Monday, October 21, 2024
Homeຂ່າວພາຍໃນວຽກງານຄຸ້ມຄອງສະມາຊິກພັກຢູ່ສາທາລະນະສຸກ ສະຫວັນນະເຊດ ໃນໄລຍະໄໝ່

ວຽກງານຄຸ້ມຄອງສະມາຊິກພັກຢູ່ສາທາລະນະສຸກ ສະຫວັນນະເຊດ ໃນໄລຍະໄໝ່

ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກ ໄດ້ກໍານົດວຽກງານຄຸ້ມຄອງສະມາຊິກພັກ ໂດຍສືບຕໍ່ປັບປຸງລະບົບການເມືອງ, ສ້າງພັກ ໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ. ສຶກສາອົບຮົມ ແລະ ບໍາລຸງ ຖັນແຖວສະມາຊິກພັກ ໃຫ້ເປັນແບບຢ່າງນໍາພາໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະ ການດໍາລົງຊີວິດທີ່ປອດໃສຂາວສະອາດ, ສ້າງລັດໃຫ້ເປັນລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ. ດໍາເນີນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມຕາມລະບຽບກົດໝາຍຂອງລັດ ຢ່າງມີຜົນສໍາເລັດ ແລະ ສັກສິດ, ແກ້ໄຂບັນຫາທາງສັງຄົມໃຫ້ມີປະສິດທິພາບ, ເສີມສ້າງອະລິຍະທໍາທາງດ້ານຈິດໃຈ ແລະ ຄວາມຍຸຕິທໍາໃນສັງຄົມ.

ຢ່າງປະຕິບັດບັນຫາທີ່ກ່າວມາຂ້າງເທິງນັ້ນ ໃຫ້ໄດ້ດີ ແລະ ມີຜົນສໍາເລັດ ຕ້ອງກໍາແໜ້ນ ແລະ ດໍາເນີນບົນພື້ນຖານທິດທາງໜ້າທີ່ດັ່ງນີ້: ໜຶ່ງ; ປັບປຸງວຽກງານຄຸ້ມຄອງ ແລະ ປ້ອງກັນພັກໃຫ້ເປັນລະບົບ. ກ່ອນອື່ນໝົດ ການຈັດຕັ້ງພັກແຕ່ລະຂັ້ນຕ້ອງຄຸ້ມຄອງສະມາຊິກພັກຂອງຕົນໃຫ້ແໜ້ນ ໂດຍສະເພາະ ກໍາແໜ້ນການເຄື່ອນໄຫວປະຕິບັດໜ້າທີ່ການເມືອງ ແລະ ແບບແຜນດໍາລົງຊີວິດຕົວຈິງຂອງພະນັກງານ, ສະມາຊິກພັກທີ່ຢູ່ໃນການຄຸ້ມຄອງຂອງຕົນ, ຜູ້ໃດເຮັດວຽກດີ, ມີຄວາມຮູ້ຄວາມສາມາດ ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະມີຜົນງານດີເດັ່ນ ແມ່ນຕ້ອງໃຫ້ການຍ້ອງຍໍຊົມເຊີຍ ແລະ ມອບໜ້າທີ່ຮັບຜິດຊອບທີ່ສໍາຄັນໃຫ້ສົມຄູ່ກັນໄປ. ຂະນະດຽວກັນ, ຖ້າຫາກສະມາຊິກພັກຜູ້ໃດທີ່ມີການປະພຶດໄປໃນທາງທີ່ບໍ່ຖືກຕ້ອງ, ຜິດແນວທາງ ຫຼື ລະເມີດກົດລະບຽບພັກ ແມ່ນຕ້ອງສຶກສາອົບຮົມ ແລະ ລົງວິໄນຕາມລະບຽບການຂອງພັກ ຢ່າງເຂັ້ມງວດ.

ຄຽງຄູ່ກັບບັນຫາທີ່ກ່າວມານັ້ນ, ກໍຕ້ອງໄດ້ເອົາໃຈໃສ່ປັບປຸງບາງບັນຫາໃນການຈັດຕັ້ງ ແລະ ການເຄື່ອນໄຫວລັດ ເພື່ອເປັນການປະກອບສ່ວນສໍາຄັນເຂົ້າໃນການຄຸ້ມຄອງພະນັກງານ, ສະມາຊິກພັກຄື: 1; ຕ້ອງເອົາໃຈໃສ່ປັບປຸງລະບົບການບໍລິຫານລັດ ໃຫ້ມີປະສິດທິພາບ ຕາມທິດກະທັດຮັດ ແລະ ະຕິບັດພາລະບົດບາດຄຸ້ມຄອງມະຫາພາກເປັນຕົ້ນຕໍ, ເຮັດໃຫ້ອົງການບໍລິຫານລັດຂັ້ນທ້ອງຖິ່ນ ມີຄວາມສາມາດ ແລະ ກໍາລັງແຮງຫຼາຍຂຶ້ນໃນການຈັດຕັ້ງປະຕິບັດ. 2; ແບ່ງຂັ້ນຄຸ້ມຄອງ ໂດຍມີການມອບສິດ ແລະ ຄວາມຮັບຜິດຊອບຕັດສິນບັນຫາໃຫ້ແຕ່ລະຂັ້ນຢ່າງຈະແຈ້ງ, ຂາດໂຕ, ຕ້ອງມີລະບຽບການປະສານສົມທົບທີ່ກົມກຽວ ໃຫ້ການບໍລິການຮັບໃຊ້ປະຊາຊົນໄດ້ດີຂຶ້ນ ແລະ ສາມາດແກ້ໄຂໄດ້ຄ່ອງຕົວ. 3; ຮີບຮ້ອນປັບປຸງແກ້ໄຂກົດໝາຍ, ຂໍ້ກໍານົດ ແລະ ລະບຽບການຕ່າງໆທີ່ສູນກາງ ແລະ ທ້ອງຖິ່ນວາງອອກ. ພ້ອມກັນນັ້ນ, ໃນເບື້ອງພັກ ກໍຕ້ອງປະຕິບັດການຄຸ້ມຄອງສະມາຊິກພັກໃຫ້ແໜ້ນກວ່າເກົ່າ. ກໍານົດສິດຄຸ້ມຄອງສະມາຊິກພັກ ລະຫວ່າງສູນກາງ, ກະຊວງ, ອົງການ, ກໍາແພງນະຄອນ, ແຂວງ, ເມືອງ ແລະ ບ້ານ ໃຫ້ລະອຽດຈະແຈ້ງ ຕິດພັນກັບການກວດກາ ການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງສະມາຊິກພັກ ຢ່າງເປັນລະບົບຮອບດ້ານ, ຕີລາຄາຜົນງານຂອງເຂົາເຈົ້າຢ່າງພາວະວິໃສ. ພ້ອມກັນນີ້, ປັບປຸງລະບົບນະໂຍບາຍດ້ານວັດຖຸ ແລະ ຈິດໃຈຕໍ່ສະມາຊິກພັກ-ພະນັກ ງານ ໃຫ້ເໝາະສົມກັບສະພາບເສດຖະກິດໃນປັດຈຸບັນ ໂດຍສະເພາະຜູ້ທີ່ໄປປະຕິບັດວຽກງານຢູ່ເຂດທຸລະກັນດານ ແລະ ຫຍຸ້ງຍາກ. ປັບປຸງລະບອບນະໂຍບາຍຕໍ່ສະມາຊິກພັກ-ພະນັກງານອາວຸໂສບໍານານຕື່ມອີກ.

ນອກຈາກນັ້ນ, ກໍຕ້ອງເອົາໃຈໃສ່ບໍາລຸງ-ກໍ່ສ້າງຳພະນັກງານສະມາຊິກພັກໃຫ້ໄປຕາມທິດ ໂດຍສະເພາະແມ່ນມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກ ທີ່ໄດ້ວາງຄາດໝາຍສູ້ຊົນການບໍາລຸງສ້າງພະນັກງານສືບທອດປ່ຽນແທນ ມີດັ່ງນີ້: 1) ການບໍາລຸງກໍ່ສ້າງພະນັກງານຕ້ອງກໍາແໜ້ນ ແລະ ຢຶດໝັ້ນລັກສະນະຊົນຊັ້ນຂອງພັກ, ເອົາໃຈໃສ່ບໍາລຸງສ້າງພະນັກງານໃຫ້ໄດ້ທັງ 3 ລຸ້ນ (ອາວຸໂສ, ລຸ້ນການ ແລະ ລຸ້ນໜຸ່ມ). ພ້ອມດຽວກັນນີ້, ກໍຕ້ອງສ້າງພະນັກງານນໍາພາ, ຄຸ້ມຄອງ, ພະນັກງານວິຊາການວິທະຍາສາດເຕັກນິກ. ໃນນັ້ນ ຖືສໍາຄັນການສ້າງພະນັກງານເພດຍິງ, ຊົນເຜົ່າ, ສ້າງພະນັກງານໃຫ້ຂັ້ນເມືອງ ແລະ ສຸມໃສ່ສ້າງພະນັກງານ ນໍາພາ-ຄຸ້ມຄອງຂັ້ນຮາກຖານ. 2) ການບໍາລຸງສ້າງພະນັກງານຕ້ອງເລີ່ມຈາກ ຄວາມຕ້ອງການຂອງໜ້າທີ່ການເມືອງ, ໜ້າທີ່ການຈັດຕັ້ງຂອງພັກ, ຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ຍາວນານ. ເອົາໃຈໃສ່ສ້າງພະນັກງານ ຕິດພັນກັບຂະບວນການວຽກງານຕົວຈິງ ໃຫ້ນັບມື້ຫຼາຍຂຶ້ນ. 3) ການບໍາລຸງ-ສ້າງພະນັກງານ ຕ້ອງຕິດພັນກັບການປັບປຸງ ແລະ ການຈັດວາງສັບຊ້ອນປ່ຽນແທນພະນັກງານ ໃນກົງຈັກການຈັດຕັ້ງຕໍ່ເນື່ອງ, ມີສະຖຽນລະພາບ ແລະ ຄວາມໂປ່ງໃສ, ເຂັ້ມແຂງ. 4) ເອົາໃຈໃສ່ລະບົບການສຶກສາ ແລະ ການອົບຮົມກໍ່ສ້າງພະນັກງານ ໃຫ້ມີຄຸນນະພາບວູງ ເພື່ອຮອງຮັບໜ້າທີ່ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ນັບມື້ດີຂຶ້ນ. ສະນັ້ນ ຕ້ອງກໍ່ສ້າງພະນັກງານໃຫ້ມີທັດສະນະປະຕິວັດທີ່ຖືກຕ້ອງ, ມີຄວາມຮຄ້ ຄວາມສາມາດ ແລະ ຫັນເປັນໜຸ່ມ. 5) ສ້າງລະບອບນະໂຍບາຍສົ່ງເສີມ ແລະ ບັງຄັບໃຫ້ພະນັກງານໃນການຄົ້ນຄ້ວາຮໍ່ນຽນຍົກລະດັບ ເພື່ອໃຫ້ສົມຄູ່ກັບໜ້າທີ່ຄວາມຮັບຜິດຊອບໃນແຕ່ລະຕໍາແໜ່ງງານ, ວາງນະໂຍບາຍສົ່ງເສີມຕໍ່ຜູ້ທີ່ມີຫົວຄິດປະດິດສ້າງ ແລະ ມີພອນສະຫວັນສະເພາະ ຢ່າງຖືກຕ້ອງ.

ໂດຍ: ສຸຄັນທອນ ສິງພວງເພັດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments