Friday, October 18, 2024
Homeຂ່າວໜ້າໜຶ່ງ3 ແຫ່ງມໍລະດົກໂລກຂອງລາວຍັງຄົງຄຸນຄ່າກິນບໍ່ບົກແຫ້ງ

3 ແຫ່ງມໍລະດົກໂລກຂອງລາວຍັງຄົງຄຸນຄ່າກິນບໍ່ບົກແຫ້ງ

ສປປ ລາວ ແມ່ນໜຶ່ງໃນບັນດາ 10 ປະເທດສະມາຊິກອາຊຽນທີ່ໄດ້ຮັບການຍົກຍ້ອງ ແລະ ຮັບຮອງເປັນມໍລະດົກໂລກທີ່ຄົງຄຸນຄ່າກິນບໍ່ບົກແຫ້ງທີ່ເຕັມໄປດ້ວຍຮີດຄອງປະເພນີວັດທະນະທໍາດີງາມ; ມີຄວາມຫລາກຫລາຍດ້ານຊົນເຜົ່າກັບຂະນົບທໍານຽມ ແລະ ວິຖີດໍາລົງຊີວິດເປັນເອກະລັກດັ້ງເດີມ; ມີວັດວາອາຮາມ, ມີສະຖາປັດຕະຍະກໍາເກົ່າແກ່, ທໍາມະຊາດອຸດົມສົມບູນ ແລະ ອື່ນໆຍັງຄົງຫລົງເຫລືອຢູ່ຈົນເຖິງປັດຈຸບັນນີ້ເຮັດໃຫ້ອົງການອຸຍແນັສໂກໄດ້ຮັບຮອງເອົາ 3 ສະຖານທີ່ສໍາຄັນທີ່ສຸດຂອງ ສປປ ລາວເປັນມໍລະດົກໂລກເຊັ່ນ: ມໍລະດົກໂລກຫລວງພະບາງໃນປີ 1995, ມໍລະດົກໂລກຜາສາດຫີນວັດພູຈໍາປາສັກໃນປີ 2001 ແລະ ມໍລະດົກໂລກທົ່ງໄຫຫີນໃນປີ 2019 ເຊິ່ງມໍລະດົກທັງ 3 ແຫ່ງດັ່ງກ່າວໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ຍູ້ແຮງວຽກງານທ່ອງທ່ຽວຕິດພັນກັບການສ້າງວຽກເຮັດງານທໍາ ລວມທັງສ້າງລາຍໄດ້ໃນປະຊາຊົນໃນທ້ອງຖິ່ນຢ່າງໜັກແໜ້ນ.

ຈາກຂໍ້ມູນຂອງກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວໄດ້ມີການລາຍງານວ່າແຕ່ລະປີມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມ ແລະ ສໍາຜັດຕາມສະຖານທີ່ມໍລະດົກໂລກ 3 ແຫ່ງໂດຍສະເລ່ຍບໍ່ຫລຸດ 1 ລ້ານຄົນ ໃນນັ້ນແຫລ່ງທ່ອງທ່ຽວມໍລະດົກທີ່ໄດ້ຮັບຄວາມນິຍົມເປັນພິເສດຄື: ມໍລະດົກຫລວງພະບາງ ອັນສືບເນື່ອງມາຈາກມໍລະດົກໂລກຫລວງພະບາງມີຫລາຍປັດໃຈເປັນແຮງດຶງດູດໂດຍສະເພາະສະຖາປັດຕະຍະກໍາເຮືອນຊານ ແລະ ສິ່ງປຸກສ້າງໃນອະດີດຍັງບໍ່ຖືກທໍາລາຍ ເຊິ່ງຄົງຄວາມງາມ ແລະ ຮູບຊົງດັ້ງເດີມໄວ້ໄດ້; ທໍາມະຊາດທີ່ອຸດົມສົມບູນກັບນໍ້າຕົກຕາດກວາງຊີ, ແມ່ນໍ້າຂອງ ແລະ ນໍ້າຄານໂອບອອ້ມຕົວເທສະບານເມືອງໄວ້ຢ່າງໜ້າສົນໃຈ ແລະ ປະຊາຊົນຊາວຫລວງພະບາງຍັງໃຊ້ຊີວິດແບບວິຖີດັ້ງເດີມບໍ່ໄປກະແສວັດຖຸນິຍົມໄວເກີນໄປ ນອກຈາກນັ້ນເມືອງມໍລະດົກໂລກຍັງມີເສັ້ນທາງລົດໄຟລາວ-ຈີນທີ່ໃຊ້ພະລັງງານໄຟຟ້າທີ່ມິດຕໍ່ສິ່ງແວດລ້ອມພາດຜ່ານຕົວເມືອງດັ່ງກ່າວ ອັນສ້າງສິ່ງອໍານວຍຄວາມສະດວກ ແລະ ຫຍໍ້ເວລາໃຫ້ນັກທ່ອງທ່ຽວໄດ້ໄປມາຫາສູ່ກັນໄດ້ວ່ອງໄວ ແລະ ປອດໄພອີກດ້ວຍ.

ຫລ້າສຸດລະຫວ່າງບໍ່ດົນມານີ້, ວັນທີ 2-3 ກໍລະກົດ 2023, ທີ່ແຂວງນິງບິ່ງ, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຮັບກຽດເຂົ້າຮ່ວມ ກອງປະຊຸມສາກົນ ກ່ຽວກັບການເສີມຂະຫຍາຍຄຸນຄ່າ ບັນດານາມມະຍົດຂອງອົງການ UNESCO ເພື່ອການພັດທະນາແບບຍືນຍົງທີ່ຂຶ້ນຢູ່ ສສ.ຫວຽດນາມ ຊຶ່ງຈັດໂດຍ ກະຊວງການຕ່າງປະເທດຫວຽດນາມ ສົມທົບກັບ ອຳນາດການປົກຄອງແຂວງນິງບິ່ງ ແລະ ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໂດຍການເຂົ້າຮ່ວມ ກອງປະຊຸມມີທ່ານ ຫງວຽນ ວັນ ຮຸ່ງ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ທ່ານ ດວານ ມິງ ຫ້ວນ, ກຳມະການສູນກາງພັກ, ເລຂາພັກແຂວງນິງບິ່ງ, ທ່ານ ຟ້າມ ກວາງ ຫງອກ, ຮອງເລຂາພັກແຂວງ, ເຈົ້າແຂວງນິງບິ່ງ, ຕາງໜ້າອົງການ UNESCO, ບັນດາສະຖານທູດອາຝຣິກາໃຕ້, ນີເຈີເລຍ, ກໍາປູເຈຍ, ອາເມຣິກາ, ອິນໂດເນເຊຍ, ໄທ, ອັງກິດ ນອກນີ້ຍັງມີບັນດາກະຊວງ, ຂະແໜງການ, ຕາງໜ້າ ຈາກບັນດາແຂວງ, ນະຄອນທົ່ວປະເທດ ທີ່ມີມໍລະດົກໂລກຂອງອົງການ UNESCO ພ້ອມດ້ວຍນັກຊ່ຽວຊານ ຕ່າງປະເທດ ຢ່າງພ້ອມພຽງ.

ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ແມ່ນເພື່ອພ້ອມກັນ ປຶກສາຫາລືຮ່ວມກັນກ່ຽວກັບ ບົດຮຽນ, ປະສົບການ ໃນການຮັກສາ ແລະ ເສີມຂະຫຍາຍ ບັນດາຄຸນຄ່າຂອງບັນດານາມມະຍົດ ທາງດ້ານສະຖານທີ່, ປະຫວັດສາດ, ວັດທະນະທຳ, ທຳມະຊາດ, ນາມມະທຳ ທີ່ໄດ້ຮັບ ການຮັບຮອງ ເປັນມຳລະດົກໂລກ ຈາກອົງການ UNESCO. ເພື່ອເຮັດແນວໃດເຮັດໃຫ້ ການພັດທະນາເສດຖະກິດ-ສັງຄົມ ບໍ່ສົ່ງຜົນຜົນກະທົບຕໍ່ ສະພາບແວດລ້ອມ ກໍຄື ການຕິດພັນ ຢ່າງແໜ້ນແຟ້ນ ແລະ ກົມກຽວ ລະຫວ່າງ ການພັດທະນາເສດຖະກິດ, ວັດທະນະທຳ ຮີດຄອງປະເພນີ ອັນດີງາມຂອງປະຊາຊົນ, ຮັກສາໄດ້ຄວາມເປັນເອກະລັກ ຄວາມດຸ່ນດ່ຽງ ທາງດ້ານສັງຄົມ ແລະ ການຮັກສາ ສິ່ງແວດ ລ້ອມໄປຄຽງຄູ່ກັນ.

ດັ່ງທີ່ຮູ້ນໍາກັນປັດຈຸບັນນີ້ຫລາຍປະເທດສະມາຊິກອາຊຽນຍັງເພີ່ງພາພາກອຸດສາຫະກໍາທ່ອງທ່ຽວ ເປັນຫົວຈັກຂັບເຄື່ອນເສດຖະກິດຂອງປະເທດໂດຍສະເພາະ ສປປ ລາວ ເຮົານັ້ນຖືວ່າລາຍໄດ້ຕົ້ນຕໍມາຈາກພາກອຸດສາຫະກໍາທ່ອງທ່ຽວ ໃນອະດີດຜ່ານມາສົກປີ 2018-2019 ສປປ ລາວ ມີນັກທ່ອງທ່ຽວເຂົ້າ ສປປ ລາວ ເກືອບ 5 ລ້ານຄົນ, ສ້າງລາຍໄດ້ເຂົ້າປະເທດປະມານ 700 ລ້ານໂດລາ ແລະ ຄາດວ່າປີ 2023 ສປປ ລາວ ຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ບໍ່ຫລຸດ 2 ລ້ານຄົນ.

# (ທ່ອງທ່ຽວອາຊຽນ)
ໂດຍ:ເກີດຂວັນໃຈ ມາລີຈັນສີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments