Saturday, October 19, 2024
Homeຂ່າວໜ້າໜຶ່ງກອງປະຊຸມວາງແຜນຂະບວນການສັກວັກຊີນມະເຮັງປາກມົດລູກ ແລະ ໂຄວິດ 19

ກອງປະຊຸມວາງແຜນຂະບວນການສັກວັກຊີນມະເຮັງປາກມົດລູກ ແລະ ໂຄວິດ 19

ກອງປະຊຸມວາງແຜນຂະບວນການສັກວັກຊີນມະເຮັງປາກມົດລູກ ແລະ ໂຄວິດ-19 ໄດ້ຈັດຂຶ້ນຢູ່ສູນສຸຂະພາບແມ່ ແລະ ເດັກ ໃນວັນທີ 26 ກໍລະກົດ 2023 ໂດຍການເປັນປະທານຂອງ ດຣ ບັນດິດ ຊຸມພົນພັກດີ ເລຂາພັກ, ຫົວໜ້າສູນສຸຂະພາບແມ່ແລະເດັກ ໂດຍການເຂົ້າຮ່ວມຈາກພາກລັດ ທີ່ເປັນຄູ່ຮ່ວມມືໃນການຈັດຕັ້ງປະຕິບັດ ເຊັ່ນ: ກະຊວງສາທາລະນະສຸກ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄູ່ຮ່ວມພັດທະນາ.

ກອງປະຊຸມໃນຄັ້ງນີ້ໄດ້ມີການວາງແຜນການລົງຈັດຕັ້ງປະຕິບັດໃນທ້າຍເດືອນກັນຍາ 2023 ເພື່ອເຮັດໃຫ້ເດັກນ້ອຍຍິງມີສຸຂະພາບທີ່ແຂງແຮງ ແລະ ສ້າງຄຸ້ມກັນໃນການປ້ອງກັນພະຍາດມະເຮັງປາກມົດລົດ ແລະ ໂຄວິດ-19.

ສປປລາວ ໄດ້ເລີ່ມມີການສັກວັກຊີນມະເຮັງປາກມົດລູກໃຫ້ແກ່ເດັກນ້ອຍຍິງ ອາຍຸ 10 ຫາ 17 ປີ ເລີ່ມແຕ່ປີ 2020 ຊຶ່ງລວມເຖິງເດັກຍິງທີ່ຢູ່ໃນໂຮງຮຽນ ຫຼື ເດັກທີ່ບໍ່ໄດ້ເຂົ້າໂຮງຮຽນ ກໍຄວນຈະໄດ້ຮັບວັກຊີນເຊັ່ນດຽວກັນ ຊຶ່ງທີມແພດໝໍຈະລົງໄປສັກຢູ່ໂຮງຮຽນ ແລະ ສະຖານທີ່ທີ່ເໝາະສົມ ເພືື່ອອຳນວຍຄວາມສະດວກໃນການເຂົ້າເຖິງຂະບວນການຮັບວັກຊີນຂອງເດັກນ້ອຍຍິງໃນຄັ້ງນີ້ ຢ່າງມີຜົນ ສຳເລັດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments