Tuesday, October 22, 2024
Homeຂ່າວຕ່າງປະເທດການເຄື່ອນໄຫວທຸລະກິດຂອງເຂດເອີໂຣໂຊນ ຫຼຸດລົງໃນເດືອນກໍລະກົດ

ການເຄື່ອນໄຫວທຸລະກິດຂອງເຂດເອີໂຣໂຊນ ຫຼຸດລົງໃນເດືອນກໍລະກົດ

ຂ່າວສານຫວຽດນາມລາຍງານວ່າ: ການເຄື່ອນໄຫວທຸລະກິດໃນເຂດເອີໂຣໂຊນ ໄດ້ຫຼຸດລົງຫຼາຍກວ່າທີ່ຄາດໄວ້ໃນເດືອນກໍລະກົດ ຍ້ອນຄວາມຕ້ອງການຂອງຂະແໜງການບໍລິການທີ່ສຳຄັນຂອງເຂດເອີໂຣໂຊນ ຫຼຸດລົງ, ໃນຂະນະທີ່ຜະລິດຕະພັນການຜະລິດກໍຫຼຸດລົງໃນອັດຕາທີ່ໄວທີ່ສຸດນັບແຕ່ເກີດພະຍາດໂຄວິດ-19.

ດັດຊະນີຜູ້ຈັດການຝ່າຍຈັດຊື້ຂອງເອີໂຣໂຊນ (PMI), ໂດຍທະນາຄານການຄ້າແຮມເບີກ ຂອງ ເຢຍລະມັນ (HCOB) ຮ່ວມກັບ S&P Global ໃຫ້ຮູ້ວ່າ: PMI ຫຼຸດລົງລະດັບ 48,9 ໃນເດືອນກໍລະກົດ ທຽບໃສ່ກັບ 49,9 ໃນເດືອນມິຖຸນາ.

ດັດຊະນີ PMI ໃນເດືອນກໍລະກົດຍັງແມ່ນລະດັບທີ່ຕໍ່າສຸດໃນຮອບ 8 ເດືອນທີ່ຜ່ານມາ, ຕໍ່າກວ່າ 49,7 ທີ່ຄາດຄະເນໄວ້ກ່ອນໜ້ານີ້ໂດຍສຳນັກຂ່າວ ຣອຍເຕີ ແລະ ຍັງຕໍ່າກວ່າຫຼາຍເມື່ອທຽບໃສ່ ລະດັບ 50 ເພື່ອບັນລຸໄດ້ໃນການເຕີບໂຕ. ດັດຊະນີ PMI ຖືເປັນຕົວວັດລະດັບພື້ນຖານທີ່ສໍາຄັນທີ່ສະທ້ອນໃຫ້ເຫັນເຖິງພາວະຂອງພື້ນຖານເສດຖະກິດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments