Saturday, October 19, 2024
Homeທຸລະກິດເຈໂຄ ແອວອີດີໂຊລູເຊີ່ນ ຜະລິດດອກໄຟແອວອີດີຈຳໜ່າຍທັງພາຍໃນ ແລະ ສົ່ງອອກກວມ 90%

ເຈໂຄ ແອວອີດີໂຊລູເຊີ່ນ ຜະລິດດອກໄຟແອວອີດີຈຳໜ່າຍທັງພາຍໃນ ແລະ ສົ່ງອອກກວມ 90%

ບໍລິສັດເຈໂຄ ແອວອີດີໂຊລູເຊີ່ນ ລາວຈຳກັດ ຕັ້ງຢູ່ ເຂດພັດທະນາກວມລວມ ໄຊເສດຖາ ນະຄອນຫຼວງວຽງຈັນເປັນບໍລິສັດຜະລິດດອກໄຟແອວອີດີພາຍໃຕ້ກາໝາຍ JLS Lighting ຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດເຊິ່ງເປັນຖານການຜະລິດດດອກໄຟທີ່ມີຄຸນນະພາບທຽບເທົ່າດອກໄຟນຳເຂົ້າຈາກສາກົນ ຖ້າທຽບລາຄາຈຳ ໜ່າຍແມ່ນຖືກກວ່າດອກໄຟນຳເຂົ້າເຖິງ 30% ດ້ວຍຄຸນນະພາບ ແລະ ລາຄາຈຶ່ງສົ່ງຜົນໃຫ້ດອກໄຟທີ່ຜະລິດໂດຍບໍລິສັດດັ່ງກ່າວເປັນທີ່ຍອມຮັບຂອງລູກຄ້າທັງພາຍໃນ ແລະ ຕ່າງປະເທດ.

ທ່ານ ທິນນະພອນ ສໍພາບມີໄຊ ຜູ້ຈັດການ ການຕະຫຼາດ ບໍລິສັດເຈໂຄ ແອວອີດີໂຊລູເຊີ່ນ ລາວ ຈຳກັດ ແລະ ບໍລິສັດເຈໂຄ ແມັດໂຄ ຈໍາກັດຜູ້ດຽວໄດ້ໃຫ້ສໍາພາດໃນໂອກາດສື່ມວນຊົນລາວ-ຈີນ ລົງໄປຈັດກິດຈະກຳສຳພາດຕາມເສັ້ນທາງລົດໄຟລາວ-ຈີນ ພາຍໃຕ້ຫົວຂໍ້” ໝູ່ເພື່ອນໜຶ່ງແລວໜຶ່ງເສັ້ນທາງ” ເມື່ອບໍ່ດົນມານີ້ວ່າ: ບໍລິສັດເຈເຄ ແອວອີດີໂຊລູເຊີ່ນ ລາວ ຈຳກັດ ໄດ້ສ້າງຕັ້ງຂຶ້ນໃນປີ 2019 ແລະ ເປັນບໍລິສັດໜຶ່ງດຽວໃນລາວ ທີ່ໄດ້ເລີ່ມຜະລິດດອກໄຟ ແອວອີດີ ໃນໄລຍະປີ 2019-2021 ແມ່ນໄດ້ຜະລິດເພື່ອການສົ່ງອອກ .

ໂດຍອີງຕາມນະໂຍບາຍຂອງພັກ-ລັດຖະບານ ເພື່ອໃຫ້ບໍລິສັດເຂົ້າມາຜະລິດດອກໄຟ ແລະ ທັງເປັນການສ້າງວຽກເຮັດງານທຳໃຫ້ຄົນລາວເຮົາ ໂດຍມີຈຸດປະສົງຜະລິດດອກໄຟແອວອີດີ ເພື່ອສົ່ງອອກໄປປະເທດເອີຣົບ ແລະ ປະເທດອື່ນໆ ເປັນຕົ້ນປະເທດ ອາເມຣິກາ ຢີ່ປຸ່ນ ປັດຈຸບັນບໍລິສັດມີພະນັກງານທັງໝົດ 57 ຄົນ ເຊິ່ງດອກໄຟແອວອີດີ ທີ່ຜະລິດມີ: ດອກໄຟ ແອວອີດີຫຼອດສັ້ນ ມີຂະໜາດ 1w-19w ດອກປ້ອມ (ດອກໄຟຕາແມວ) ມີຂະໜາດ 5w 9w 15w ຮອດ 60w ມີດອກໄຟປຸ້ມນ້ອຍ-ໃຫຍ່ ລວມມີດອກໄຟທີ່ນຳໃຊ້ຢູ່ໃນເຮືອນ ນອກເຮືອນ ດອກໄຟເຍືອງທາງ ເຊິ່ງດອກໄຟພາຍໃນເຮືອນທີ່ຄົນລາວນິຍົມໃຊ້ຫຼາຍກວ່າໝູ່ແມ່ນດອກໄຟປ້ອມ (ດອກໄຟຕາແມວ) ທີ່ມີສີຂາວ ພ້ອມນັ້ນບໍລິສັດຍັງຜະລິດດອກໄຟຕາມສີ ຮູບຮ່າງທີ່ລູກຄ້າຕ້ອງການ ແລະ ຜະລິດໄປຕາມກົນໄກທີ່ຕະຫຼາດຕ້ອງການໃນແຕ່ລະປີ.

ທ່ານ ທິນນະພອນ ສໍພາບມີໄຊ ກ່າວຕື່ມວ່າ: ດອກໄຟແອວອີດີທີ່ບໍລິສັດພວກເຮົາຜະລິດ ສາມາດຜະລິດສົ່ງອອກໄປປະເທດຕ່າງປະເທດ ປະມານ 90% ສ່ວນອີກ 10% ຈຳໜ່າຍພາຍໃນ ເຊິ່ງໃນປີ 2022 ໄດ້ເລີ່ມຜະລິດອອກຈຳໜ່າຍພາຍໃນປະເທດ ເຮັດໃຫ້ມີສິນຄ້າປະເພດດອກໄຟ ແອວອີດີ ເລີ່ມມີວາງຂາຍ-ຈໍາໜ່າຍພາຍໃນຮ້ານຄ້າຂອງລາວເຮົາໃນທົ່ວປະເທດ ເຫັນໄດ້ວ່າຄົນລາວໃຫ້ຄວາມສົນໃຈຫັນມານໍາໃຊ້ຜະລິດຕະພັນຂອງຄົນລາວເຮົາ ຍ້ອນວ່າມີຄຸນນະພາບ ລາຄາສົມເຫດສົມຜົນ ຖືກກວ່າດອກໄຟນຳເຂົ້າປະມານ 30% ແລະ ມີການຮັບປະກັນສິນຄ້າ ປັດຈຸບັນ ດອກໄຟແອວອີດີຂອງບໍລິສັດເຮົາຈຶ່ງເປັນທີ່ນິຍົມ ຮູ້ຈັກກັນດີຢ່າງກວ້າງຂວາງໃນສັງຄົມນັບມື້ເພີ່ມຂຶ້ນ ໃນປີ 2022 ສາມາດສ້າງລາຍຮັບໃນການຈໍາໜ່າຍດອກໄຟ ແອວອີດີ ສົ່ງອອກໄປຕ່າງປະເທດໄດ້ປະມານ 2 ລ້ານກວ່າໂດລາ ເພີ່ມຂຶ້ນກ່ວາ ປີ 2021 ສະເລ່ຍ 10%-15% ປັດຈຸບັນມີຕົວແທນຈຳໜ່າຍດອກໄຟຢີ່ຫໍ້ ແອວອີດີ ໃນ 4 ແຂວງພາກໃຕ້ຄື: ຈຳປາສັກ ສາລະວັນ ເຊກອງ ອັດຕະປື ທັງມີຕົວແທນຈຳໜ່າຍຢູ່ໃນ ນະຄອນຫຼວງວຽງຈັນ ແລະ ຍັງມີແຜນຂະຫຍາຍຕະຫຼາດໃນແຂວງພາກເໜືອ ພ້ອມນິີ້ ທາງບໍລິສັດຍັງມີແຜນສ້າງຕັ້ງໂຮງງານດອກໄຟແອວອີດີໃໝ່ໃຫຍ່ຂຶ້ນກວ່າເກົ່າ ຢູ່ໃນເຂດດັ່ງກ່າວເພື່ອຮອງຮັບການຜະລິດ ກໍຄື ຄວາມຕ້ອງການຂອງຕະຫຼາດທີ່ເພີ່ມຂຶ້ນ.

ເພື່ອເປັນການຊຸກຍູ້ສົ່ງເສີມຜະລິດຕະພັນລາວ ຄົນລາວເຮົາຄວນຫັນມາຊົມໃຊ້ຜະລິດຕະພັນລາວໃຫ້ຫຼາຍຂຶ້ນເພື່ອຊ່ວຍກັນຟື້ນຟູເສດຖະກິດ.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments