Saturday, October 19, 2024
Homeຂ່າວພາຍໃນອອປສ ເຊື່ອມຊຶມມະຕິ ກອງປະຊຸມຄົບຄະນະ ຄັ້ງທີ 6 ຂອງພັກ ສະໄໜທີ XI

ອອປສ ເຊື່ອມຊຶມມະຕິ ກອງປະຊຸມຄົບຄະນະ ຄັ້ງທີ 6 ຂອງພັກ ສະໄໜທີ XI

ພະນັກງານທົ່ວ ອົງການໄອຍະການປະຊາຊົນສູງສຸດ(ອອປສ) ຮ່ວມເຊື່ອມຊຶມເອກະ ສານ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 6 ຂອງຄະນະບໍລິຫານງານສູນກາງພັກ ສະໄໜທີ XI ໃນວັນທີ 27 ກໍລະກົດ 2023 ໂດຍການເປັນປະທານຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຄະນະກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ໄຊຊະນະ ໂຄດພູທອນ ໄດ້ຍົກໃຫ້ເຫັນຂໍ້ຫຍຸ້ງຍາກທີ່ເກີດຈາກສະພາບການຂອງໂລກ ທີ່ພວມພັນແປຢ່າງສັບສົນ ທີ່ສົ່ງຜົນສະທ້ອນຕໍ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ໃນພາກພື້ນ, ສາກົນ ແລະ ຕໍ່ປະເທດເຮົາ, ໃນຂະນະດຽວກັນ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນຢູ່ປະເທດເຮົາ ຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງຂາດຕົວ ເປັນຕົ້ນ ການຂາດແຄນເງິນຕາຕ່າງໆປະເທດ, ເງິນເພີ້, ອັດຕາແລກປ່ຽນບໍ່ຄົງທີ່, ຄ່າຄອງຊີບສູງ ແລະ ສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ ເຊິ່ງເປັນສິ່ງທ້າທາຍທົດສອບຕໍ່ບົດບາດການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ, ແຕ່ພາຍໃຕ້ການຊີ້ນໍາ-ນໍາພາຂອງສູນກາງພັກ, ຄວາມພະຍາຍາມບຸກບືນບໍລິຫານຄຸ້ມຄອງຂອງ ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ, ການຊຸກຍູ້ຕິດຕາມ, ກວດກາຢ່າງໃກ້ຊິດຂອງສະພາແຫ່ງຊາດ ກໍຄືການເຂົ້າຮ່ວມຂອງທຸກກຳລັງແຮງຢູ່ພາຍໃນ ແລະ ພາກນອກ ໄດ້ເຮັດໃຫ້ປະເທດເຮົາສາມາດຜ່ານຜ່າ ແລະ ແກ້ໄຂບັນຫາໄດ້ໂດຍພື້ນຖານ.

ພ້ອມນີ້, ສະຫາຍ ຍັງຍົກໃຫ້ເຫັນກ່ຽວກັບ ການຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ຄາດຄະເນທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023 ຕິດພັນກັບການຕີລາຄາ ການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ສືບຕໍ່ສູ້ຊົນຈັດຕັ້ງປະຕິບັດຕາມທິດທາງ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023 ໂດຍຫັນເປັນແຜນປະຕິບັດງານຕົວຈິງໃຫ້ລະອຽດ, ຊັດເຈນມີການບັນຊາຊີ້ນໍາ, ຕິດ ຕາມ, ຊຸກຍູ້ການຈັດຕັ້ງປະຕິບັດຢ່າງແທດເຖິງ ແລະ ແກ້ໄຂໃຫ້ໄດ້ບັນຫາຫຍຸ້ງຍາກ, ຈຸດອັດຕັນໃຫ້ໄວ ແລະ ທັນກັບສະພາບການ. ສ່ວນບັນຫາການເຕີບໂຕຂອງເສດຖະກິດ(GDP) ບັນລຸຕາມແຜນການປີທີ່ກຳນົດໄວ້ບໍ່ຫລຸດ 4,5%, ຕັ້ງໜ້າຂຸດຄົ້ນ ແລະ ເພີ່ມລາຍວັນ, ອັດຊ່ອງຫວ່າງການຮົ່ວໄຫລ ແລະ ແກ້ບັນຫາການສວຍໂອກາດຂອງຜູ້ປະກອບການ ແລະ ພະນັກງານລັດ, ຄຸ້ມຄອງລາຍຈ່າຍບົນຈິດໃຈປະຢັດ ແລະ ບໍ່ສ້າງໜີ້ສິນເພີ່ມຂຶ້ນ, ເພີ່ມຄວາມເຂັ້ມງວດດ້ານວິໄນແຜນການ ແລະ ວິໄນການເງິນ, ເດັດຂາດ ແກ້ໄຂກົນໄກການຄຸ້ມຄອງ-ບໍລິຫານລັດທີ່ຫຍຸ້ງຍາກໃນຮາກຖານການເງິນ.

ຂ່າວ: ອອປສ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments