີ 2020, ສ ເກົາຫຼີ ຢູ່ທີ່ 29,9%, ມົງໂກລີຢູ່ທີ່ 24%, ອາເມນີ ຢູ່ທີ່ 22,7%, ຈໍເຈຍ ຢູ່ທີ່ 22,6%, ຈີນ ຢູ່ທີ່ 21% ແລະ ຄີກິດສະຖານ (Kyrgyzstan) ຢູ່ທີ່ 20%.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments