Monday, October 21, 2024
Homeຂ່າວກິລາ“ຢໍໂຄວິດ” ປະກາດຖອນຕົວຈາກເທັນນິດ ເນຊັນແນວ ແບງ ໂອເພັນ 2023

“ຢໍໂຄວິດ” ປະກາດຖອນຕົວຈາກເທັນນິດ ເນຊັນແນວ ແບງ ໂອເພັນ 2023

ບີບີຊີ ສື່ຊື່ດັງຂອງອັງກິດ ລາຍງານເມື່ອທ້າຍອາທິດຜ່ານມາວ່າ ໂນວັກ ຢໍໂຄວິດ ນັກເທັນນິດມື 2 ຂອງໂລກຈາກແຊກບີ ໄດ້ແຈ້ງຖອນຕົວຈາກການແຂ່ງຂັນເທັນນິດ ເອທີພີ ມາດເຕີ 1000 ລາຍການ ເນຊັນແນວ ແບງ ໂອເພັນ 2023 ທີ່ເມືອງໂຕຣອນໂຕ ປະເທດການາດາ ທີ່ຈະແຂ່ງຂັນໃນວັນທີ 7 ສິງຫາ 2023 ເນື່ອງຈາກຍັງມີອາການອິດເມື່ອຍຈາກການແຂ່ງຂັນໃນໄລຍະທີ່ເຜ່ານມາ.

ຄາດວ່າສາເຫດດັ່ງກ່າວ ຈາກການແຂ່ງຂັນໃນລາຍການແກຣນສະແລມ ວິມເບິນດັນ 2023 ເມື່ອອາທິດຜ່ານມາ ໃນຮອບຊີງຊະນະເລີດທີ່ເສຍໃຫ້ກັບ ຄາລອດ ອັງຄາຣາດ ດາວຮຸ່ງມື 1 ຂອງໂລກຈາກແອັດສະປາຍ 2-3 ເຊັດ ຊຶ່ງນັດນັ້ນໃຊ້ເວລາແຂ່ງຂັນໄປປະມານ 5 ຊົ່ວໂມງ.

ໂນວັກ ຢໍໂຄວິດ ເປີດເຜີຍຜ່ານຖະແຫຼງການວ່າ: “ຂ້ອຍມີຄວາມສຸກກັບໄລຍະເວລາທີ່ຢູ່ໃນ ການາດາ ມາໂດຍຕະຫຼອດ ແຕ່ຫຼັງຈາກໄດ້ໂອລົມກັບທີມງານຂອງຂ້ອຍແລ້ວ ເຮົາເຊື່ອວ່ານີ້ເປັນການຕັດສິນໃຈທີ່ຖືກຕ້ອງ ແລະ ຫວັງວ່າຈະໄດ້ກັບໄປແຂ່ງຂັນທີ່ ໂຕຣອນໂຕ ອີກຄັ້ງໃນຫຼາຍໆປີນັບຈາກນີ້ ຂ້ອຍຂໍຂອບໃຈ ທ່ານ ຄານ ເຮນ ຜູ້ອຳນວຍການຈັດການແຂ່ງຂັນລາຍການນີ້ ທີ່ຈະເຂົ້າໃຈການຕັດສິນໃຈຂອງຂ້ອຍໃນຄັ້ງນີ້”.

ຈາກການຖອນຕົວດັ່ງກ່າວຂອງ ຢໍໂຄວິດ ຈະເຮັດໃຫ້ ຄຣິດໂຕເຟີ ຢູແບງ ມືອັນດັບ 32 ຂອງໂລກ ຈາກສະຫະລັດອາເມຣິກາ ຈະໄດ້ລົງແຂ່ງຂັນແທນ.

ຮຽບຮຽງໂດຍ: ພອນເພັດ ບຸນຄ້ຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments