Tuesday, October 22, 2024
Homeຂ່າວຕ່າງປະເທດປີ 2023 ສ ເກົາຫຼີ ພົບຜູ້ອາຍຸສູງຍັງຄົງເຮັດວຽກຫຼາຍເປັນປະຫວັດສາດ

ປີ 2023 ສ ເກົາຫຼີ ພົບຜູ້ອາຍຸສູງຍັງຄົງເຮັດວຽກຫຼາຍເປັນປະຫວັດສາດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 25 ກໍລະກົດ ຜ່ານມາ, ສຳນັກງານສະຖິຕິແຫ່ງ ສ ເກົາຫຼີ ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ອັດຕາການມີສ່ວນຮ່ວມໃນກຳລັງແຮງງານຂອງຜູ້ອາຍຸສູງ ໃນ ສ ເກົາຫຼີ ເພີ່ມຂຶ້ນສູງທີ່ສຸດເປັນປະຫວັດສາດໃນປີ 2023 ທ່າມກາງພາວະປະຊາກອນອາຍຸສູງໃນປະເທດ ເພີ່ມຂຶ້ນຢ່າງວ່ອງໄວ.

ບົດລາຍງານລະບຸວ່າ: ຈຳນວນປະຊາກອນຜູ້ທີ່ມີອາຍຸລະຫວ່າງ 55-79 ປີ ເພີ່ມຂຶ້ນ 2,5% ຈາກປີທີ່ຜ່ານມາຢູ່ທີ່ 15.481.000 ຄົນ ໃນເດືອນພຶດສະພາ 2023 ຄິດເປັນ 34,1% ຂອງປະຊາກອນໃນໄວອາຍຸ 15 ປີຂຶ້ນໄປ ໂດຍ 60,2% ຂອງຜູ້ທີ່ມີອາຍຸ 55-79 ປີ ເຮັດວຽກໃນຮູບແບບເສດຖະກິດ. ອັດຕາການມີສ່ວນຮ່ວມດັ່ງກ່າວຄວບຄຸມຜູ້ອາຍຸສູງທີ່ມີວຽກເຮັດງານທຳ ແລະ ຜູ້ອາຍຸສູງທີ່ກຳລັງຊອກຫາວຽກເຮັດ ໂດຍຈຳນວນຜູ້ອາຍຸສູງທີ່ມີວຽກເຮັດໃນເດືອນພຶດສະພາຜ່ານມາຢູ່ທີ່ 9.120.000 ຄົນ ເພີ່ມຂຶ້ນຈາກເດືອນດຽວກັນໃນປີຜ່ານມາ 349.000 ຄົນ ສ່ວນອັດຕາການຈ້າງງານຜູ້ອາຍຸສູງເພີ່ມຂຶ້ນເຖິງລະດັບສູງໃໝ່ 58,9%. ທັງນີ້, 68,5% ຂອງປະຊາກອນຜູ້ອາຍຸສູງຄາດຫວັງວ່າ ຈະເຮັດວຽກຕໍ່ໄປ ເພື່ອຫາຄ່າຄອງຊີບ ແລະ ຄວາມສຸກຈາກການເຮັດວຽກ.

ຂະນະດຽວກັນ, ບົດລາຍງານລະບຸວ່າ: ຜູ້ທີ່ຮັບເງິນບຳນານຂອງປີຜ່ານມາຄິດເປັນ 50,3% ຂອງຜູ້ອາຍຸສູງທັງໝົດໃນເດືອນພຶດສະພາ 2023 ຊຶ່ງເພີ່ມຂຶ້ນຈາກປີຜ່ານມາ ໂດຍສະເລ່ຍຜູ້ສູງອາຍຸເພດຊາຍຮັບເງິນບໍານານຈຳນວນ 980.000 ວອນຕໍ່ເດືອນ ຂະນະທີ່ຜູ້ອາຍຸສູງເພດຍິງຮັບເງິນບຳນານຈຳນວນ 500.000 ວອນຕໍ່ເດືອນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments