Friday, October 18, 2024
Homeຂ່າວພາຍໃນກອງປະຊຸມເປີດກ້ວາງຄັ້ງທີ 14 ສະໄໝທີ ll ຄະນະບໍລິຫານງານພັກ ເມືອງໂພນທອງ

ກອງປະຊຸມເປີດກ້ວາງຄັ້ງທີ 14 ສະໄໝທີ ll ຄະນະບໍລິຫານງານພັກ ເມືອງໂພນທອງ

ວັນທີ 21 ກໍລະກົດ 2023 ນີ້ ທີ່ຫ້ອງປະຊຸມໃຫ່ຍຂອງເມືອງໂພນທອງ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເປີດກ້ວາງຄັ້ງທີ 14 ສະໄໝທີ ll ຂອງຄະນະບໍລິຫານງານພັກເມືອງ,ໂດຍການເປັນປະທານຂອງສະຫາຍ ບຸນຈັນ ປານຟອງເພັດ ກຳມະການພັກແຂວງ ເລຂາຄະນະບໍລີຫານງານພັກເມືອງ-ເຈົ້າເມືອງໂພນທອງ,ມີຄະນະປະຈຳ,ກຳມະການພັກເມືອງ,ມີຫົວໜ້າ-ຮອງຫົວໜ້າຫ້ອງການ,ນາຍແລະພົນທະຫານ,ນາຍແລະພົນຕຳຫຼວດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ສະຫາຍ ບຸນຈັນ ປານຟອງເພັດ ໄດ້ກ່າວເປີດກອງປະຊຸມ ແລະໄດ້ຮຽກຮອງໃຫ້ຜູ້ເຂົ້າຮ່ວມຈົ່ງພ້ອມກັນສຸມສະຕິປັນຍາເຂົ້າໃນການຄົ້ນຄ້ວາປະກອບຄຳເຫັນ ຕໍ່ຮ່າງບົດລາຍງານຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານປີ 2022 ແລະ ທິດທາງວຽກງານຈຸດສຸມປີ 2023, ແຜນພັດທະນາເສດຖະກິດ-ສັງຄົມປີ 2022 ແລະ ທິດທາງຈຸດສຸມປີ 2023 ຢ່າງພາວະວິໄສ ຖືກຕ້ອງ -ສອດຄ່ອງ ແລະ ແທດເໝາະກັບສະພາບຄວາມເປັນຈິງໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ.ຈາກນັ້ນ ສະຫາຍ ທອງດີ ດວງພະຈັນ ຮອງເລຂາພັກເມືອງ ໄດ້ຂື້ນຜ່ານບົດລາຍງານຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານປີ 2022 ແລະ ທິດທາງຈຸດສຸມປີ 2023, ເຊິ່ງຍົກໃຫ້ເຫັນ ຜ່ານມາສຳເລັດການປະມານເມີນບ້ານປ້ອງກັນຊາດເຂັ້ມແຂງໄດ້ 8 ບ້ານ ແລະ ສ້າງບ້ານປອດຢາເສບຕິດ ໄດ້ 6 ບ້ານ,ລົງເຜີຍແຜລະບຽບການຂອງກົດຈະລະຈອນໃຫ້ບ້ານ ແລະ ໂຮງຮຽນໄດ້ 10 ຄັ້ງ, ທົ່ວເມືອງມີສັດລ້ຽງປະເພດ ງົວ 9.352ໂຕ,ຄວາຍ 3.372 ໂຕ,ແບ້ 2.697 ໂຕ,ໝູ 6.682ໂຕ ແລະ ສັດປີກ 78.812 ໂຕ. ໃນທົ່ວເມືອງມີເນື້ອທີສວນຫຍ້າທັງໝົດ 925,25 ເຮັດຕາ,ສົ່ງເສີມໃຫ້ປະຊາຊົນປູກໝາກເດືອຍມີ 5 ບ້ານ,ຂົງເຂດວັດທະນະທໍາ-ສັງຄົມ ມີອັດຕາການຮຽນຂອງເດັກ ອາຍຸ 5 ປີ ຄາດໝາຍ 98,7% ປະຕິບັດໄດ້ 88,5%,ອັດຕາປະລະຊັ້ນມັດທະຍົມປະຕິບັດໄດ້ 16,34%,ແມ່ມານບໍລິການຟາກທອງ ປະຕິບັດໄດ້ 100%. ໃນທົ່ວເມືອງ ມີອັດຕາຊົມໃຊ້ນໍ້າສະອາດປະຕິບັດໄດ້ 90%,ສັກຢາວັກຊີນໂຄວິດເຂັ້ມ 1 ເທົ່າກັບ 55%, ເຂັ້ມ 2 ເທົ່າກັບ 51% ແລະເຂັ້ມ 3 ເທົ່າກັບ 3,4% ຂອງປະຊາທົ່ວເມືອງ,ອອກຂ່າວໂທລະໂຄງຂອງເມືອງປະຕິບັດໄດ້ 90% ,ມອບເງີນອຸດໜູນໃຫ້ພະນັກງານບຳນານເສຍອົງຄະ 19 ຄົນ ,ວຽກງານຂົງເຂດບໍລິງານລັດ ແລະ ການປົກຄອງ ໄດ້ປະກາດບ້ານໜັກແໜ້ນເຂັ້ມແຂງໄດ້ 12 ບ້ານ ,ບຳລຸງພາລະບົດບາດໃຫ້ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານໄດ້ 10 ບ້ານ ແລະ ວຽກງານແນວລາວສາງຊາດ ,ອົງການຈັດຕັ້ງມະຫາຊົນ, ສະຫະພັນນັກຮົບເກົ່າໄດ້ຂະຫຍາຍສະມາຊິກຊາວໝຸ່ມໄດ້ 188 ສະຫາຍ,ເຍົ້າວະຊົນໄດ້ 250 ນ້ອງ,ຂະຫຍາຍສະມາຊິກແມ່ຍິງໄດ້ 135 ສະຫຍາຍ ແລະວຽກງານພັກພະນັກງານ ໄດ້ສົ່ງພະນັກງານໄປຍົກລະດັບທິດສະດີການເມືອງການປົກຄອງຢູ່ພາຍໃນ ແລະ ຕ່າງປະເທດໄດ້ທັງໝົດ 73 ສະຫຍາຍ.

ໃນວາລະກອງປະຊຸມຄັ້ງນີ້ ຜູ້ແທນເຂົ້າຮ່ວມ ກໍໄດ້ປະກອບຄວາມຄິດເຫັນເຈາະຈິ້ມ ຕໍ່ບັນດາການຈັດຕັ້ງປະຕິບັດວຽກງານທີ່ຜ່ານມາ ເພື່ອຖອດຖອນບົດຮຽນ,ຈຸດດີ,ຈຸດອ່ອນ ແລະຂໍ້ຄົງຄ້າງ ທີ່ຈະຕ້ອງປັບປຸງແກ້ໄຂໃນໄລຍະຕໍໄປ.ກອງປະຊຸມຄັ້ງນີ້ ດຳເນີນເປັນເວລາ 1 ວັນຈິ່ງສຳເລັດ.

ຂ່າວ: ສົມເພັດ ໄຊມີກອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments