Tuesday, October 22, 2024
Homeຂ່າວພາຍໃນເມືອງແບ່ງເຜີຍແຜ່ກົດໝາຍໃຫ້ພະນັກງານຫຼັກແຫຼ່ງ

ເມືອງແບ່ງເຜີຍແຜ່ກົດໝາຍໃຫ້ພະນັກງານຫຼັກແຫຼ່ງ

ໃນວັນທີ 26 ກໍລະກົດ ຜ່ານມາ ຢູ່ທີ່ຫ້ອງປະຊຸມກອງບັນຊາການປ້ອງກັນຄວາມສະຫົງບເມືອງແບງ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມ ເຜີຍແຜ່ກົດໝາຍໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງແບ່ງ ພາຍໃຕ້ການເປັນປະທານຂອງທ່ານ ຄໍາພອນ ພີມມະລາດ ປະທານກວດກາພັກ-ລັດເມືອງ ສະມາຊິກສະພາປະຊົນປະຈໍາເຂດເລືອກຕັ້ງເມືອງແບ່ງ, ມີທ່ານ ພຸດທະສອນ ຈັນທະວິໄລ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກົດໝາຍທີ່ນໍາມາເຜີຍແຜ່ໃນຄັ້ງນີ້, ປະກອບມີກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄໍາຕັດສີນຂອງສານ, ຂໍ້ຕົກລົງວ່າດ້ວຍການໂຄສະນາເຜີຍແຜ່ນິຕິກໍາ, ວຽກງານສ້າງນິຕິກໍາ, ພາລະບົດບາດຂອງຂະແໜງຍຸຕິທໍາ ໂດຍມີມີຈຸດປະສົງ ເພື່ອເຮັດໃຫ້ພະນັກງານການນໍາຫຼັກແຫຼ່ງຂອງເມືອງ, ບ້ານຢູ່ພາຍໃນເມືອງ ໄດ້ຮັບຮູ້, ເຊື່ອມຊຶມ, ເຂົ້າໃຈກ່ຽວກັບ ແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດທີ່ວາງອອກໃນແຕ່ລະໄລຍະ, ທັງເປັນການຕ້ານ ແລະ ສະກັດກັ້ນ ປາກົດຫານຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ. ຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດຄໍາເຫັນຕໍ່ກັບບັນຫາທີ່ເກີດຂຶ້ນຢູ່ພາຍໃນຂອບເຂດຄວາມຮັບຜິດຊອບຕົນ ເພື່ອໃຫ້ຄະນະປະທານໄດ້ມີຄໍາເຫັນຊີ້ແຈ້ງ ຕໍ່ບັນຫາດັ່ງກ່າວ. ໃນໂອກາດດັ່ງກ່າວນີ້, ກະຊວງຍຸຕິທໍາຍັງໄດ້ມອບເງິນສົດ ຈໍານວນ 15 ລ້ານກີບ ແລະ ເອກະສານກົດໝາຍຈໍານວນໜຶ່ງ ໃຫ້ແກ້ຫ້ອງການຍຸຕິທໍາເມືອງແບງ.

(ຂ່າວ: ເມືອງແບ່ງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments