Tuesday, October 22, 2024
Homeຂ່າວພາຍໃນການນໍາກະຊວງຍຸຕິທໍາ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງອຸດົມໄຊ

ການນໍາກະຊວງຍຸຕິທໍາ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງອຸດົມໄຊ

ເມື່ອບໍ່ດົນມານີ້, ທ່ານ ບຸນທາ ຊົງເຢີທາວ ຮອງລັດຖະມົນຕີກະຊວງຍຸຕິທໍາ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຕິດຕາມ, ຊຸກຍູ້ ແລະ ແນະນໍາການຈັດຕັ້ງປະຕິບັດວຽກງານຍຸຕິທໍາຮາກຖານ ຢູ່ແຂວງອຸດົມໄຊ ມີຫົວໜ້າພະແນກແຂວງອຸດົມໄຊ ພ້ອມຄະນະເຂົ້າຮ່ວມ.

ໃນການລົງເຄື່ອນໄຫວຄັ້ງນີ້, ທ່ານ ຮອງລັດຖະມົນຕີ ໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານຍຸຕິທໍາຮາກຖານໃນໄລຍະ 6 ຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຈາກ ທ່ານ ສອນສຸວັນ ປັນຍາວົງ ຫົວໜ້າພະແນກຍຸຕິທໍາແຂວງ ເປັນຕົ້ນ: ການເຮັດວຽກງານການເມືອງ-ແນວຄິດ, ວຽກງານຈັດຕັ້ງ ແລະ ພະນັກງານ, ວຽກງານສ້າງ ແລະ ປັບປຸງນິຕິກໍາ, ວຽກງານໂຄສະນາເຜີຍແຜ່ກົດໝາຍ, ວຽກງານການສ້າງບ້ານ ແລະ ຄອບຄົວແບບຢ່າງປະຕິບັດກົດໝາຍ, ວຽກງານໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ວຽກງານຍຸຕິທໍາເດັກ, ວຽກງານສ້າງບຸກຄະລາກອນທາງດ້ານກົດໝາຍ, ວຽກງານປະຕິບັດຄຳຕັດສີນຂອງສານ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບັນດາຂໍ້ຄົງຄ້າງທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂໃນຕໍ່ໜ້າ.

ທ່ານ ຮອງລັດຖະມົນຕີກະຊວງຍຸຕິທໍາ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນຳຂອງພະແນກຍຸຕິທຳ ເອົາໃຈໃສ່ເພີ່ມທະວີສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ກວ້າງຂວາງ, ເລີກເຊິ່ງ, ຄົ້ນຄວ້າ-ເຊື່ອມຊຶມ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ເອົາໃຈໃສ່ເຄື່ອນໄຫວຈັດຕັ້ງປະຕິບັດຄໍາແນະຂອງລັດຖະມົນຕີກ່ຽວກັບການຈັດຕັ້ງປະຕິບັດວຽກງານຍຸຕິທໍາຮາກຖານ ປະຈໍາປີ 2023 ຢ່າງແຂງງແຮງ ແລະ ເປັນຂະບວນການທີ່ຝົດຟື້ນ ຍົກສູງຄວາມເປັນແບບຢ່າງນຳໜ້າໃນການປະຕິບັດໜ້າທີ່ ທີ່ພັກ-ລັດ ແລະ ປະຊາຊົນມອບ ໝາຍໃຫ້ເປັນຢ່າງດີ.

(ຂ່າວ: ແສງອາທິດ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments