Tuesday, October 22, 2024
Homeຂ່າວພາຍໃນ6 ເດືອນຕົ້ນປີ ເມືອງແກ່ນທ້າວຈັດເກັບລາຍຮັບໄດ້ 74,70% ຂອງແຜນການປີ

6 ເດືອນຕົ້ນປີ ເມືອງແກ່ນທ້າວຈັດເກັບລາຍຮັບໄດ້ 74,70% ຂອງແຜນການປີ

ທ່ານ ພຸດທະວົງ ລິມທອງ ຫົວໜ້າຫ້ອງການ-ການເງິນເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ລາຍງານຕໍ່ກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 13 ສະໄໝທີ VII ວ່າ: ໃນປີ 2023 ນີ້, ເມືອງແກ່ນທ້າວ ໄດ້ຮັບແຜນຈັດເກັບລາຍຮັບທັງໝົດ 6.500 ລ້ານກວ່າກີບ. ໃນນີ້, ສ່ວຍສາອາກອນ 6.390 ລ້ານກວ່າກີບ ແລະ ຊັບສິນ 125 ລ້ານກີບ. ດ້ານລາຍຈ່າຍແຜນທັງໝົດ 3.280 ລ້ານກວ່າກີບ ແລະ ແຜນດູ່ນດ່ຽງໃຫ້ແຂວງ 3.200 ລ້ານກວ່າກີບ.

ໃນ 6 ເດືອນຕົ້ນປີ 2023 ສາມາດປະຕິບັດລາຍຮັບໄດ້ 4.860 ລ້ານກວ່າກີບ ເທົ່າກັບ 74,70% ຂອງແຜນການປີ. ໃນນີ້, ສ່ວຍສາອາກອນ ປະຕິບັດໄດ້ 4.800 ລ້ານກວ່າກີບ ເທົ່າກັບ 75,16% ຂອງແຜນການປີ ແລະ ຊັບສິນ ປະຕິບັດໄດ້ 63 ລ້ານກວ່າກີບ ເທົ່າກັບ 51,01% ຂອງແຜນການປີ. ດ້ານລາຍຈ່າຍ ປະຕິບັດໄດ້ 1.600 ລ້ານກວ່າກີບ ເທົ່າກັບ 50,46% ຂອງແຜນການປີ. ໃນນີ້, ບໍລິຫານ ປະຕິບັດໄດ້ 1.200 ລ້ານກວ່າກີບ ເທົ່າກັບ 49,86% ຂອງແຜນການປີ ແລະ ເງິນດັດສົມ ປະຕິບັດໄດ້ 380 ລ້ານກວ່າກີບ ເທົ່າກັບ 52,56% ຂອງແຜນການປີ. ນອກຈາກນີ້, ຍັງໄດ້ດຸ່ນດ່ຽງໃຫ້ແຂວງແລ້ວ 2.800 ລ້ານກີບ, ເທົ່າກັບ 86,78% ຂອງແຜນການປີ ແລະ ໃນ 6 ເດືອນທ້າຍປີ 2023 ຈະສຸມໃສ່ເກັບລາຍຮັບທີ່ຍັງຄ້າງມອບງວດທີ I, ງວດທີ II, ລາຍຮັບຈາກບັນດາຂະແໜງການ, ຈາກຫົວໜ່ວຍທຸລະກິດ, ການເງິນບ້ານ ແລະ ລາຍຮັບອື່ນໆທີ່ຍັງຄ້າງ ໃຫ້ໄດ້ຕາມແຜນ ແລະ ຫັນຫົວໜ່ວຍທຸລະກິດ ເຂົ້າສູ່ລະບົບທັນສະໄໝໃຫ້ຫຼາຍຂຶ້ນ ເພື່ອຕ້ານການຮົ່ວໄຫຼຂອງລາຍຮັບ, ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງລົງເກັບລາຍຮັບ, ເກັບກໍາຂໍ້ມູນບັນດາຫົວໜ່ວຍທຸລະກິດທີ່ຍັງບົ່ມຊ້ອນຢູ່ພາຍໃນເມືອງ ແລະ ສຸມໃສ່ການເບີກຈ່າຍເງິນຕາມຄວາມຮັບຜິດຊອບ.

(ຂ່າວ: ແກ່ນທ້າວ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments