Sunday, October 20, 2024
Homeຂ່າວການເມືອງລັດຖະບານ ສປປ ລາວ ມອບຫລຽນກາມິດຕະພາບ ໃຫ້ແກ່ ທ່ານ ຢານ ເດລບາເຣີ (Mr. Jan Delbaere), ຜູ້ຕາງໜ້າອົງການອາຫານໂລກ...

ລັດຖະບານ ສປປ ລາວ ມອບຫລຽນກາມິດຕະພາບ ໃຫ້ແກ່ ທ່ານ ຢານ ເດລບາເຣີ (Mr. Jan Delbaere), ຜູ້ຕາງໜ້າອົງການອາຫານໂລກ (WFP) ປະຈຳ ສປປ ລາວ

ໃນວັນທີ 26 ກໍລະກົດ 2023, ທີ່ ກະຊວງການຕ່າງປະເທດ, ໄດ້ມີການຈັດພິທີປະ ດັບຫລຽນກາມິດຕະພາບໃຫ້ແກ່ ທ່ານ ຢານ ເດລບາເຣີ (Jan Delbaere), ຜູ້ຕາງໜ້າອົງການອາຫານໂລກ (WFP) ປະຈຳ ສປປ ລາວ ເພື່ອເປັນການຍ້ອງຍໍຜົນງານຂອງຜູ້ກ່ຽວ ທີ່ໄດ້ປະກອບສ່ວນເຂົ້າໃນຂະບວນການສ້າງສາພັດທະນາຂອງ ສປປ ລາວ ພາຍຫລັງທີ່ຜູ້ກ່ຽວສິ້ນສຸດການປະຕິບັດໜ້າທີ່ ຢູ່ ສປປ ລາວ ນັບແຕ່ປີ 2018 ເປັນຕົ້ນມາ. ໃນພິທີດັ່ງກ່າວ, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ລັດຖະບານ ໃນການປະດັບຫລຽນດັ່ງກ່າວ ໂດຍມີພະນັກງານຂັ້ນສູງ ຈາກບັນດາກະຊວງຂະແໜງການກ່ຽວຂ້ອງ ແລະ ຜູ້ຕາງໜ້າຈາກອົງການເຄືອຂ່າຍ ສປຊ ປະຈຳ ສປປ ລາວ ເຂົ້າຮ່ວມເປັນສັກຂີພະຍານ.

ໃນໄລຍະການປະຕິບັດໜ້າທີ່ ຢູ່ ສປປ ລາວ ຂອງທ່ານ ຢານ ເດລບາເຣີ, ອົງການ WFP ໄດ້ໃຫ້ການຊ່ວຍເຫລືອ ລັດຖະ ບານ ສປປ ລາວ ໃນການຮັບມືກັບໄພພິ ບັດທາງທຳມະຊາດ ແລະ ວິກິດການຕ່າງໆເປັນຕົ້ນແມ່ນ: ຜົນກະທົບຈາກອຸທົກ ກະໄພ, ການໃຫ້ການຊ່ວຍເຫລືອ ແລະ ການລະດົມທຶນຊ່ວຍເຫລືອໃນສະພາບແຜ່ລະບາດຂອງພະຍາດໂຄວິດ-19, ລວມທັງການດຳເນີນການຖ້ຽວບິນດ້ານມະນຸດສະທຳ ເພື່ອຂົນສົ່ງອຸປະກອນການແພດ, ວັກຊີນ, ອາຫານ ແລະ ປະຊາຊົນລາວ ທີ່ຕ້ອງການເດີນທາງໃນໄລຍະດັ່ງກ່າວ. ພ້ອມກັນນັ້ນ, ກໍສາມາດລະດົມຂົນຂວາຍການຊ່ວຍເຫລືອ ເຂົ້າໃນວຽກງານຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການ ລວມທັງໂຄງການອາຫານທ່ຽງໃຫ້ແກ່ໂຮງຮຽນ ຢູ່ ສປປ ລາວ ເປັນມູນຄ່າຈຳນວນ 5.374.000 ໂດລາສະ ຫະລັດ ແລະ ຊ່ວຍເຫລືອເປັນ ອາຫານ ຈຳນວນ 13,500 ໂຕນ.

ດັ່ງນັ້ນ, ອີງໃສ່ຜົນງານອັນພົ້ນເດັ່ນ ແລະ ສຳຄັນດັ່ງກ່າວ, ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ຕົກລົງປະດັບປະດັບຫລຽນກາມິດຕະພາບ ເພື່ອເປັນການຈາລຶກຜົນງານຄວາມດີຂອງທ່ານ ຢານ ເດລບາເຣີ ໃນການປະກອບສ່ວນສະໜັບສະໜູນວຽກງານການພັດທະນາ ຢູ່ ສປປ ລາວ. ໃນໂອກາດດຽວກັນນີ້, ທ່ານ ຢານ ເດລບາເຣີ, ຜູ້ຕາງໜ້າອົງການອາຫານໂລກ (WFP) ປະຈຳ ສປປ ລາວ ໄດ້ກ່າວສະ ແດງຄວາມຂອບໃຈຢ່າງສູງ ຕໍ່ລັດຖະບານ ແຫ່ງ ສປປ ລາວ ກໍຄືກະຊວງການຕ່າງປະເທດ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນການຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກຕະຫຼອດໄລຍະການປະຕິບັດໜ້າທີ່ວຽກງານ ຢູ່ ສປປ ລາວ ຈົນປະສົບຜົນສໍາເລັດເປັນຢ່າງດີ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ອົງການ WFP ປະຈຳ ສປປ ລາວ ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະຫນັບສະຫນູນ ສປປ ລາວ ໃນຕໍ່ໜ້າ.

ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments