Sunday, October 20, 2024
Homeຂ່າວຕ່າງປະເທດຫວຽດນາມ ສະໜັບສະໜູນການສ້າງຂໍ້ຕົກລົງ ແກ້ໄຂບັນຫາມົນລະພິດພາສຕິກ

ຫວຽດນາມ ສະໜັບສະໜູນການສ້າງຂໍ້ຕົກລົງ ແກ້ໄຂບັນຫາມົນລະພິດພາສຕິກ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໂດຍແມ່ນປະເທດສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງສະພາຄູ່ຮ່ວມມືກ່ຽວກັບການຄຸ້ມຄອງສິ່ງແວດລ້ອມບັນດາທະເລ ຢູ່ເຂດອາຊີຕາເວັນອອກ (PEMSEA), ໃນລະດັບພາກພື້ນ, ຫວຽດນາມ ສະໜັບສະໜູນຢ່າງແຂງແຮງໃນການເຂົ້າຮ່ວມການເຈລະຈາ ສ້າງຂໍ້ຕົກລົງທົ່ວໂລກແກ້ໄຂບັນຫາມົນລະພິດພາສຕິກ.

ຂ່າວລະບຸວ່າ: ຜ່ານການພ້ອມກັນສ້າງຂໍ້ຕົກລົງ, ຫວຽດນາມ ພ້ອມກັບບັນດາປະເທດຈະສະແດງໃຫ້ເຫັນຈິດໃຈສະໜິດຕິດພັນ ເພື່ອພ້ອມກັບປະຊາຄົມສາກົນ ແກ້ໄຂບັນຫາມົນລະພິດຂີ້ເຫຍື້ອພາສຕິກ. ນີ້ແມ່ນການຢັ້ງຢືນຂອງ ທ່ານ ເຈືອງດຶກຈີ ຮອງຫົວໜ້າກົມທະເລ ແລະ ໝູ່ເກາະ ຫວຽດນາມ (ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ) ຢູ່ກອງປະຊຸມສຳມະນາກ່ຽວກັບການຮ່ວມມືໃນພາກພື້ນ ມຸ່ງໄປສູ່ຂໍ້ຕົກລົງທົ່ວໂລກກ່ຽວກັບບັນຫາມົນລະພິດພາສຕິກ ໂດຍກົມທະເລ ແລະ ໝູ່ເກາະ ຫວຽດນາມ ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ຮ່ວມກັນຈັດຂຶ້ນໃນວັນທີ 26 ກໍລະກົດ ຜ່ານມາຢູ່ ຮ່າໂນ້ຍ.

ທ່ານ ເຈືອງດຶກຈີ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ຍາມໃດກໍຍົກສູງຄວາມສຳຄັນຂອງການປົກປັກຮັກສາສິ່ງແວດລ້ອມຢູ່ທະເລ ແລະ ໝູ່ເກາະ, ພິເສດແມ່ນບັນຫາທີ່ກ່ຽວຂ້ອງເຖິງການອະນຸລັກຮັກສາຊີວະນາໆພັນທະເລ, ສິ່ງແວດລ້ອມທະເລ, ກໍຄືແກ້ໄຂບັນຫາຂີ້ເຫຍື້ອພາສຕິກ ຢູ່ມະຫາສະໝຸດ. ບັນດາຄວາມພະຍາຍາມນີ້ແມ່ນແນໃສ່ຊຸກຍູ້ການພັດທະນາເສດຖະກິດທະເລຕາມທິດຍືນຍົງ.

ໃນກອງປະຊຸມ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບຕໍ່ເອກະສານຮ່ວມ, ຮ່າງຍຸດທະສາດການຮ່ວມມືເພື່ອແກ້ໄຂບັນຫາມົນລະພິດ ແລະ ປະກອບສ່ວນເຂົ້າໃນການສ້າງສົນທິສັນຍາທົ່ວໂລກກ່ຽວກັບມົນລະພິດພາສຕິກ. ຂໍ້ລິເລີ່ມຮ່ວມມືນີ້ສ່ອງແສງໃຫ້ເຫັນຈິດໃຈຮ່ວມມືໃນພາກພື້ນ ແລະ ຄວາມຕັດສິນໃຈລວມໃນການຕ້ານບັນຫາມົນລະພິດພາສຕິກ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments