Monday, October 21, 2024
Homeຂ່າວພາຍໃນຄະນະຜູ້ແທນ ສສ ຫວຽດນາມ ເຂົ້າສັກະລະບູຊາຫໍສີລາຈາລຶກ ນັກຮົບປະສົມລາວ-ຫວຽດນາມ ທີ່ເມືອງທຸລະຄົມ

ຄະນະຜູ້ແທນ ສສ ຫວຽດນາມ ເຂົ້າສັກະລະບູຊາຫໍສີລາຈາລຶກ ນັກຮົບປະສົມລາວ-ຫວຽດນາມ ທີ່ເມືອງທຸລະຄົມ

ເນື່ອງໃນໂອກາດວັນນັກຮົບຜູ້ເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອຊາດ ຂອງ ສສ ຫວຽດນາມ ຄົບຮອບ 76 ປີ (27 ກໍລະກົດ 1947 – 27 ກໍລະກົດ 2023) ຕອນເຊົ້າຂອງວັນທີ 26 ກໍລະກົດ 2023 ຄະນະຜູ້ແທນຫວຽດນາມ ນໍາໂດຍ ສະຫາຍ ເລຍໍແທ້ງ ຮອງເລຂາຄະນະພັກ, ທີ່ປຶກສາທູດ, ສະຖານ ທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ນໍາພາຄະນະຜູ້ແທນຫວຽດນາມ, ສະມາຄົມໃຫຍ່ຊາວຫວຽດນາມ, ສະມາຄົມຫວຽດນາມທີ່ດໍາລົງຊີວິດຢູ່ ສປປ ລາວ, ເຂົ້າວາງພວງ ມາລາ, ກະຕ່າໝາກໄມ້ ແລະ ຈູດທູບທຽນກາບໄຫວ້ເຖິງດວງວິນຍານຂອງເຫຼົ່ານັກຮົບປະຕິວັດຫວຽດນາມ ທີ່ໄດ້ເສຍສະຫລະຊີວິດເພື່ອພາລະກິດປະຕິວັດປົດປ່ອຍຊາດຂອງ 2 ຊາດ ລາວ-ຫວຽດນາມ ຢູ່ຫໍສີລາຈາລຶກວິລະບູລຸດນັກຮົບປະສົມລາວ-ຫວຽດນາມ ຢູ່ບ້ານໂພນແຮ່ ເມືອງທຸລະຄົມ ແຂວງວຽງຈັນ.

ໃຫ້ກຽດຕ້ອນຮັບຄະນະຜູ້ແທນຫວຽດນາມໂດຍ ສະຫາຍ ນາງ ວົງເດືອນ ວັດຕະໂສ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງທຸລະຄົມ, ມີ ສະຫາຍ ພັອ ບຸນຍົງ ວົງສີຈັນ ປະທານສະຫະພັນນັກຮົບເກົ່າແຂວງວຽງຈັນ, ມີຄະນະພັກ, ຄະນະນໍາເມືອງທຸລະຄົມ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ສະຫາຍ ເລຍໍແທ້ງ ຮອງເລຂາຄະນະພັກ, ທີ່ປຶກສາທູດ ສະຖານທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ແລະ ສະຫາຍ ພັນຕີ ກິ່ງຄໍາ ສຸວັນທອງ ປະທານສະຫະພັນນັກຮົບເກົ່າເມືອງທຸລະຄົມ ໄດ້ຜັດປ່ຽນກັນມີຄໍາເຫັນ ໂດຍໄດ້ຍົກໃຫ້ເຫັນສະພາບລວມຂອງການພົວພັນຮ່ວມມືຮອບດ້ານ ແລະ ຂະບວນການຮ່ວມສໍາພັນສູ້ຮົບຕໍ່ສູ້ກູ້ຊາດຂອງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໃນເມື່ອກ່ອນ ໂດຍສັງເຂບ, ການລິເລີ່ມຊອກຄົ້ນຫາອັດທິທະຫານ ແລະ ການກໍ່ສ້າງເຂດອານຸສອນສະຖານແຫ່ງນີ້, ພິເສດໄດ້ຍົກໃຫ້ເຫັນບັ້ນສູ້ຮົບຕີສັດຕູຢູ່ຄ້າຍທະຫານພວກຈັກກະພັດຕ່າງດ້າວຢູ່ບ້ານໂພນແຮ່ ແລະ ນໍ້າພະນາຍ ໃນລະຫວ່າງປີ 1945-1946 ແມ່ນມີຄວາມດຸເດືອດ ຂ້ຽວຂາດນອງເລືອດ ແລະ ມີທະຫານປະສົມລາວ-ຫວຽດນາມ ລວມທັງສັດຕູໄດ້ເສຍຊີວິດເປັນຈໍານວນຫລວງຫລາຍ.

ໃນພິທີ ຄະນະຜູ້ແທນທັງສອງຝ່າຍໄດ້ເຂົ້າວາງພວງມາລາ, ຈູດທູບທຽນບູຊາຕາມລໍາດັບ ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ຈາລຶກຄຸນງາມຄວາມດີຂອງເຫຼົ່ານັກຮົບປະຕິວັດ ທີ່ໄດ້ອຸທິດຊີວິດເລືອດເນື້ອເພື່ອຊາດ, ເພື່ອປະຊາຊົນ, ພ້ອມກັນນີ້ ຄະນະຜູ້ແທນຝ່າຍຫວຽດນາມ ຍັງໄດ້ມອບເງິນໃຫ້ປະທານສະຫະພັນນັກຮົບເກົ່າເມືອງທຸລະຄົມ ເພື່ອນໍາໃຊ້ເຂົ້າໃນການບູລະນະຄຸ້ມຄອງ ແລະ ບໍລິຫານວຽກງານພາຍໃນຫໍສີລາຈາລຶກອີກດ້ວຍ.

ຂ່າວ: ເມືອງທຸລະຄົມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments