Saturday, October 19, 2024
Homeຂ່າວພາຍໃນຄະນະບໍລິຫານງານພັກແຂວງສະຫວັນະເຂດ ດໍາເນີນກອງປະຊຸມຄົບຄະນະ ເປີດກວ້າງຄັ້ງທີ 11

ຄະນະບໍລິຫານງານພັກແຂວງສະຫວັນະເຂດ ດໍາເນີນກອງປະຊຸມຄົບຄະນະ ເປີດກວ້າງຄັ້ງທີ 11

ແຫລ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງສະຫວັນະເຂດ ເປີດກວ້າງ ຄັ້ງທີ 11 ສະໄໝທີ IX ຈັດຂຶ້ນໃນ ວັນທີ 27-28 ກໍລະກົດ 2023 ໂດຍການເປັນປະທານຂອງ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນະເຂດ, ມີຮອງເລຂາພັກແຂວງ, ກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ເລຂາຄະນະພັກຮາກຖານ ແລະ ຄະນະໜ່ວຍພັກເອກະລາດ ທີ່ຂຶ້ນກັບອົງຄະນະພັກແຂວງສະຫວັນະເຂດ ເຂົ້າຮ່ວມ.

ສະຫາຍ ບຸນໂຈມ ອຸບົນປະເສີດ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນຕີລາຄາຄືນ ການນໍາພາ-ຊີ້ນໍາຮອບດ້ານ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະພັກ ຄັ້ງທີ 10 ສະໄໝທີ IX, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາໄຕມາດທີ 2 ເດືອນເມສາ ຫາເດືອນມິຖຸນາ ປີ 2023; ການສະຫລຸບຕີລາຄາການນຳພາ-ຊີ້ນຳລວມຮອບດ້ານ ຂອງຄະນະບໍລິຫານງານພັກແຂວງ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023, ລາຍງານແຜນວຽກ ແລະ ໂຄງການຈຸດສຸມຂອງແຕ່ລະຂະແໜງການຂົງເຂດເສດຖະກິດ, ຂົງເຂດວັດທະນະທຳ-ສັງຄົມ ບົນພື້ນຖານການຜັນຂະຫຍາຍ ທິດທາງແຜນການທ້າຍສະໄໝຂອງຄະນະບໍລິຫານງານພັກແຂວງ ສະໄໝທີ IX ເປັນອັນລະອຽດ; ຮັບຟັງການປະກອບຄຳເຫັນໃນຂົງເຂດຕ່າງໆ ເຊັ່ນໂຄງການພັດທະນາ 4 ຈຸດສຸມຂອງແຂວງ ເພື່ອແກ້ໄຂຄວາມທຸກຍາກຢູ່ບັນດາເມືອງ; ການອອກໃບຕາດິນ, ການຈັດສັນດິນ 3 ປະເພດ ແລະ ການແກ້ໄຂ 220 ຄອບຄົວ ທີ່ນອນຢູ່ໃນປ່າສະຫງວນແຫ່ງຊາດ; ໂຄງການບູລິມະສິດໃນການກໍ່ສ້າງເສັ້ນທາງ ແລະ ຂົວ; ການແກ້ໄຂບັນດາບ້ານ, ຄຸ້ມບ້ານທີ່ຍັງບໍ່ທັນໄດ້ຊົມໃຊ້ກະແສໄຟຟ້າ; ມາດຕະການ ແລະ ວິທິການຈັດເກັບລາຍຮັບເຂົ້າງົບປະມານ; ການຄວບຄຸມລາຄາສິນຄ້າ ເຄື່ອງອຸປະໂພກ-ບໍລິໂພກ; ການກໍ່ສ້າງພື້ນຖານໂຄງລ່າງ ເພື່ອຮອງຮັບ ແລະ ສົ່ງເສີມການທ່ອງທ່ຽວພາຍໃນ; ການແກ້ໄຂສະພາບຂາດຄູສອນ, ຮັບປະກັນການຮຽນ-ການສອນ ໄດ້ດຳເນີນເປັນປົກກະຕິ; ການສະກັດກັ້ນການແພ່ລະບາດຂອງພະຍາດຕາມລະດູການ, ການຍົກສູງອັດຕາການຊົມໃຊ້ວິດຖ່າຍ; ການພັດທະນາສົ່ງເສີມສີມືແຮງງານ, ການສ້າງວຽກເຮັດງານທຳ ແລະ ການແກ້ໄຂແຮງງານທີ່ໄປອອກແຮງງານບໍ່ຖືກ ຕ້ອງຢູ່ຕ່າງປະເທດ ແລະ ອື່ນໆ.

ພ້ອມນີ້, ຍັງຈະໄດ້ຮັບຟັງການປະກອບຄຳເຫັນ ໃສ່ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕິດພັນກັບການສ້າງເມືອງ/ນະຄອນໃຫ້ເຂັ້ມແຂງຮອບດ້ານ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ; ຮັບຟັງການລາຍງານກ່ຽວກັບການຫັນລົງກໍ່ສ້າງຮາກຖານການເມືອງ ສ້າງຄວາມເຂັ້ມ ແຂງໃຫ້ແກ່ຮາກຖານບ້ານ ຕາມທິດນຳ 4 ເນື້ອໃນ 4 ຄາດໝາຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments