Monday, October 21, 2024
Homeຂ່າວພາຍໃນລັດຖະມົນຕີກະຊວງການເງິນ ເຄື່ອນໄຫວຢ້ຽມຢາມ 2 ໂຄງການໃຫຍ່ຢູ່ແຂວງຈໍາປາສັກ

ລັດຖະມົນຕີກະຊວງການເງິນ ເຄື່ອນໄຫວຢ້ຽມຢາມ 2 ໂຄງການໃຫຍ່ຢູ່ແຂວງຈໍາປາສັກ

ໃນວັນທີ 23 ກໍລະກົດ 2023 ທີ່ຜ່ານມາ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະ ຊວງການເງິນ, ພ້ອມດ້ວຍຄະນະລົງ ໄດ້ລົງເຄື່ອນໄຫວຢ້ຽມຢາມ 2 ໂຄງການໃຫຍ່ ທີ່ແຂວງຈຳປາສັກ ຄື: ໂຄງການເຂື່ອນໄຟຟ້າດອນສະໂຮງ ແລະ ໂຄງການມະຫານະທີສີທັນດອນ ເຊິ່ງທັງ 2 ໂຄງການໄດ້ຕິດພັນກັບການເກັບລາຍຮັບງົບປະມານແຫ່ງລັດ ໃຫ້ຄົບຖ້ວນ ແລະ ການພິຈາລະນາອະນຸມັດດ້ານຫລັກ ການ ໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການ.

ໂຄງການເຂື່ອນໄຟຟ້າດອນສະໂຮງເເມ່ນໂຄງ ການທໍາອິດທີ່ສົ່ງອອກພະລັງງານຂາຍໄຟຟ້າ ໃຫ້ປະເທດກໍາປູເຈຍ ພາຍໃຕ້ສັນຍາຊື້-ຂາຍ ໄຟຟ້າລະ ຫວ່າງລັດວິສາກິດໄຟຟ້າລາວ ແລະ ລັດວິສາຫະກິດໄຟຟ້າກໍາປູເຈຍ, ມີກໍາລັງຕິດຕັ້ງ 260 MW ເປັນເຂື່ອນໄຟຟ້າພະລັງງານນໍ້າແຫ່ງທີ 2 ທີ່ຕັ້ງຢູ່ສາຍນໍ້າຂອງຕອນລຸ່ມຂອງສປປ ລາວ ເຊິ່ງມີຈຸດເດັ່ນທີ່ແຕກຕ່າງຈາກເຂື່ອນຫລາຍແຫ່ງຄື: ມີທີ່ຕັ້ງອ້ອມຮອບໄປດ້ວຍສາຍນໍ້າຂອງຍ່ອຍຫລາຍສາຍ ທີ່ແຍກອອກຈາກສາຍນໍ້າຫລັກເປັນໂຄງການແບບຝາຍນ້ຳລົ້ນ(run-of-river).ໂຄງການເຂື່ອນໄຟຟ້າດອນສະໂຮງນີ້ ບໍລິສັດ ຜະລິດ-ໄຟຟ້າ ລາວມະຫາຊົນ (EDL-GEN) ຖືຫຸ້ນ 20% ຫລື ທຽບເທົ່າ 52 MW ຕາມສັດສ່ວນການຖືຫຸ້ນ ນັບຕັ້ງແຕ່ເລີ່ມດຳເນີນການຜະລິດໄຟຟ້າ ຢ່າງເປັນທາງການໃນປີ 2019.

ສ່ວນໂຄງການທີ 2 ກໍຄືໂຄງການມະຫານະທີສີທັນດອນ, ເປັນໂຄງການເຂດພັດທະນາເສດຖະ ກິດໃໝ່ສີທັນດອນ ເຊິ່ງໄດ້ເຊັນສັນຍາກັບລັດຖະບານລາວ ໃນຄັ້ງວັນທີ 30 ມີຖຸນາ 2018 ເພື່ອພັດທະ ນາເຂດດັ່ງກ່າວ ໃຫ້ເປັນເມືອງໃໝ່ທັນສະໄໝທີ່ພຽບພ້ອມໄປດ້ວຍ ສິ່ງອຳນວຍຄວາມສະດວກ, ຮອງຮັບໃຫ້ແກ່ການລົງທຶນຂອງບຸກຄົນ ແລະ ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ, ພັດທະນາຕົວເມືອງ ແລະ ແຄມນ້ຳ ໃຫ້ເປັນເຂດທ່ອງທ່ຽວທີ່ສະຫງົບປອດໄພ, ເປັນຕົວເມືອງສີຂຽວທີ່ມີພື້ນທີ່ເຂັ້ມແຂງ, ມີອະ ລິຍະທຳ, ສ້າງສັງຄົມທີ່ມີຄວາມສາມັກຄີ ແລະ ເປັນທຳ, ສົ່ງເສີມອະລິຍະທຳ ແລະ ວັດທະນະທຳຂອງຊາດ ແລະ ຮັບປະກັນການພັດທະນາແບບຍືນຍົງ.

ການພັດທະນາໂຄງການດັ່ງກ່າວ ແມ່ນໄດ້ກຳນົດບັນດາໂຄງການ ແລະ ອະນຸຍາດໃຫ້ເຄື່ອນໄຫວປະກອບມີ: ການບໍລິການທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ, ສະຖານທີ່ພັກ, ສະໜາມກິລາ, ສະໜາມກ໊ອບ, ຫ້າງຊັບພະສິນຄ້າ, ສາງສິນຄ້າ, ສະຖານີຂົ່ນສົ່ງໂດຍສານ ແລະ ໂຮງງານ ອຸດສາຫະກຳປຸງແຕ່ງເປັນຕົ້ນ. ພ້ອມກັນນັ້ນ, ຍັງໄດ້ສຳຫລວດສະຖານທີ່ສ້າງ ໂຄງການສາງຄຽນຖ່າຍສິນຄ້າປອດພາສີ, ມີເນື້ອ ທີ່ປຸກສ້າງ 15 ເຮັກຕາ ຢູ່ທາງທິດໃຕ້ຂອງໂຄງການມະຫານະທີສີທັນດອນ ໃກ້ກັບດ່ານສາກົນໜອງນົກ ຂຽນ ໃນອະນາຄົດຈະພັດທະນາໃຫ້ເປັນເຂດການຄ້າປອດພາສີລາວ-ຈຳປູເຈຍ ນໍາດ້ວຍ.

ແຫລ່ງຂ່າວ: ກະຊວງການເງິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments