Sunday, October 20, 2024
Homeຂ່າວພາຍໃນເຜີຍແຜ່ຜົນສຳເລັດໂຄງການທົດລອງ ສ້າງແຜນທີ່ 3 ມິຕິ

ເຜີຍແຜ່ຜົນສຳເລັດໂຄງການທົດລອງ ສ້າງແຜນທີ່ 3 ມິຕິ

ກົມແຜນທີ່ແຫ່ງຊາດ ກະຊວງພາຍໃນ ຮ່ວມກັບ ບໍລິສັດ ຢູນິກເທັກ ຈຳກັດ ເຜີຍແຜ່ຜົນສຳເລັດໂຄງການທົດລອງ ສ້າງແຜນທີ່ 3 ມິຕິ (3D) ໃນວັນທີ 25 ກໍລະກົດ ຜ່ານມາ, ໂຄງການດັ່ງກ່າວ ໄດ້ຈັດຕັ້ງປະຕິບັດຢູ່ ເມືອງສີໂຄດຕະບອງ, ເມືອງຈັນລະບຸລີ ນະຄອນຫລວງວຽງຈັນ ແລະ ຢູ່ ນະຄອນຫລວງພະບາງ ແຂວງຫລວງພະບາງ.

ໂຄງການທົດລອງສ້າງແຜນທີ່ 3 ມິຕິ ແມ່ນໜຶ່ງໂຄງການ ການຮ່ວມມື ລະຫວ່າງ ກົມແຜນທີ່ແຫ່ງຊາດ, ກະຊວງພາຍໃນ ກັບ ບໍລິສັດ ຢູນິກເທັກ ຈຳກັດ ເພື່ອຮ່ວມກັນຈັດສຳມະນາ ແລະ ສ້າງກິດຈະກຳທາງດ້ານວິຊາການ, ເຜີຍແຜ່ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານສຳຫລວດວັດແທກ, ສ້າງແຜນທີ່ ແລະ ລະບົບຂໍ້ມູນຂ່າວສານທາງດ້ານພູມສາດ, ຮ່ວມກັນປັບປຸງສ້າງຫລັກສູດຝຶກອົບຮົມໄລຍະສັ້ນ ກ່ຽວກັບໃຊ້ເຕັກໂນໂລຊີທີ່ທັນສະໄໝ ເພື່ອພັດທະນາທາງດ້ານບຸກຄາລາກອນ, ທາງດ້ານເຕັກນິກ ໃຫ້ທັນຍຸກທັນສະໄໝ ຕາມມາດຕະຖານສາກົນ; ການໝູນໃຊ້ເຕັກໂນໂລຊີທີ່ທັນສະ ໄໝ ເຂົ້າໃນໂຄງການຄົ້ນຄວ້າວິທະຍາສາດ ແລະ ໂຄງການບໍລິການດ້ານວິຊາການຕົວຈິງ ເພື່ອສະໝອງ ແລະ ຮັບໃຊ້ສັງຄົມ ລວມທັງຍົກລະດັບທາງດ້ານວິຊາການ, ພັດທະນາວິຊາສະເພາະທີ່ກ່ຽວຂ້ອງ. ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານ-ລັດຖະກອນທັງພາກລັດ ແລະ ເອກະຊົນ ດ້ານວຽກງານສຳຫລວດວັດແທກ ແລະ ສ້າງແຜນທີ່ ນັ້ນ, ກະຊວງພາຍໃນ ໃນນາມເປັນຜູ້ຄຸ້ມຄອງມະຫາພາກ ດ້ານວຽກງານດັ່ງກ່າວ ຈຶ່ງໄດ້ຮ່ວມກັບບໍລິສັດຢູນິກເທັກ ຈຳກັດ ສ້າງໂຄງການທົດລອງຮ່ວມກັນ.

ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານ ຈາກຄະນະວິຊາການຜູ້ປະຕິບັດຕົວຈິງ ເຖິງຂັ້ນຕອນ, ວິທີ ໃນການສ້າງແຜນທີ່ 3 ມິຕິດັ່ງກ່າວ, ຮັບຟັງການນຳສະເໜີເນື້ອໃນບາງມາດຕາ ຂອງ ກົດໝາຍວ່າດ້ວຍການສຳຫລວດວັດແທກ ແລະ ສ້າງແຜນທີ່ ທີ່ພົວພັນກັບການຄຸ້ມຄອງການສຳຫລວດວັດແທກ ແລະ ສ້າງແຜນທີ່. ພ້ອມນີ້, ຜູ້ເຂົ້າຮ່ວມຍັງໄດ້ສົນທະນາ ແລກປ່ຽນໃນຫົວຂໍ້ສຳຄັນຕ່າງໆ ລະຫວ່າງ ພາກລັດ ແລະ ເອກະຊົນ ເພື່ອເປັນການພັດທະນາວຽກງານຂົງເຂດສຳຫລວດວັດແທກ ແລະ ສ້າງແຜນທີ່ ໂດຍສະເພາະ ການພັດທະນາທາງດ້ານບຸກຄະລາກອນ, ການພັດທະນາທາງດ້ານເທັກໂນໂລຊີຕ່າງໆ.

ຂ່າວ: ກິດຕາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments