Sunday, October 20, 2024
Homeຂ່າວດ່ວນສານຂັ້ນຕົ້ນແຂວງອຸດົມໄຊ ຕັດສິນລົງໂທດຈຳເລີຍ 2 ຄົນ ຄະດີລັກລອບຂາຍຢາເສບຕິດ

ສານຂັ້ນຕົ້ນແຂວງອຸດົມໄຊ ຕັດສິນລົງໂທດຈຳເລີຍ 2 ຄົນ ຄະດີລັກລອບຂາຍຢາເສບຕິດ

ໃນວັນທີ 12 ກໍລະກົດ 2023 ສານປະຊາຊົນຂັ້ນຕົ້ນແຂວງອຸດົມໄຊ ໄດ້ພິຈາລະນາຕັດສິນລົງໂທດຈຳເລີຍ 2 ຄົນ ຄະດີລັກລອບຂາຍຢາເສບຕິດ ຄື: ຈຳເລີຍທີ 1: ທ້າວ ທອນ ສຸກຈັນທອນ ອາຍຸ 30 ປີ ປະຊາຊົນ ບ້ານດອນຄໍາ ເມືອງຮຸນ ແຂວງອຸດົມໄຊ ຖືກກັກຕົວໃນວັນທີ 16 ສິງຫາ 2022, ຂໍ້ຫາຄ້າ ຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ 9 ມັດ ເທົ່າກັບ 18.000 ເມັດ ນ້ຳໜັກ 1,8 ກິໂລກຼາມ ຕັດສິນຕັດອິດສາລະພາບຕະຫຼອດຊີວິດ ແລະ ປັບໃໝ 500 ລ້ານກີບ ຮິບຢາບ້າຈໍານວນດັ່ງກ່າວມາທໍາລາຍຖິ້ມ, ຮິບພາຫະນະລົດຈັກຍີ່ຫໍ້ຮອນດ້າເວບໄອສີດໍາ ໝາຍເລກຖະບຽນອຸດົມໄຊ ຈສ 5385 ແລະ ໂທລະສັບ 1 ເຄື່ອງທີ່ນຳໃຊ້ໃນການກະທຳຜິດມາເປັນຂອງລັດ.

ຈຳເລີຍທີ 2: ທ້າວ ສີທອງ ອາຍຸ 50 ປີ ປະຊາຊົນ ຢູ່ບ້ານແທນຄູນ ເມືອງງາ ແຂວງອຸດົມໄຊ ຈໍາຄຸກ 5 ປີ ປັບໃໝ່ 10 ລ້ານກີບ ຖານຄ້າຂາຍຢາບ້າ ແລະ ມີຢາບ້າໄວໃນຄອບຄອງ ເຈົ້າໜ້າທີ່ ປກສ ເມືອງງາ ແຂວງອຸດົມໄຊ ກັກຕົວໃນວັນທີ 29 ກໍລະກົດ 2022 ພ້ອມຂອງກາງຢາບ້າຈໍານວນ 169 ເມັດ ນໍ້າໜັກ 16,1 ກຼາມ ແລະ ເງິນ 4.050.000 ກີບ ຢູ່ໃນຫ້ອງນອນຂອງຜູ້ກ່ຽວ.

ພາບ-ຂ່າວ​ຈາ​ກ: ຄວາມສະຫງົບ Lao Security News

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments