Friday, October 18, 2024
Homeຂ່າວໜ້າໜຶ່ງລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານຮອງເລຂາທິການໃຫຍ່ອາຊຽນ

ລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານຮອງເລຂາທິການໃຫຍ່ອາຊຽນ

ລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານຮອງເລຂາທິການໃຫຍ່ອາຊຽນ ເພື່ອປະຊາຄົມວັດທະນະທຳສັງຄົມອາຊຽນ ພ້ອມດ້ວຍຄະນະ ຊຶ່ງໄດ້ມີການແລກປ່ຽນ ກ່ຽວກັບການກະກຽມຄວາມພ້ອມຂອງ ສປປ ລາວ ໃນການເປັນປະທານອາຊຽນ

ທ່ານ ນາງສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ ເອກກະພາບ ພັນທະວົງ ຮອງເລຂາທິການໃຫຍ່ອາຊຽນ ເພື່ອປະຊາຄົມວັດທະນະທຳສັງຄົມ ພ້ອມດ້ວຍຄະນະ ໃນໂອກາດທີ່ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ.

      ໃນການຢ້ຽມພົບປະ ທ່ານລັດຖະມົນຕີ ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ ແລະ ກ່າວເຖິງຄວາມສຳຄັນຂອງອາຊຽນ ໂດຍສະເພາະ ການຈັດຕັ້ງປະຕິບັດວຽກງານ ເສົາຄໍ້າປະຊາຄົມວັດທະນະທຳສັງ ຄົມອາຊຽນ, ການກະກຽມຄວາມພ້ອມຂອງ ສ ປປ ລາວ ໃນການເປັນປະທານອາຊຽນ ປີ 2024, ການກຽມຄວາມພ້ອມເປັນເຈົ້າພາບກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ແລະ ການເປີດປີທ່ອງທ່ຽວລາວ. ຊຶ່ງທ່ານໄດ້ຮຽກຮ້ອງໃຫ້ກອງເລຂາອາຊຽນ ໃຫ້ການຊ່ວຍເຫຼືອ ແລະ ແນະນຳທາງດ້ານເນື້ອໃນແກ່ການຈັດກອງປະຊຸມ, ດ້ານພິທີການ, ຂັ້ນຕອນ ແລະ ດ້ານອື່ນໆທີ່ກ່ຽວຂ້ອງ ເພື່ອໃຫ້ການເປັນເຈົ້າພາບຄັ້ງນີ້ປະສົບຜົນສຳເລັດ. ທ່ານ ຮອງເລຂາທິການໃຫຍ່ອາຊຽນ ກໍໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງຕໍ່ກັບການຕ້ອນຮັບໃນຄັ້ງນີ້ ພ້ອມທັງຢືນຢັນຈະຊ່ວຍເຫຼືອ ສປປ ລາວ ຢ່າງເຕັມທີ່ໃນການກະກຽມຄວາມພ້ອມເປັນປະທານອາຊຽນໃນປີ 2024 ລວມເຖິງແຜນປະຕິບັດງານ ເສົາຄໍ້າປະຊາຄົມວັດທະນະທຳສັງຄົມອາຊຽນ ທີ່ມີຫົວໃຈສຳຄັນຄື ຄວາມມຸ່ງໝັ້ນຍົກລະດັບຄຸນນະພາບຊີວິດຂອງປະຊາຊົນ ຜ່ານກິດຈະກຳການຮ່ວມມືທີ່ໃຫ້ຄວາມສຳຄັນກັບປະຊາຊົນ ຍຶດຖືປະຊາຊົນເປັນສູນກາງ ເປັນມິດຕໍ່ສິ່ງແວດລ້ອມ ແລະ ມຸ່ງໝັ້ນສູ່ການສົ່ງເສີມການພັດທະນາທີ່ຍືນຍົງ ເພື່ອໃຫ້ອາຊຽນມີຄວາມຈະເລີນເຕີບໂຕ, ກ້າວໜ້າ ແລະ ພັດທະນາຕໍ່ໄປຢ່າງຍືນຍົງ. ພ້ອມນັ້ນ ທ່ານກໍໄດ້ຍົກບາງປະເດັນ, ບາງເນື້ອໃນທີ່ເປັນສິ່ງທ້າທ້າຍ ເພື່ອກຽມພ້ອມຮັບມືໃນການເປັນປະທານອາຊຽນໃຫ້ກັບທ່ານລັດຖະມົນຕີໄດ້ຮັບຊາບຕື່ມ. ການເຂົ້າຢ້ຽມຂໍ່ານັບໄດ້ມີຂຶ້ນໃນຕອນເຊົ້າ ວັນທີ 26 ກໍລະກົດ 2023 ທີ່ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ພາຍຫຼັງການຢ້ຽມຂໍ່ານັບ ກໍໄດ້ມີການພົບປະສອງຝ່າຍ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນຕໍ່ກັບການເປັນປະທານອາຊຽນໃນປີ 2024 ຕື່ມອີກ.

ຂ່າວ: ກົມສື່ມວນຊົນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments