Saturday, October 19, 2024
Homeຂ່າວດ່ວນຊານໄຊ ທໍາລາຍຊີ້ນສ່ວນສັດນໍ້າທີ່ຢືດໄດ້ຈາກຜູ້ລັກລອບຫາປາ ໃນລະດູການວາງໄຂ່

ຊານໄຊ ທໍາລາຍຊີ້ນສ່ວນສັດນໍ້າທີ່ຢືດໄດ້ຈາກຜູ້ລັກລອບຫາປາ ໃນລະດູການວາງໄຂ່

ວັນທີ 25 ກໍລະກົດ 2023 ທີ່ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ຊານໄຊ ແຂວງ ອັດຕະປື ໄດ້ຈັດພິທີທໍາລາຍຊີ້ນສ່ວນສັດນ້ຳ ທີ່ຢຶດໄດ້ຈາກຜູ້ທີ່ລັກລອບຫາ,ຊື້-ຂາຍ ປາ ໃນລະດູການເກືອດຫ້າມ,ໂດຍມີທ່ານ ສົມປະສິດ ຍັບຖາວອນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ຊານໄຊ, ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອາທິດເດດ ນິນທິລາດ ຫົວໜ້າໜ່ວຍງານກວດກາປ່າໄມ້ ເມືອງ ຊານໄຊ ໃຫ້ຮູ້ວ່າ: ວັນທີ 22 ກໍລະກົດ 2023 ເຈົ້າໜ້າທີ່ ກວດກາປ່າໄມ້ ເມືອງ ຊານໄຊ ໄດ້ສົມທົບກັບທີມງານສະກັດກັ້ນການຫາປາໜ້າເຂື່ອນເຊກະໝານ 1 ໄດ້ອອກເຄື່ອນໄຫວກວດກາຕາມສາຍທາງ ເລີ່ມແຕ່ຈຸດໜ້າເຂື່ອນເຊກະໝານ 1 ຫາ ສາມແຍກ ບ້ານ ຫີນດໍາ-ດອນແຄນ ໄດ້ພົບພໍ້ລົດຕູ້ສະຕາເລັກ ໝາຍເລກທະບຽນ 0055 ສີປອນ ແລ່ນລົງມາແຕ່ໜ້າເຂື່ອນເຊກະໝານ 1, ດັ່ງນັ້ນ ເຈົ້າໜ້າທີ່ຈິ່ງໄດ້ສະແດງຕົນເຂົ້າກວດລົດຄັນດັ່ງກ່າວ ພົບເຫັນປາ ປະເພດປາເກັດ ຈໍານວນ 200 ກິໂລ ແລະ ປາແຫ້ງ ຈໍານວນ 7 ກິໂລ ລວມທັງໝົດ 207 ກິໂລ, ເຈົ້າໜ້າທີ່ກວດກາປ່າໄມ້ ແລະ ຄະນະທີມງານສະກັດກັ້ນການຫາປາ ໜ້າເຂື່ອນເຊກະໝານ 1 ຈຶ່ງໄດ້ຢຶດປາຈໍານວນດັ່ງກ່າວ ໄວ້ເປັນຂອງກາງ, ຖານລັກລອບຫາ,ຊື້-ຂາຍປາ ໃນລະດູການເກືອດຫ້າມ ແລະໄດ້ເຮັດບົດບັນທຶກສຶກສາອົບຮົມ ພວກກ່ຽວຕາມລະບຽບການ . ເຊິ່ງຜູ້ທີ່ເຄື່ອນໄຫວລັກລອບຫາ,ຊື້-ຂາຍປາ ໃນລະດູການເກືອດຫ້າມແມ່ນໄດ້ລະເມີດຕໍ່ແຈ້ງການ ສະບັບເລກທີ 39/ຈມ ລົງວັນທີ 14 ມີຖຸນາ 2023 ວ່າດ້ວຍການຫ້າມຊື້-ຂາຍ ແລະ ລ່າສັດນໍ້າ-ສັດປ່າ ໃນໄລຍະລະດູການຂະຫຍາຍພັນແຕ່ເດືອນມີຖຸນາ ຫາ ເດືອນສິງຫາ.

ທ່ານ ອາທິດເດດ ນິນທິລາດ ຫົວໜ້າໜ່ວຍງານກວດກາປ່າໄມ້ ເມືອງ ຊານໄຊ ໃຫ້ຮູ້ຕື່ມວ່າ: ຜ່ານມາໜ່ວຍງານກວດກາປ່າໄມ້ ເມືອງ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າຕໍ່ວຽກງານກວດກາ ການລັກລອບ ຊື້-ຂາຍ ສັດນໍ້າ-ສັດປ່າ ໃນໄລຍະລະດູການວາງໄຂ່ຂອງປາ ໂດຍໄດ້ມີການແຕ່ງຕັ້ງພະນັກງານລົງເຜີຍແຜ່ລະບຽບ,ກົດໝາຍ,ຄໍາສັ່ງ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງກັບວຽກງານກວດກາ,ການຄຸ້ມຄອງສັດນໍ້າ-ສັດປ່າ ໃຫ້ປະຊາຊົນ, ພໍ່ຄ້າຊາວຂາຍ ຢູ່ຕາມຕະຫຼາດ ແລະ ບ້ານ ເພື່ອໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບ,ກົດໝາຍ ວ່າດ້ວຍສັດນໍ້າ-ສັດປ່າ.

ຂ່າວ: ສຸກສະຫວ່າງ ຖວທ ເມືອງຊານໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments